黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ມອບແດ່ພໍ່: ຄວາມຮັກແພງຕໍ່ປະເທດຊາດຕໍ່ຄອບຄົວຂອງທ່ານສີຈິ້ນຜິງ ແລະພໍ່

2018-06-18 16:23:14 习主席和他的父亲

“ຄຸນສົມບັດທີ່ຢາກຈະໄດ້ສືບທອດຈາກພໍ່ນັ້ນຍັງມີຢູ່ຫຼວງຫຼາຍ”

ຢູ່ໃນຫ້ອງການຂອງທ່ານສີຈິ້ນຜິງ ໄດ້ວາງມີຮູບຖ່າຍຂອງຄອບຄົວຕົນເອງຫຼາຍໃບທີ່ຖ່າຍ ໃນເວລາ ຕ່າງກັນ. ໃນນັ້ນ ມີໃບໜຶ່ງແມ່ນກ່ຽວກັບທ່ານສີຈິ້ນຜິງ ຍູ້ລໍ້ທີ່ພໍ່ຕົນເອງທີ່ມີອາຍຸສູງນັ້ນ ກຳລັງຍ່າງຫຼິ້ນກັບ ພັນລະຍາແລະລູກສາວຂອງຕົນເອງ......
ການຮັກຄອບຄົວ ກະຕັນຍູພໍ່ແມ່ ທີ່ເປັນຄຸນສົມບັດທີ່ດີງາມຂອງປະຊາຊາດຈີນໄດ້ຖືກ ຝັງເລິກຢູ່ໃນໃຈ ຂອງທ່ານສີຈິ້ນຜິງຕະຫຼອດມາ.

ທ່ານສີຈິ້ນຜິງເຕີບໃຫຍ່ຢູ່ໃນຄອບຄົວທີ່ມີຄວາມອົບອຸ່ນແລະປອງດອງກັນ. ເວລາທ່ານອາຍຸບໍ່ ຮອດຂວບ, ຍ້ອນທ່ານນາງຊີຊິນ ຜູ້ເປັນແມ່ຕ້ອງເດີນທາງໄກໄປເຮັດວຽກ ບໍ່ສາມາດເບິ່ງແຍງດູ ແລລູກ, ສະນັ້ນຈິ່ງຈຳເປັນຕ້ອງໃຫ້ຜູ້ເປັນພໍ່ມາເບິ່ງແຍງດູແລລູກ.

ທ່ານສີຈົ້ງຊຸນ ຜູ້ເປັນພໍ່ໃນໄລຍະນັ້ນແມ່ນຮອງນາຍົກລັດຖະມົນຕີ ທັງເປັນເລຂາທິການຄະນະ ລັດຖະ ບານຈີນ, ທ່ານໄດ້ໃຊ້ເວລາຫວ່າງວຽກເບິ່ງແຍງລູກ 4 ຄົນ, ແຕ່ງກິນ ຊັກເຄື່ອງໃຫ້ເຂົາເຈົ້າ. ທ່ານຊີຈົ້ງຊຸນຖືວຽກນີ້ເປັນຄວາມສຸກອັນໜຶ່ງ, ໂດຍສະເພາະແມ່ນເວລາຫຼິ້ນກັບລູກ, ທ່ານຮູ້ສຶກດີໃຈທີ່ສຸດ.

图片默认标题_fororder_35525285_2194750720753681_3886093006490566656_n

“ເຖິງວ່າສະຫາຍສີຈົ້ງຊຸນຮັກລູກຫຼາຍ ແຕ່ບໍ່ໄດ້ເອົາໃຈລູກຈັກເທື່ອ.” ທ່ານນາງຊີຊິນຫວນຄືນວ່າ, ທ່ານສີຈິ້ນຜິງແມ່ນເຕີບໃຫຍ່ຂຶ້ນໂດຍການໃສ່ເຄື່ອງແລະເກີບຂອງເອື້ອຍທີ່ເຄີຍໃສ່ຜ່ານມາ. ມີເທື່ອໜຶ່ງ ທ່ານສີຈິ້ນຜິງບໍ່ຢາກໃສ່ເກີບສີຂອງເອື້ອຍ ຍ້ອນໝູ່ຮຽນຫົວຂັວນ, ທ່ານສີຈົ້ງຊຸນພັດ ເວົ້າວ່າ:“ໃຫ້ຍ້ອມສີອື່ນແລ້ວໃສ່ກໍ່ໄດ້ເຊັ່ນກັນ”.

