蒙龙

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ນາ​ຍົກ​ຈີນ ແລະ ເຢຍ​ລະ​ມັນ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ເວ​ທີ​ປຶກ​ສ​າ​ຫາ​ລື​ການ​ຮ່ວມ​ມື​ເສດ​ຖະ​ກິດ​ເຕັກ​ນິກ​ຈີນ-ເຢຍ​ລະ​ມັນ​ຄັ້ງ​ທີ 9 ແລະ ກ່າວ​ປາ​ໄສ​ສຳ​ຄັນ

2018-07-11 11:02:21 CRI

ຕອນ​ຄ່ຳ​ວັນ​ທີ 9 ກໍ​ລະ​ກົດ​ນີ້​ຕາມ​ເວ​ລາ​ທ້ອງ​ຖິ່ນ, ​ຢູ່​ທີ່​ກະ​ຊວງ​ເສດ​ຖະ​ກິດ ແລະ ພະ​ລັງ​ງານ​ເຢຍ​ລະ​ມັນ​ທີ່​ນະ​ຄອນຫຼວງ​ແ​ມັກ​ແລັງ​ປະ​ເທດ​ເຢຍ​ລະ​ມັນ, ທ່ານຫຼີ​ເຄີ້​ສຽງ ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ ແລະ ທ່ານ​ນາງ ແອງ​ເຈີ​ລາ ເມີ​ເຄວ ນາ​ຍົກ​ລັດ​ຖະ​ມົນ​ຕີ​ເຢຍ​ລະ​ມັນໄດ້​ເຂົ້າ​ຮ່ວມ​ພິ​ທີ​ປິດກອງ​ປະ​ຊຸມ​ເວ​ທີ​ປຶກ​ສ​າ​ຫາ​ລື​ການ​ຮ່ວມ​ມື​ເສດ​ຖະ​ກິດ​ເຕັກ​ນິກ​ຈີນ-ເຢຍ​ລະ​ມັນ​ຄັ້ງ​ທີ 9 ແລະ ກ່າວ​ປາ​ໄສ​ສຳ​ຄັນ.

ທ່ານຫຼີ​ເຄີ້​ສຽງ​ກ່າວ​ວ່າ, ການ​ຮ່ວມ​ມື​ຈີນ-ເຢຍ​ລ​ະ​ມັນ​ໄດ້​ຮັກ​ສາ​ທ່ວງ​ທ່າ​ຂະ​ຫຍາຍ​ຕົວ​ທີ່​ປອດ​ໃສ ແລະ ໜັກ​ແໜ້ນ​ຢ່າງ​ຮອບ​ດ້ານ ແລະ ໄດ້​ນຳ​ໜ້າ​ການ​ຮ່ວມ​ມື​ຈີນ-ເອີ​ຣົບ​ຕະຫຼອດ​ມາ ເຊິ່ງ​ນັບ​ວ່າ​ເປັນ​ແບບ​ຢ່າງ​ແຫ່ງ​ການ​ຮ່ວ​ມ​ມື​ລະ​ຫວ່າງ​ປະ​ເທດ​ໃຫຍ່ ແລະ ໄດ້​ເພີ່ມ​ພະ​ລັງ​ຊຸກ​ດັ​ນ​ໃຫ້​ແກ່​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​​ສອງ​ປະ​ເທດ ກໍ​ຄື​ຂອງ​ໂລກ. ພວກ​ເຮົາ​ເປັນ​ເອ​ກະ​ພາບ​ກັນ​ເຫັນ​ດີ​ສືບ​ຕໍ່​ປັບ​ປຸງ ແລະ ເພີ່ມ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ທາງ​ການ​ເມືອງ ແລະ ຊຸກ​ຍູ້​ໃຫ້​ການ​ຮ່ວມ​ມື​ລະ​ຫວ່າງ​ສອງ​ປະ​ເທດ​ກ້າວ​ຂຶ້ນ​ສູ່​ລະ​ດັບ​ສູງກວ່າ​ເກົ່າ. ການ​ຮ່ວມ​ມື​ທາງ​ເສດ​ຖະ​ກິດ​ເຕັກ​ນິກ​ຈີນ-ເຢຍ​ລະ​ມັນ​ຈະ​ຕັດ​ແຍກ​ອອກ​ຈາກ​ສະ​ພາບ​ແວດ​ລ້ອມ​ການ​ຄ້າ​ແລະ​ການ​ລົງ​ທຶນ​ທີ່​ເສ​ລີ ແລະ ເປີດ​ປະ​ຕູ​​ນັ້ນ​ແມ່ນບໍ່​ໄດ້. ສອງ​ຝ່າຍ​ກ່າວ​ຢ້ຳ​ວ່າ ຈະ​ຮ່ວມ​ມື​ປົກ​ປັກ​ຮັກ​ສາ​ການ​ຄ້າ​ເສ​ລີ, ເດັດ​ດ່ຽວ​ຄັດ​ຄ້ານ​ລັດ​ທິ​ຝ່າຍ​ດຽວ ແລະ ລັດ​ທິ​ປົກ​ປ້ອງການ​ຄ້າ, ປົກ​ປັກ​ຮັກ​ສາ​ຂອບ​ການ​ຄ້າຫຼາຍ​ຝ່າຍ ບົນ​ພື້ນ​ຖານ​ກະ​ຕິ​ກາ​ສາ​ກົນ.

