尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ກອງ​ປະ​ຊຸມ​ສຳ​ມະ​ນາເວ​ທີ​ປຶກ​ສາ​ຫາ​ລື​ຜູ້​ອຳ​ນວຍ​ການ​ມະ​ຫາ​ວິ​ທະ​ຍາ​ໄ​ລ​​ທີ່​ມີສະ​ຖາ​ບັນຂົງ​ຈື້​​ຢູ່ອິນ​ໂດ​ເນ​ເຊຍ​ຄັ້ງ​ທຳ​ອິດ​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຫຼວງ​ຈາ​ກາ​ຕາ

2018-07-11 17:08:43 cri

ໃນ​ຖາ​ນະ​ເປັນ​ໜຶ່ງ​ໃນ​ເວ​ທີ​ປຶກ​ສາ​ຫາ​ລື​ຂອງກອງ​ປະ​ຊຸມ​ສຳ​ມະ​ນາ​ສາ​ກົນ “ພາ​ສາ​ຈີນ+” ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້​ຄັ້ງ​ທຳ​ອິດ, “ເວ​ທີ​ປຶກ​ສາ​ຫາ​ລື​ຜູ້​ອຳ​ນວຍ​ການ” ມະ​ຫາ​ວິ​ທະ​ຍາ​ໄ​ລ​ທີ່​ມີສະ​ຖາ​ບັນ​ຂົງ​ຈື້​ຢູ່​ອິນ​ໂດ​ເນ​ເຊຍ​ໄດ້​ຈັດ​ກອງ​ປະ​ຊຸມ​ຄັ້ງ​ທຳ​ອິດຂຶ້ນ​ຢູ່​ມະ​ຫາ​ວິ​ທະ​ຍາ​ໄລ​ອານ​ອາ​ຊາ​ທີ່​ນະ​ຄອນ​ຫຼວງ​ຈາ​ກາ​ຕາ​ໃນ​ຕອນ​ບ່າຍ​ວັນ​ທີ 10 ກໍ​ລະ​ກົດ​ນີ້, ຜູ້​ອຳ​ນວຍ​ການ​ມະ​ຫາ​ວິ​ທະ​ຍາ​ໄລ​​ທີ່​ມີສະ​ຖາ​ບັນ​ຂົງ​ຈື້ 6 ແຫ່ງ​ຂອງ​ອິນ​ໂດ​ເນ​ເຊຍ​ກໍ່​ຄື​ຫົວ​ໜ້າ​ສະ​ຖາ​ບັນ​ຂົງ​ຈື້​ຝ່າຍ​ຈີນ​ແລະ​ອິນ​ໂດ​ເນ​ເຊຍ​ໄດ້ ຮ່ວມ​ກັນ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ການ​ສອນ​ພາ​ສາ​ຈີນ​ແລະ​ເສັ້ນ​ທາງ​ແຫ່ງ​ການ​ພັດ​ທະ​ນາ​ສະ​ຖາ​ບັນ​ຂົງ​ຈື້​​ຢູ່​ອິນ​ໂດ​ເນ​ເຊຍ. ຜູ້​ອຳ​ນວຍ​ການ​ຫຼື​ຜູ້​ຕາງ​ໜ້າ​ຂອງ​ມະ​ຫາ​ວິ​ທະ​ຍາ​ໄລ​ 6 ແຫ່ງ​ກໍ່​ຄື​ຫົວ​ໜ້າ​ສະ​ຖາ​ບັນ​ຂົງ​ຈື້​ຝ່າຍ​ອິນ​ໂດ​ເນ​ເຊຍ​ຕ່າງ​ໄດ້​ປະ​ກອບ​ຄຳ​ເຫັນ​ກ່ຽວ​ກັບການ​ພັດ​ທະ​ນາ​ສະ​ຖາ​ບັນ​ຂົງ​ຈື້.

ຜູ້​ອຳ​ນວຍ​ການ​ມະ​ຫາ​ວິ​ທະ​ຍາ​ໄລ​ທີ່​ມີ​ສະ​ຖາ​ບັນ​ຂົງ​ຈື້ 6 ແຫ່ງ​ໄດ້​ຮ່ວມ​ກັນ​ເຊັນ​ບົດ​ບັນ​ທຶກ​ “ເວ​ທີ​ປຶກ​ສາ​ຫາ​ລື​ຜູ້​ອຳ​ນວຍ​ການ” ມະ​ຫາ​ວິ​ທະ​ຍາ​ໄລ​​ທີ່​ມີສະ​ຖາ​ບັນ​ຂົງ​ຈື້ຢູ່ອິນ​ໂດ​ເນ​ເຊຍ ໂດຍໄດ້​ຢືນ​ຢັນ​​ວ່າຈະ​ຈັດ​ເວ​ທີ​ປຶກ​ສາ​ຫາ​ລື​ດັ່ງ​ກ່າວ​ສອງ​ປີຄັ້ງໜຶ່ງ,ໂດຍ​ມະ​ຫາ​ວິ​ທະ​ຍາ​ໄລ 6 ແຫ່ງ​ດັ່ງ​ກ່າວ​ໝູນ​ວຽນ​ກັນເປັນ​ເຈົ້າ​ພາບ.

ຄຳ​ເຫັນ

0