黎明

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນ​ແລະ​ເອີຣົບຄວນ​ຮ່ວມ​ກັນ​ປົກ​ປ້ອງ​ລະບົບ​ການ​ຄ້າ​ເສລີ​ທີ່​ສ້າງ​ຂຶ້ນບົນ​ພື້ນ​ຖານກະຕິກາຕ່າງໆ

2018-07-06 16:59:17 CRI

ທ່ານ​ຫວາງ​ຢີ້ ທີ່​ປຶກ​ຫາ​ແຫ່ງ​ລັດ ທັງ​ເປັນລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ​ຈີນ ​ແລະ ທ່ານ​ຄາຣິນ ຄະ​ເນັສ ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ​ໂອ​ຕຣິສ ​ໄດ້​ຮ່ວມ​ກັນ​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ ຢູ່​ນະຄອນຫຼວງວຽນ​ໃນ​ວັນ​ທີ 5 ກໍລະກົດ​ນີ້​, ທ່ານ​ຫວາງ​ຢີ້ ກ່າວວ່າ: ລັດທິ​ປົກ​ປ້ອງ​ການ​ຄ້າ​ເປັນ​ການ​ກະທຳ​ທີ່​ບໍ່​ເບິ່ງ​ກວ້າງມອງ​ໄກ, ຈະສ້າງ​ຄວາມ​ເສຍ​ຫາຍ​ໃຫ້​ແກ່​ຜູ້​ອື່ນ​ແຕ່​ກໍ​ບໍ່​ມີ​ຜົນ​ປະ​ໂຫຍ​ດຕໍ່​ຕົນ​ແຕ່​ຢ່າງ​ໃດ; ການ​ກະທຳ​​ໃດໆ​ທີ່​ເປັນ​ການ​ກະທຳແຕ່​ຝ່າຍ​ດຽວລ້ວນ​ແຕ່​ໄດ້​ລະ​ເມີດ​ກົດ​ລະບຽບ​ອົງການ​ການ​ຄ້າ​ໂລກ, ​ເປັນ​ການ​ທຳລາຍ​ລະບົບ​ການ​ຄ້າຫຼາຍຝ່າຍ ​ທັງຈະສ້າງຜົນ​ກະທົບ​ຕໍ່​ທ່ວງທ່າ​ການ​ຟື້ນ​ຕົວ​​ແລະ​ການ​ພັດທະນາຂອງ​ເສດຖະກິດ​ໂລກ​ອີກ​ດ້ວຍ.

ທ່ານ​ຫວາງ​ຢີ້ ກ່າວ​ຕື່ມ​ວ່າ: ຈີນ ​ແລະ​ ເອີຣົບລ້ວນ​ແຕ່​ເປັນ​ຜູ້​ໄດ້​ປະ​ໂຫຍ​ດຈາກ​ລະບົບ​ການ​ຄ້າຫຼາຍຝ່າຍ ທັງ​ເປັນ​ຜູ້​ປົກ​ປ້ອງ​ລະບົບ​ການ​ຄ້າ​ດັ່ງກ່າວ ​ໃນ​ສະຖານະ​ການ​ປັດຈຸບັນ, ຈີນ ​ແລະ ​ເອີຣົບຄວນ​ຮ່ວມ​ກັນ​ປົກ​ປ້ອງ​ລັດທິຫຼາຍຝ່າຍ ​ແລະ ລະບົບ​ການ​ຄ້າ​ເສລີ​ທີ່​ສ້າງ​ຂຶ້ນບົນ​ພື້ນຖານ​ກະຕິ​ກາ​ຕ່າງໆ ນີ້​​ເປັນ​ພັນທະ​ຮ່ວມ​ຂອງ​ສອງ​ຝ່າຍ ​ແລະ ກໍ​ແມ່ນ​ກາ​ນກະທຳ​ທີ່​ມີ​ຄວາມ​ຮັບຜິດຊອບຂອງ​ສອງ​ຝ່າຍ​ທີ່​ຄວນ​ປະຕິບັດ​ຕໍ່​ໂລກ. ປັດຈຸບັນ, ຈີນ​ພວມ​ຢູ່​ແນວ​ໜ້າ​ແຫ່ງ​ການ​ຕໍ່ຕ້ານລັດທິ​ແຕ່​ຝ່າຍ​ດຽວແລະລັດທິປົກ​ປ້ອງ​ການ​ຄ້າ ຈຶ່ງ​ບໍ່​​ຢາກ​ໃຫ້ຜູ້​ໃດ​ແທງ​ຂ້າງຫຼັງ.

ຄຳ​ເຫັນ

0