ທ່ານ​ນາງ​ແອງ​ເຈີ​ລາ ເມີ​ເຄວ​ກ່າວ​ວ່າ, ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ການ​ຮ່ວມ​ມື​ຈີນ-ເຢຍ​ລະ​ມັນ​ໄດ້​ຮັບ​ຜົນ​ສຳ​ເລັດ​ໃໝ່​ຢ່າງ​ບໍ່​ຢຸດ​ຢັ້ງ, ການ​ລົງ​ທຶນ​ຂອງ​ຈີນ​ຕໍ່​ເຢຍ​ລະ​ມັນ​ໄດ້​ກ້າວ​ເຂົ້າ​ສູ່​ໄລ​ຍະ​ໃໝ່, ເຢຍ​ລະ​ມັນ​ມີ​ທ່າ​ທີ​ເປີດກວ້າງ​ຕໍ່​ເລື່ອງ​ນີ້ ແລະ ຍິນ​ດີ​ໃຫ້​ວິ​ສາ​ຫະ​ກິດ​ຈີນ​ເພີ່ມ​ການ​ລົງ​ທຶນ​ຕໍ່​ເຢຍ​ລ​ະ​ມັນ. ເຢຍ​ລະ​ມັນ​ສະ​ແດງ​ຄວາມ​ຊົມ​ເຊີຍ​​ຈີນ​ທີ່​ໄດ້​ໃຊ້​ມາດ​ຕະ​ການ​ຕັ້ງ​ໜ້າ ໃນ​ການ​ປັບ​ປຸງ​ສະ​ພາບ​ແວດ​ລ້ອມ​ການ​ຕະຫຼາດ ແລະ ເປີດ​ປະ​ຕູ​ໃນຂະ​ແໜງ​ການ​ທະ​ນາ​ຄານ. ເຢຍ​ລະ​ມັນ​ຄອງ​ຄອຍ​ໃຫ້​ກອງ​ປະ​ຊຸມ​ສຸດຍອດ​ຈີນ​-ເອີ​ຣົບ​ທີ່​ຈະ​ຈັດ​ຂຶ້ນ​ໃນ​ໄວໆ​ນີ້​ໄດ້​ຮັບ​ຜົນ​ສຳ​ເລັດ​ທີ່​ດີ ເພື່ອ​ບໍ່​ໃຫ້​ໂລກ​ຕົກ​ເຂົ້າ​ໃນ​ຮອບ​ໝູນ​ວຽນ​ລັດ​ທິປົກ​ປ້ອງ​ການ​ຄ້າ.

ຜູ້​ແທນ 400 ກວ່າ​ທ່ານ​ຈາກວົງ​ການ​ເສດ​ຖະ​ກິດ​ຈີນ-ເຢຍ​ລະ​ມັນ​ໄດ້​ເຂົ້າ​ຮ່ວມກອງ​ປະ​ຊຸມ​ຄັ້ງ​ນີ້.

ຄຳ​ເຫັນ

0