ໃນສາຍຕາຂອງທ່ານສີຈິ້ນຜິງ,“ພໍ່ເປັນຄົນທີ່ປະຢັດທີ່ສຸດ”“ພວກເຮົາເປັນຄົນທີ່ປະຢັດມາແຕ່ນ້ອຍຍ້ອນພໍ່ເປັນແບບຢ່າງ.”

ກຳລັງຂອງແບບຢ່າງແມ່ນຍິ່ງໃຫຍ່ຫຼາຍ! ທ່ານສີຈິ້ນຜິງ ເຄີຍຂຽນຈົດໝາຍກ້ານໜຶ່ງໃຫ້ພໍ່ ໃນໄລຍະວັນເກີດຂອງທ່ານສີຈົ້ງຊຸນຄົບຮອບ 88 ປີ, ໄລຍະນັ້ນ ທ່ານສີຈິ້ນຜິງດຳລົງຕຳແໜ່ງ ເປັນເຈົ້າແຂວງຝູຈ້ຽນ ບໍ່ໄດ້ກັບເມືອໄປສະຫຼອງວັນເກີດຂອງພໍ່, ຢູ່ໃນຈົດໝາຍ, ທ່ານສີຈິ້ນຜິງ ໄດ້ຂຽນອວຍພອນວັນເກີດຂອງພໍ່ໂດຍກ່າວວ່າ, ທ່ານເອງເຄົາລົບພໍ່ທີ່ເປັນຄົນທີ່ຈິງໃຈ ສັດຊື່, ແລະຕັດສິນໃຈກາຍເປັນຄົນທີ່ຄືກັບພໍ່.

ທ່ານສີຈິ້ນຜິງເຄົາລົບພໍ່ທີ່ໄດ້ສ້າງຄຸນງາມຄວາມດີໃຫ້ແກ່ພັກແລະປະຊາຊົນ, ບໍ່ເຄີຍອວດຜົນງານ ຂອງຕົນເອງ, ແລະບໍ່ເນັ້ນບົດບາດຂອງຕົນເອງ, ສະນັ້ນ ຈິ່ງຕັດສິນໃຈວ່າຕົນເອງເຮັດວຽກຄືກັບພໍ່.

ທ່ານສີຈິ້ນຜິງເຄົາລົບພໍ່ທີ່ມີເຊື່ອໝັ້ນແລະມີເປົ້າໝາຍສູ້ຊົນຢ່າງຄັກແນ່,ຍຶດໝັ້ນເດີນໄປໜ້າຕາມທິດທີ່ຖືກຕ້ອງ, ທ່ານໄດ້ຮັບເອົາກຳລັງດ້ານຈິດໃຈອັນແຂງແຮງຈາກພໍ່.

ຢູ່ໃນຈົດໝາຍໃຫ້ພໍ່, ທ່ານຂຽນວ່າ“ພໍ່ຄືງົວເຖົ້າ ໄດ້ຫ້າວຫັນເຮັດວຽກຢ່າງມິດໆເພື່ອປະຊາຊົນ. ນີ້ກໍ່ໄດ້ລະດົມລູກ ທີ່ຕັດສິນໃຈທຸ່ມເທຕົນເອງເຂົ້າໃນພາລະກິດຮັບໃຊ້ປະຊາຊົນ, ຕອບບຸນແທນຄົນປະເທດຊາດແລະພີ່ນ້ອງປະຊາຊົນ.”

ຄຳເວົ້າເຫຼົ່ານີ້ ທັງເປັນການເຄົາລົບນັບຖືຕໍ່ພໍ່ທີ່ເປັນຮຸ່ນລູກ ທັງເປັນຄຳໝັ້ນສັນຍາຂອງທ່ານທີ່ ໄດ້ສືບທອດຈິດໃຈຂອງຄົນປະຕິບັດຮຸ່ນກ່ອນ.

