吴佳萱

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ສີ​ຈິ້ນ​ຜິ​ງຮຽກຮ້ອງ​ໃຫ້​ພະຍາຍາມສ້າງ​ສະພາບ​ໃໝ່​ທາງການ​ທູ​ດຂອງ​ປະ​ເທດ​ໃຫຍ່ທີ່ມີ​ສີສັນ​ພິ​ເສດຂອງ​ຈີນ

2018-06-24 16:03:16 cri

图片默认标题_fororder_1123025806_15297541989971n

 

ກອງ​ປະຊຸມ​ວຽກ​ງານການຕ່າງປະ​ເທດສູນ​ກາງ​ຈີນ​ໄດ້​ໄຂ​ຂຶ້ນ​ຢູ່​ນະຄອນຫຼວງ​ປັກ​ກິ່ງ​ແຕ່​ວັນ​ທີ 22 ຫາ​ວັນ​ທີ 23 ມິຖຸນາ​ນີ້. ທ່ານ​ສີຈິ້ນ​ຜິ​ງ ​ເລຂາທິການ​ໃຫຍ່ສູນ​ກາງ​ພັກ​ກອມ​ມູນິດ​ຈີນ, ປະທານ​ປະ​ເທດຈີນ, ປະທານ​ຄະນະ​ກຳມະການ​ການ​ທະຫານ​ສູນ​ກາງ​ຈີນ​ໄດ້​ກ່າວ​ປາ​ໄສ​ທີ່​ສຳ​ຄັນ​ໃນ​ກອງ​ປະຊຸມ​ດັ່ງກ່າວ​ ​​ໂດຍ​ເນັ້ນ​ວ່າ: ວຽກ​ງານ​ຕ່າງປະ​ເທດ​ຂອງ​ປະ​ເທດ​ຕົນ​ຕ້ອງຍຶດໝັ້ນ​ນຳພາ​ໂດຍ​ແນວ​ຄິດການ​ຕ່າງປະ​ເທດ​ສັງຄົມ​ນິຍົມ​ທີ່​ມີ​ສີ​ສັນ​ພິ​ເສ​ດຂອງ​ຈີນ​ໃນ​ຍຸກ​ໃໝ່, ວາງ​ແຜນສະພາບ​ລວມທັງພາຍ​ໃນ ​ແລະ​ຕ່າງປະ​ເທດຢ່າງ​ເປັນ​ເອກະ​ພາບ​ກັນ, ກຳ​ແໜ້ນ​ຈຸດປະສົງ​ຕົ້ນຕໍ​ທີ່ບໍລິການ​ການ​ຟື້ນ​ຟູ​ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ​ຂອງປະ​ຊາ​ຊາດຈີນ​ຄືນ​ໃໝ່ ​ແລະຊຸກຍູ້ຄວາມ​ກ້າວໜ້າ​ຂອງ​ມວນ​ມະນຸດ, ຊຸກຍູ້​ສ້າງປະຊາ​ຄົມ​ຮ່ວມຊາຕາກຳ​ຂອງ​ມວນ​ມະນຸດ, ​ເດັດດ່ຽວ​ປົກ​ປັກຮັກສາ​ອະທິປະ​ໄຕ, ຄວາມ​ໝັ້ນຄົງ ​ແລະ​ຜົນ​ປະ​ໂຫຍ​ດການ​ພັດທະນາ​​ຂອງ​ປະ​ເທດ​ຊາດ, ຕັ້ງໜ້າ​ເຂົ້າ​ຮ່ວມ​ການນຳພາ​ການ​ປະຕິຮູບ​ລະບົບ​ ບໍລິຫານທົ່ວ​ໂລກ, ​​ສ້າ​ງ​ເຄືອຂ່າຍສາຍ​ພົວພັນຄູ່​ຮ່ວມ​ທົ່ວ​​ໂລກ​ທີ່​ດີ​ກວ່າ​ເກົ່າ, ພະຍາຍາມ​ສ້າງ​ສະພາບ​ໃໝ່​ທາງ​ການ​ທູດຂອງ​ປະ​ເທດ​ໃຫຍ່​ທີ່​ມີ​ສີສັນ​ພິ​ເສດ​ຂອງ​ຈີນ, ສ້າງ​ເງື່ອນ​ໄຂ​ເອື້ອ​ອຳນວຍ ​ແລະປະກອບສ່ວນ​​ເທົ່າ​ທີ່​ຄວນເຂົ້າ​ໃນ​ການ​ສ້າງສັງຄົມທີ່​ອີ່ມ​ໜຳ​ສຳລານ​ຢ່າງຮອບດ້ານ​ໃຫ້​ສຳ​ເລັດ ​ແລ້ວສ້າງ​ປະ​ເທດ​ສັງຄົມ​ນິຍົມ​ທີ່​ທັນ​ສະ​ໄໝ ​ແລະ​ເຂັ້ມ​ແຂງ​ຢ່າງຮອບດ້ານ.

