李敏

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ອາ​ເມ​ລິ​ກາ​ກໍ່​ສົງ​ຄາມ​ການ​ຄ້າ ຈະ​ເສຍ​ຜົນ​ປະ​ໂຫຍດ​ບົ່ມ​ຊ້ອນ​​ທີ່​ສຳ​ຄັນ​ໃນ 5 ດ້ານ

2018-07-08 17:20:04 cri

ແຕ່​ເດືອນ​ມີ​ນາ​ປີ​ນີ້​ເປັນ​ຕົ້ນ​ມາ, ຄວາມ​ຂັດ​ແຍ້ງ​ດ້ານການ​ຄ້າ​ລະ​​ຫວ່າງ​ຈີນ​ກັບ​ອາ​ເມ​ລິ​ກາ​ມີ​ການ​ປ່ຽນ​ແປງ​ຕະ​ຫຼອດ, ​ຄວາມ​ມືດ​ມົນ​ແຫ່ງ “ສົງ​ຄາມ​ການ​ຄ້າ” ລະ​ຫວ່າງ​ສອງ​ປະ​ເທດ, ​ໄດ້​ນຳ​ເອົາ​ຄວາມ​ສ່ຽງ​ທີ່​ບໍ່​ແນ່ນອນ​ຫຼາຍ​ຢ່າງ​ໃຫ້​​ແກ່ການ​ພົວ​ພັນ​ລະ​ຫວ່າ​ງ​ຈີນ​ກັບ​ອາ​ເມ​ລິ​ກາ​​ແລະ​ເສດ​ຖະ​ກິດ​ໂລກ. ​ຖ້າສົງ​ຄາມ​ການ​ຄ້າ​ເລີ່ມ​​ຕົ້ນ, ​ຈີນ​ກັບ​ອາ​ເມ​ລິ​ກາ​ຈະ​ຖືກ​ກະ​ທົບ​ທັງ​ສອງ​ຝ່າຍ​ໂດຍ​ບໍ່​ມີ​ຜູ້​ຊະ​ນະ, ​ສອງ​ຝ່າຍຈະ​ເສຍ​​ຜົນ​ປະ​ໂຫຍດ​​ບົ່ມຊ້ອນ​ອັນໃຫຍ່​ຫຼວງ​​ໃນ 5 ດ້ານ. ຄື ໜຶ່ງ, ຈະ​ເຮັດ​ໃຫ້​ຈີນ​ກັບ​ອາ​ເມ​ລິ​ກາ​ເສຍ​ຊ່ອງ​ຫວ່າງກວ້າງ​ໃຫຍ່​ແຫ່ງ​ການ​ຮ່ວມ​ມື​ໃນ​ອະ​ນາ​ຄົດ, ສອງ, ຈະ​ເຮັດ​ໃຫ້​ສອງ​ປະ​ເທດ​ເສຍ​ຜົນ​ປະ​ໂຫຍດ​ໃຫຍ່​ຫຼວງ​ຈາກ​ການ​ແບ່ງວຽກ​ຂອງ​ສາຍ​ໂສ້ຂະ​ແໜງ​ການ​ທົ່ວ​ໂລກ, ສາມ, ຈະ​ເຮັດ​ໃຫ້​ໂລກ​ເສຍ​ໂອ​ກາດ​ປະ​ຫວັດ​ສາດ​ອັນ​ສຳ​ຄັນ​ທີ່​ເຮັດໃຫ້​ເສດ​ຖະ​ກິດ​ຟື້ນຕົວ​ຄືນ​ໃໝ່, ສີ່, ຈະ​ເຮັດ​ໃຫ້​ລະ​ບຽບ​​ການສາ​ກົນ​ແລະ​ກົດ​ຂໍ້​ກຳ​ນົດ​ສາ​ກົນ​ທີ່​​ຄ່ອຍໆຈໍ່​ຕົວ​ຂຶ້ນ​ໃນ​ຫຼາຍ​ປີ​ຜ່ານ​ມາ​ນີ້​​ຂອງ​ໂລກ ເສຍ​ອິດ​ທິ​ພົນ​ແລະ​ລັກ​ສະ​ນະ​​ຈຳ​ກັດ, ແລ້ວ​ພາ​ໃຫ້​ເສດ​ຖະ​ກິດ​ໂລກເກີດ​ມີ​ຄວາມ​ວຸ້ນ​ວາຍ, ຫ້າ, ຄື​ສິ່ງ​ສຳ​ຄັນ​ທີ່​ສຸດ ແມ່ນ​ຈະ​ເຮັດ​ໃຫ້​ອາ​ເມ​ລິ​ກາ​ເສຍ​ຜົນ​ປະ​ໂຫຍດ​ຈາກ​ຕະ​ຫຼາດ​​ທີ່ໃຫຍ່​ຫຼ​ວງ​ຂອງ​ຈີນ.

