刘华丽

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນ​ປະ​ກາດ​ຂຶ້ນ​ພາ​ສີ​ຕື່ມຕໍ່​ສິ້ນ​ຄ້າ​ທີ່​ຜະ​ລິດ​ໂດຍ​ອາ​ເມ​ລິ​ກາ​​ໃນ​ມູນ​ຄ່າ 50 ຕື້​ໂດ​ລາ​ສະ​ຫັດ​ລັດ

2018-06-16 17:10:08 CRI

ວັນ​ທີ 15 ມິ​ຖຸ​ນາ​ນີ້, ລັດ​ຖະ​ບານ​ອາ​ເມ​ລິ​ກາ​ໄດ້​ປະ​ກາດ​ບັນ​ຊີ​ລາຍການ​ສິນ​ຄ້າ​ທີ່​ຈະ​​ຂຶ້ນ​ພາ​ສີ​ຕື່ມ ໂດຍ​ຈະ​​ຂຶ້ນ​ພາ​ສີ 25% ຕໍ່​ສິນ​ຄ້າ​ທີ່​ນຳ​ເຂົ້າ​ຈາກ​ຈີນ​ປະ​ມານ 50 ຕື້​ໂດ​ລາ​ສະ​ຫະ​ລັດ, ໃນ​ນັ້ນ ຈະ​ຂຶ້ນ​ພາ​ສີ​ຕື່ມ​ຕໍ່ສິນ​ຄ້າ​ປະ​ມານ 34 ຕື້​ໂດ​ລາ​ສະ​ຫະ​ລັດ​​ນັບແຕ່ວັນ​ທີ 6 ກໍ​ລະ​ກົດ​ໜ້າ​ນີ້​ເປັນ​ຕົ້ນ​ໄປ ແລະ ເລີ່ມ​ທາ​ບ​ທາມຄວາມ​ເຫັນຂອງ​ປະ​ຊາ​ຊົນ​ກ່ຽວ​ກັບ​ການ​​ຂຶ້ນ​ພາ​ສີ​ຕື່ມ​ຕໍ່​ສິນ​ຄ້າ​ຈີນ​ອີກ​ຈຳ​ນວນ​ປະ​ມານ 16 ຕື້​ໂດ​ລາ​ສະ​ຫັດ​ລັດ. ການ​ກະ​ທຳ​ຂອງ​ອາ​ເມ​ລິ​ກາ​ໄດ້​ລະ​ເມີດ​ກົດ​ລະ​ບຽບ​ທີ່​ກ່ຽວ​ຂ້ອງ​ຂອງ​ອົງ​ການ​ການ​ຄ້າ​ໂລກ ແລະ​ລ່ວງລະ​ເມີດ​ສິດຜົ​ນ​ປະ​ໂຫຍດ​ທີ່​ຊອບ​ດ້ວຍ​ກົດ​ໝາຍ​ຂອງ​ຈີນ ກໍ​ຄື​ຜົນ​ປະ​ໂຫຍດ​ຂອງ​ປະ​ຊາ​ຊົນ​ຈີນ​ຢ່າງ​ໜັກ​ໜ່ວງ.

ໂດຍ​ອີງ​ຕາມ “ກົດ​ໝາຍ​ວ່າ​ດ້ວຍ​ການ​ຄ້າ​ຕ່າງ​ປະ​ເທດ​ສາ​ທາ​ລະ​ນະ​ລັດ​ປະ​ຊາ​ຊົນ​ຈີນ”, “ກົດ​ລະ​ບຽບ​ພາ​ສີ​ຂາ​ເຂົ້າ​ຂາ​ອອກ​ສາ​ທາ​ລະ​ນະ​ລັດ​ປະ​ຊາ​ຊົນ​ຈີນ” ແລະ​ກົດ​ໝາຍອື່ນໆ​ກໍ​ຄືຫຼັກ​ການ​ກົດ​ລະ​ບຽບ​ພື້ນ​ຖານ​ສາ​ກົ​ນ ແລະຜ່ານ​ການ​ອະ​ນຸ​ມັດ​ຈາກ​ລັດ​ຖະ​ບານ​ຈີນ, ຄະ​ນະ​ກຳ​ມະ​ການ​ກົດ​ລະ​ບຽບ​ພາ​ສີ​ຄະ​ນະ​ລັດ​ຖະ​ບານ​ຈີນ​ປະ​ກາດ​ວ່າ, ຈະ​ຂຶ້ນ​ພາ​ສີ 25% ຕໍ່​ສິນ​ຄ້າ 659 ລາຍການໃນມູນ​ຄ່າ​ປະ​ມານ 50 ຕື້​ໂດ​ລາ​ສະ​ຫະ​ລັດ​ທີ່​ຜະ​ລິດ​ໂດຍ​ອາ​ເມ​ລິ​ກາ ໃນ​ນັ້ນ ຈະ​ເລີ່ມ​ຂຶ້ນ​ພາ​ສີ​ຕື່ມຕໍ່​ສິນ​ຄ້າ 545 ລາຍການ ລວມ​ທັງ​ຜະ​ລິດ​ຕະ​ພັນ​ກະ​ສິ​ກຳ, ລົດ​, ຜະ​ລິດ​ຕະ​ພັນ​ສິນ​ໃນ​ນ້ຳ ແລະ ອື່ນໆ ໂດຍ​ມີ​ມູນ​ຄ່າ​ປະ​ມານ 34 ຕື້​ໂດ​ລາ​ສະ​ຫະ​ລັດ ​ນັບແຕ່​ວັນ​ທີ 6 ກໍ​ລະ​ກົດ​ໜ້າ​ນີ້​ເປັນ​ຕົ້ນ​ໄປ ​ສ່ວນ​ການ​ຂື້ນ​ພາ​ສີ​ຕື່ມ​ຕໍ່​ສິນ​ຄ້າ​ອື່ນໆ​ນັ້ນ​ຈະ​ປະ​ກາດ​ຕ່າງ​ຫາກ.

ຄຳ​ເຫັນ

0