吴佳萱

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ສ.​ເກົາຫຼີ​ຢຸດຕິ “​ການ​ຊ້ອມ​ຮົບອໍຈີ” ​ໃນ​ປີ 2018

2018-07-10 17:10:27 cri

ວັນ​ທີ 10 ກໍລະ​ກົດ​ນີ້, ກະຊວງ​ປ້ອງ​ກັນ​ຊາດ ​ແລະ​ກະຊວງ​ຄວາມ​ໝັ້ນຄົງ​​ແລະການ​ປົກຄອງ​​ສ.​ເກົາຫຼີ​ໄດ້​ຮ່ວມ​ກັນ​ເປີດ​ເຜີຍ​ວ່າ: ສ.​ເກົາຫຼີ​ຈະ​ຢຸດຕິ “ການ​ຊ້ອມ​ຮົບອໍຈີ” ປີ​ນີ້ ​ແລະ​ປະຕິບັດ​ “ການ​ຊ້ອມ​ຮົບອໍຈີ​ໄທ​​ເກ​ກ” ຮູບ​ແບບ​​ໃໝ່​ໃນ​ປີ 2019.

ກະຊວງ​ປ້ອງ​ກັນຊາດ ​ແລະ​ກະຊວງ​ຄວາມ​ໝັ້ນຄົງ-​ການ​ປົກຄອງຂອງສ.​ເກົາຫຼີ​ໄດ້​ຊີ້​​ໃຫ້​ເຫັນ​ວ່າ: ລັດຖະບານ​ສ.​ເກົາຫຼີ​ໄດ້​ຕົກລົງ​ຕາມ​ສະຖານະ​ການ​ຄວາມ​ໝັ້ນຄົງ​ໃນ​ປັດຈຸບັນ ​ແລະ​ທິດ​ທາງ​ຢຸດຕິ​ການ​ຊ້ອມ​ຮົບ​ທາງການ​ທະຫານ​ຮ່ວມ​ລະຫວ່າງ​ສ.​ເກົາຫຼີ ​ແລະ​ອາ​ເມ​ລິ​ກາ. “ການ​ຊ້ອມ​ຮົບອໍຈີ​ໄທ​ເກກ” ​ໃໝ່​ຈະ​ບໍ່​ພຽງ​ແຕ່​ຕ້ານ​ໄພ​ຂົ່ມຂູ່ດ້ວຍ​ກຳລັງ​ອາວຸດຈາ​ກຕ່າງປະ​ເທດ​ເທົ່ານັ້ນ, ​ແຕ່ຍັງ​ລວມທັງ​ການຮັບ​ມື​ກັບ​ການ​ໂຈມ​ຕີ​ກໍ່​ການ​ຮ້າຍ, ​ໄພພິບັດ ​ແລະ​ອື່ນໆ​ອີກ ​ເຊິ່ງ​ເປັນ​ຮູບ​ແບບການ​ຊ້ອມ​ຮົບ​ຮັກສາ​ຄວາມ​ໝັ້ນຄົງ​​ໂດຍລວມທີ່​ເຂົ້າ​ຮ່ວມ​ໂດຍ​ທະຫານ, ປະຊາຊົນ ​ແລະ​ລັດຖະບານ​ສ.​ເກົາຫຼີຮ່ວມ​ກັນ.

ຄຳ​ເຫັນ

0