ຄວາມ​ຂັດ​ແຍ່ງ​ດ້ານ​ການ​ຄ້າ​ບໍ່​ມີ​ຜົນ​ດີ​ຕໍ່​ຈີນແລະອາ​ເມ​ລິ​ກາ ​ກໍ່​ຄືທົ່ວ​ໂລກ, ສະ​ນັ້ນ, ຖ້າຈີນ​ກັບ​ອາ​ເມ​ລິ​ກາ​​ສາ​ມາດ​ດຳ​ເນີນ​ການ​ຮ່ວມ​ມື​ດ້ານ​ການ​ຄ້າ, ການ​ລົງ​ທຶນ​ແລະ​ດ້ານ​ອື່ນໆ​ຢ່າ​ງ​ສະ​ໜິດ​ແໜ້ນກວ່າ​ເກົ່າ​ໄດ້, ຈະ​ເຮັ​ດ​ໃຫ້​ອາ​ເມ​ລິ​ກາ​ສາ​ມາດ​ແບ່ງ​ປັນ​ຜົນ​ປະ​ໂຫຍດ​ຂອງ​ຕະ​ຫຼາດ​ຈີນ​ໄດ້, ຍັງ​ຈະ​ນຳ​ເອົາ​ໂອ​ກາດ​ລົງ​ທຶນ​ຫຼາຍກວ່າ​ເກົ່າ​ມາ​ໃຫ້​ອາ​ເມ​ລິ​ກາ. ຖ້າ​ຢາກ​ແກ້​ໄຂ​ຄວາມ​ຂັດ​ແຍ້ງ​ດ້ານ​ການ​ຄ້າ​ລະ​ຫວ່າງ​ຈີນ​ກັບ​ອາ​ເມ​ລິ​ກາ, ຂໍ​ກະ​ແຈ​ໃນ​ສະ​ເພາະ​ໜ້າ​ນີ້​ແມ່ນ​ອາ​ເມ​ລິ​ກາ​ຄວນ​ປ່ຽນ​ແນວ​ຄິດໃໝ່​ເພື່ອ​ແກ້​ໄຂ​ຄວາມ​ຂັດ​ແ​ຍ້ງ​ດ້ານ​ການ​ຄ້າ​ລະ​ຫວ່າງ​ຈີນ​ກັບ​ອາ​ເມ​ລິ​ກາ. ຖ້າ​ຄວາມ​ຂັດ​ແຍ້ງ​ໄດ້​ຮັບ​ການ​ແກ້​ໄຂ, ການ​ເສຍ​ປຽບ​ດຸນ​ການ​ຄ້າ ຈຳ​ນວນ 250 ຕື້​ໂດ​ລາ​ສະ​ຫະ​ລັດ​ທີ່​ທ່ານ​ໂດ​ນັນ ທ​ລຳ​ ສະ​ເໜີ​ອອກ​ມາ​ນັ້ນ​ກໍ່​ຈະສາ​ມາດ​ຫຼຸດ​ໜ້ອຍລົງ​ຢ່າງ​​ງ່າຍ​ດາຍ, ການ​ຄ້າ​ລະ​ຫວ່າງ​ສອງ​ຝ່າຍ​ຍັງ​ຈະ​ມີ​ການ​ພັດ​ທະ​ນາ​ຢ່າງ​ໃຫຍ່ກວ່າ​ເກົ່າ. ​ຂໍ​ແຕ່ວ່າ​ສອງ​ຝ່າຍຄິດ​​ດີໆ, ຊອກ​ຫາ​ທຸກວິ​ທີ​​ຈາກ​ດ້ານ​ຕ່າງໆ, ການ​ຄ້າ​ຈີນ​ອາ​ເມ​ລິ​ກາ​ກໍ່​ອາດ​ຈະ​ປ່ຽນ​​ເປັນ​​ການ​ໄດ້ປຽບ​ດຸນ​ການ​ຄ້າ, ສິ່ງ​ທີ່​ຍາກ​ປາ​ກົດ​ເປັນ​ຈິງ​ກໍ່​ອາດ​ຈະ​​ປາ​ກົດ​ເປັນ​ຈິງໄດ້.

ຄຳ​ເຫັນ

0