“ຮັບໃຊ້ປະຊາຊົນ ຖືເປັນການກະຕັນຍູພໍ່ແມ່ທີ່ດີທີ່ສຸດ”

图片默认标题_fororder_微信图片_20180618161637

ຫຼັງຈາກທ່ານສີຈົ້ງຊຸນອ່ານຈົດໝາຍຈາກທ່ານສີຈິ້ນຜິງແລ້ວ,ທ່ານເຂົ້າໃຈລູກທີ່ບໍ່ໄດ້ເມືອສະຫຼອງວັນເກີດຂອງຕົນເອງຍ້ອນຫຍຸ້ງນຳວຽກ, ທ່ານຍັງເວົ້າຕໍ່ພີນ້ອງແລະລູກຫຼານວ່າ: “ຖືສຳຄັນຕໍ່ ວຽກງານ, ຖືສຳຄັນຕໍ່ປະເທດຊາດ.”“ຮັບໃຊ້ປະຊາຊົນ ກໍ່ແມ່ນການກະຕັນຍູພໍ່ແມ່ທີ່ດີທີ່ສຸດ!”

ຜົນສະທ້ອນຂອງທ່ານສີຈົ້ງຊຸນທີ່ມີຕໍ່ທ່ານສີຈິ້ນຜິງແມ່ນເກີດຂຶ້ນຢ່າງບໍ່ຮູ້ສຶກຕົວ, ແລະຊາບຊື້ມຢູ່ ໃນທຸກສິ່ງລະອຽດໃນຊີວິດ.

ເວລາຍັງຮຽນຢູ່ໂຮງຮຽນດ ທ່ານສີຈິ້ນຜິງແມ່ນນ້ອນໂຮງຮຽນ ຮອດຍາມມື້ບຸນ ຈິ່ງກັບເມືອເຮືອນ ໄດ້. ຫຼັງຈາກກັບຮອດເຮືອນແລ້ວ, ອ້າຍ ເອື້ອຍນ້ອງຫຼາຍຄົນຕ້ອງຢືນເປັນແຖວຕາມຝາເຮືອນ ຟັງການສັ່ງສອນຂອງພໍ່.

“ ເພິ່ນມັກຈະເລົ່າສູ່ຟັງວ່າ ເພິ່ນແມ່ນເຂົ້າຮ່ວມການປະຕິວັດແນວໃດ, ເພິ່ນວ່າ ພວກລູກກໍ່ ຄວນເຂົ້າຮ່ວມການປະຕິວັດຄືກັນ, ແລະເລົ່າສູ່ຟັງວ່າການປະຕິວັດແມ່ນຫຍັງ.”

ຫຼັງຈາກນັ້ນຫຼາຍປີ, ໃນການໃຫ້ສຳພາດຕໍ່ນັກຂ່າວເທື່ອໜຶ່ງ, ທ່ານສີຈິ້ນຜິງຫວນຄືນວ່າ: “ທຸກສິ່ງທຸກຢ່າງເຫຼົ່ານີ້ ແມ່ນຝັງຢູ່ໃນໃຈຢ່າງເລິກເຊິ່ງ.”

ໃນທ່າມກາງບັນຍາກາດປະຕິວັດອັນເຂັ້ມຂຸ້ນ, ເວລາຍັງໜຸ່ມ ທ່ານສີຈິ້ນຜິງກໍ່ໄດ້ສະໝັກເຂົ້າຮ່ວມ ຄະນະຊາວໜຸ່ມໂດຍຂຽນບົດສະໝັກ 8 ສະບັບ, ຫຼັງຈາກນັ້ນ ໄດ້ຂຽນບົດສະໝັກເຂົ້າພັກ 10 ສະບັບ, ແລະກາຍເປັນສະມາຊິກພັກກອມມູນິດຈີນເປັນທາງການໃນອາຍຸ 20 ປີ.

ຈາກການເປັນເລຂາຄະນະພັກຂອງກອງການຜະລິດ ຮອດເລຂາທິການໃຫຍ່ພັກກອມມູນິດຈີນ, ຈາກປະຊາຊົນທຳມະດາສາມັນ ກາຍເປັນປະທານປະເທດ, ທ່ານສີຈິ້ນຜິງໄດ້ປະຕິບັດຕາມ ຄຳວ່າ “ຮັບໃຊ້ປະຊາຊົນຢ່າງເຕັມອົກເຕັມໃຈ” ດ້ວຍການປະຕິບັດຕົວຈິງ.