ທ່ານ​ສີຈິ້ນ​ຜິ​ງຊີ້ໃຫ້​ເຫັນ​​ວ່າ: ນັບ​​ແຕ່​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 18 ຂອງ​ພັກ​ກອມ​ມູນ​ນິດ​ຈີນ​ເປັນ​ຕົ້ນ​ມາ, ​ໂດຍ​ຜະ​ເຊີນ​ໜ້າ​ກັບ​ຄວາມ​ສະ​ຫຼັບ​ສັບຊ້ອນ​ຂອງ​ສະຖານະ​ການສາກົນ, ວຽກ​ງານ​ການຕ່າງປະ​ເທດ​ຂອງ​ປະ​ເທດ​ຕົນ​ໄດ້​ແກ້​ໄຂ​ຄວາມ​ຫຍຸ້ງຍາກຕ່າງໆ​ນາໆ ​ແລະ​ໄດ້​ຮັບ​ຄວາມ​ກ້າວໜ້າຢ່າງ​ສະຫງ່າ​ຜ່າ​ເຜີຍ, ​ໄດ້ຊຸກຍູ້ວຽກ​ງານ​ການ​ຕ່າງ​ປະ​ເທດຂອງ​ປະ​ເທດ​ໃຫຍ່​ທີ່​ມີ​ສີສັນ​ພິ​ເສດຂອງ​ຈີນຢ່າງ​ມີ​ຫົວຄິດ​ປະດິດ​ສ້າງ ​ ​ເຊິ່ງ​ໄດ້​ຜ່ານ​ຜ່າຄວາມ​ສ່ຽງ ​ແລະການ​ທົດ​ສອບ​ຢ່າງ​ຫຼວງ​ຫຼາຍ, ​ຍາດ​ມາ​ໄດ້​ໄຊຊະນະ​ຢ່າງ​ຫຼວງ​ຫຼາຍ, ​ໄດ້ສຳ​ເລັດ​ໜ້າ​ທີ່​ໃຫຍ່​ໜ້າ​ທີ່​ສຳຄັນ​ຢ່າງ​ຫຼວງ​ຫຼາຍ ​ແລະ​ໄດ້​ຮັບຜົນສຳ​​ເລັດ​ເປັນ​ຄັ້ງ​ປະຫວັດສາດ. ພ້ອມ​ກັນ​ນັ້ນ​ໄດ້ດຳ​ເນີນ​ການ​ປະດິດ​ສ້າງ​ໃໝ່​ທີ່​ສຳຄັນຕ່າງໆດ້ານ​ທິດ​ສະ​ດີ ​ແລະ​ພຶດຕິ​ກຳກ່ຽວ​ກັບ​ວຽກ​ງານ​ທາງ​ການ​ທູດ ​​ເຊິ່ງ​ໄດ້​ກໍ່​ຕົວ​ເປັນ​ແນວ​ຄິດ​ການ​ທູດ​ສັງຄົມ​ນິຍົມ​ທີ່​ມີ​ສີສັນ​ພິ​ເສດ​ຂອງ​ຈີນ​ໃນ​ຍຸກ​ໃໝ່.