“ຮັກປະຊາຊົນຄືກັບຮັກພໍ່ແມ່ຂອງຕົນເອງ”

ເດືອນພະຈິກ 2013 ທ່ານສີຈິ້ນຜິງລົງສຳຮາກຖານຢູ່ບ້ານສືປ່າຕົ້ງຂອງແຂວງຫູໜານ. ແມ່ເຜົ່າແມ້ວທີ່ເຮືອນບໍ່ມີໄຟ ທັງບໍ່ຮູ້ຈັກທ່ານເລຂາທິການໃຫຍ່ໄດ້ເຊີນທ່ານສີຈິ້ນຜິງຂົ້າເຮືອນ, ແລະເວົ້າດ້ວຍຄວາມສຸພາບວ່າ: “ບໍ່ຮູ້ວ່າຈະເອີ້ນທ່ານແນວໃດເນາະ?”

“ຂ້ອຍຄືຜູ້ຮັບໃຊ້ປະຊາຊົນນັ້ນແຫຼະ.” ທ່ານສີຈິ້ນຜິງຍິ້ມຂຶ້ນ ແລະແນະນຳຕົນເອງຄືແນວນີ້ ເຮັດໃຫ້ຜູ້ຄົນທຸກຄົນທີ່ຢູ່ບ່ອນນັ້ນຮູ້ສຶກອຸ່ນໃຈ ແລະເກີດມີຄວາມເຄົາລົບນັບຖື.

ໄປຊອກຮູ້ສະພາບຄວາມທຸກຍາກທີ່ແທ້ຈິງ, ຊ່ວຍເຫຼືອຄວາມທຸກຍາກທີ່ແທ້ຈິງ ແລະຫຼຸດຜ່ອນ ຄວາມທຸກຍາກຢ່າງແທ້ຈິງ. ທ່ານສີຈິ້ນຜິງ ຜູ້ນຳຂອງປະຊາຊົນໄດ້ປະຕິບັດຕາມ ຄຳໝັ້ນສັນຍາ ຂອງຕົນເອງດ້ວຍການໄປສຳຫຼວດຢູ່ທຸກເຂດທຸກຍາກໃນທົ່ວປະເທດ.

ໃນໄລຍະນີ້ ອັດຕາທຸກຍາກຂອງຈີນໄດ້ຈາກ 10,2% ຫຼຸດເຖິງການໜ້ອຍກວ່າ 4%, ຈຳນວນປະ ຊາຊົນຜູ້ທຸກຍາກ 60 ລ້ານຄົນໄດ້ຫຼຸດພົ້ນອອກຈາກຄວາມທຸກຍາກ .

ດ້ວຍຈິດໃຈທີ່ເຮັດວຽກເພື່ອປະຊາຊົນ, ທ່ານສີຈິ້ນຜິງໄດ້ຖືການໃຫ້ຄອບຄົວເປັນແສນເປັນລ້ານ ມີຊີວິດການເປັນຢູ່ທີ່ດີງາມເປັນເປົ້າໝາຍສູ້ຊົນຂອງຕົນເອງ,ພະຍາຍາມໃຫ້ຄົນທັງຫຼາຍ ໄດ້ຮັບ “ການສຶກສາທີ່ດີ, ຕຳແໜ່ງວຽກງານທີ່ໝັ້ນົງ, ລາຍໄດ້ທີ່ໜ້າ ພໍໃຈ,ການ ຄໍ້າປະກັນທາງສັງຄົມທີ່ໄວ້ໃຈໄດ້, ການປິ່ນປົດະຍາດທີ່ມີລະດັບສູງ, ເງື່ອນໄຂພັກ ເຊົາທີ່ສະບາຍ, ສິ່ງແວດລ້ອມທີ່ດີງາມ ແລະຊີວິດດ້ານວັດທະນະທຳຈິດໃຈທີ່ອຸດົມສົມບູນ.”

图片默认标题_fororder_微信图片_20180618161654

“ຄຳໝັ້ນສັນຍາທີ່ພັກກອມມູນິດຈີນກ່າວໄວ້ຕໍ່ປະຊາຊົນນັ້ນ ຕ້ອງບັນລຸຜົນເປັນຈິງໃຫ້ໄດ້ ຢ່າງແນ່ນອນ!” ນີ້ຄຳເວົ້າທີ່ໜັກແໜ້ນຂອງທ່ານສີຈິ້ນຜິງ ເຊິ່ງແນວຄິດພັດທະນາທີ່ຖືປະຊາ ຊົນເປັນໃຈກາງນັ້ນ ໄດ້ກາຍເປັນການຊີ້ນຳນຳພາທີ່ສຳຄັນໃນການພັດທະນາເສດຖະກິດສັງ ຄົມຈີນໃນຍຸກໃໝ່.

ຄຳ​ເຫັນ

0