ທ່ານ​ກ່າວຕື່ມ​ວ່າ: ປັດ​ຈຸບັນ, ປະ​ເທດ​ຕົນ​ພວມ​ຢູ່​​ໃນໄລຍະ​ການ​ພັດທະນາ​ທີ່​ດີ​ທີ່​ສຸດນັບ​ແຕ່​ປີ 1840 ​ເປັນ​ຕົ້ນມາ, ທົ່ວ​ໂລກພວມ​ຢູ່​ໄລຍະການ​ປ່ຽນ​ແປງ​ໃຫຍ່​ທີ່​ບໍ່​ເຄີຍ​ມີ​ມາ​ກ່ອນ​ໃນ​ຮອບ​ຮ້ອຍ​ປີ​ຜ່ານ​ມາ, ສະພາບ​ທັງ​ສອງ​ດ້ານ​ດັ່ງກ່າວ​ກໍ​ໄດ້​ປົນ​ກັນ ​ແລະ​ຊຸກຍູ້​ເຊິ່ງ​ກັນ ​ແລະ​ກັນ. ພວກ​ເຮົາ​ຕ້ອງ​ວິ​ເຄາະ​ກົດ​ເກນ​ການ​ປ່ຽນ​ແປງ​ຂອງ​ສະຖານະ​ການ​ສາກົນ​​ໃນ​ໄລຍະ​ຂ້າມ​ຜ່ານຢ່າງ​ເລິກ​ເຊິ່ງ, ກຳ​ແໜ້ນ​ຈຸດ​ພິ​ເສດ​ພື້ນຖານ​ຂອງ​ສະພາບ​ແວດ​ລ້ອມພາຍ​ນອກຂອງ​​ປະ​ເທດ​ຕົນ​ໃນ​ໄລຍະ​ຂ້າມ​ຜ່ານ​ໃນ​ປະຫວັດສາດຢ່າງ​​ຖືກຕ້ອງ, ​ວາງ​ແຜນ ​ແລະ​ຊຸກຍູ້​ວຽກ​ງານການ​ຕ່າງປະ​ເທ​ດຢ່າງ​ເປັນ​ເອກະ​ພາບ​ກັນ. ຕ້ອງຊູ​ຄັນ​ທຸງ​ແຫ່ງການ​ສ້າງ​ປະຊາ​ຄົມ​ຮ່ວມ​ຊາຕາກຳ​ຂອງ​ມວນ​ມະນຸດ, ຊຸກຍູ້​ລະບົບບໍລິຫານ​ທົ່ວ​ໂລກ​​ໃຫ້ພັດທະນາ​ຕາມ​ທິດທີ່​ຍຸດ​ຕິທຳ ​ແລະ​ສົມ​ເຫດ​ສົມ​ຜົນ​ກວ່າ​ເກົ່າ. ຕ້ອງ​ຍຶດໝັ້ນ​ປຶກສາ​ຫາລື​ຮ່ວມ​ກັນ, ສ້າງສາ​ຮ່ວມ​ກັນ ​ແລະ​ຊົ​ມ​ໃຊ້​ຮ່ວມ​ກັນ, ຊຸກ​ຍູ້​ການ​ກໍ່ສ້າງ “ໜຶ່ງ​ແລວ​ໜຶ່ງ​ເສັ້ນທາງ” ​ໃຫ້ມີ​​ການ​ພັດທະນາ​ຢ່າງ​ໝັ້ນ​ທ່ຽງ ​ແລະ​ຍາວ​ນານ ​ແລະຊຸກຍູ້​ການ​ເປີດ​ປະຕູ​ສູ່​ພາຍ​ນ​ອກຂຶ້ນ​ສູ່​ລະດັບ​ໃໝ່. ຕ້ອງວາງ​ແຜນການ​ກ່ຽວ​ກັບ​ການ​ພົວພັນກັບປະ​ເທດ​​ໃຫຍ່ເປັນ​ຢ່າງ​ດີ, ຊຸກຍູ້​ກາ​ນສ້າງ​ຂອບ​ການ​ພົວພັນ​ລະຫວ່າງ​ປະ​ເທດ​ໃຫຍ່​ທີ່​ມີ​ຄວາມ​ໜັກ​ແໜ້ນ​ໂດຍ​ລວມ ​ແລະ​ມີ​ການ​ພັດທະນາ​ຢ່າງ​ສະໝ່ຳສະ​ເໝີ​ກັນ. ຕ້ອງ​ເຮັດ​ວຽກ​ງານ​ການ​ຕ່າງປະ​ເທດ​ກັບປະ​ເທດ​ອ້ອມ​ຂ້າງ​ໃຫ້​ດີ, ຊຸກຍູ້​ສະພາບ​ແວດ​ລ້ອມ​ທີ່ຢູ່​ອ້ອມ​ຂ້າງ​ມີ​ໄມຕີ​ຈິດມິດຕະພາບ​ທີ່​ດີກ​ວ່າ​ເກົ່າ ​ແລະ​ມີ​ຜົນ​ປະ​ໂຫຍ​ດຫຼາຍ​ກວ່າ​ເກົ່າ. ຕ້ອງ​ລົງ​ເລິກ​ຄວາມ​ສາມັກຄີ ​ແລະການ​ຮ່ວມ​ມື​ກັບປະ​ເທດ​ທີ່​ກຳລັງ​ພັດທະນາ, ຊຸກຍູ້​ສ້າງ​ສະພາບ​ການ​ໃໝ່​ທີ່​ມີຄວາມ​ກ້າວໜ້າຮ່ວມກັນ ​ແລະ​ພັດທະນາຮ່ວມ​ກັນ. ປະ​ເທດ​ທີ່​ກຳລັງ​ພັດທະນາອັນ​ໄພສານ​ແມ່ນພັນທະ​ມິດ​ທຳ​ມະ​ຊາດ​ໃນ​ວຽກ​ງານສາກົນ​ຂອງ​ປະ​ເທດ​ຕົນ, ຕ້ອງ​ຍຶດ​ໝັ້ນ​ທັດສະນະ​ກ່ຽວ​ກັບ​ຄວາມ​ເປັນ​ທຳ ​ແລະ​ຜົນ​ປະ​ໂຫຍ​ດທີ່ຖືກຕ້ອງ, ປະຕິບັດ​ການ​ຮ່ວມ​ມື ​ແລະ​ຄວາມ​ສາມ​ກຄີີ​ກັບປະ​ເທດ​ທີ່​ກຳລັງ​ພັດທະນາ​ເປັນ​ຢ່າງ​ດີ. ຕ້ອງ​ລົງ​ເລິກ​ຊຸກຍູ້​ປະ​ເທດ​ຕົນແລກປ່ຽນ​ກັບ​ໂລກ​ຢ່າງ​ເລິກ​ເຊິ່ງ ​ແລະຖອດ​ຖອນ​ບົດຮຽນ​ເຊິ່ງ​ກັນ ​ແລະ​ກັນ.

ຄຳ​ເຫັນ

0