蒙龙

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນ​ຈະ​ສົ່ງ​ເຈົ້າ​ໜ້າ​ທີ່​ໄປ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສັນ​ຕິ​ພາບ​ປາງ​ລົງ​ສະ​ຕະ​ວັດ​ທີ 21 ຄັ້ງ​ທີ 3 ຂອງ​ມຽນ​ມາ

2018-07-11 10:59:53 CRI

ທ່ານ​ນາງ​ຮ​​ວ້າ​ຊຸ່ນ​ຢິງ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ກ່າວ​ໃນ​ພິ​ທີ​ຖະ​ແຫຼງ​ຂ່າວ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 10 ກໍ​ລະ​ກົດ​ນີ້​ວ່າ, ໂດຍ​ຕອບ​ສະ​ໜອງ​ຕາມ​ຄຳ​ເຊີນ​ຂອງ​ລັດ​ຖະ​ບານ​ມຽນ​ມາ, ທ່ານ​ຊຸນ​ໂກວ​ຊຽງ ທູດ​ພິ​ເສດ​ວຽກ​ງານ​ອາ​ຊີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ຈະ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສັນ​ຕິ​ພາບ​ປາງ​ລົງ​ສະ​ຕະ​ວັດ​ທີ 21 ຄັ້ງ​ທີ 3 ຂອງ​ມຽນ​ມາ ກໍ​ຄື ກອງ​ປະ​ຊຸມ​ສັນ​ຕິ​ພາບ​ສະ​ຫະ​​ພາບ. ທ່ານ​ກ່າວ​ວ່າ, ຈີນ​ສະ​ໜັບ​ສະ​ໜູນ​ຂະ​ບວນ​ການ​ສັນ​ຕິ​ພາບ​ມຽນ​ມາ ແລະ ສະ​ໜັບ​ສະ​ໜູນ​ຄວາມ​ພະ​ຍາ​ຍາມ​ຂອງ​ບັນ​ດາ​ຝ່າຍ​ຂອງ​ມຽນ​ມາ ເພື່ອ​ບັນ​ລຸ​ສັນ​ຕິ​ພາບພາຍ​ໃນ​ປະ​ເທດ ແລະ ຄວາມ​ປອງດອງ​ແຫ່ງ​ຊາດ. ພວກ​ເຮົາ​ຫວັງ​ໃຫ້​ຝ່າຍ​ຕ່າງໆ​ຂອງ​ມຽນ​ມາ​ຍຶດ​ໝັ້ນ​ການ​ເຈ​ລະ​ຈາ​ກັນ, ແກ້​ໄຂ​ຄວາມ​ຂັດ​ແຍ້ງ​ກັນ​ດ້ວຍ​ສັນ​ຕິ​ວິ​ທີ ແລະ ບັນ​ລຸ​ການ​ຢຸດ​ຍິງ​ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ​ໂດຍ​ໄວ ເພື່ອ​ສ້າງ​ເງື່ອນ​ໄຂ​ທີ່​ດີ​ໃຫ້​ແກ່​ການ​ບັນ​ລຸ​ສັນ​ຕິ​ພາບ​​ຢ່າງຖາ​ວອນ ແລະ ພັດ​ທະ​ນາ​ປະ​ເທດ​ໃຫ້​ຈະ​ເລີນ​ຮຸ່ງ​ເຮືອງ.

ທ່ານ​ກ່າວ​ຕື່ມ​ວ່າ, ຈີນ​ອ​ວຍ​ພອນ​ໃຫ້​ກອງ​ປ​ະ​ຊຸມ​ຄັ້ງ​ນີ້​​ຈັດ​ຂຶ້ນ​ຢ່າງ​ສຳ​ເລັດ​ຜົນ ແລະ ​ໃຫ້ຂະ​ບວນ​ການ​ສັນ​ຕິ​ພາບ​ມຽນ​ມາ​​ບັນ​ລຸຄວາມ​ຄືບ​ໜ້າ​ຢ່າງ​ຕັ້ງ​ໜ້າ. ພວກ​ເຮົາ​ຍິນ​ດີ​ເສີມ​ຂະ​ຫຍາຍ​ບົດ​ບາດ​ໃນ​ລັກ​ສະ​ນະ​ສ້າງ​ສັນ ເພື່ອ​ຂະ​ບວນ​ການ​ປອງດອງ​​ແຫ່ງຊາດ ແລະ ບັນ​ລຸ​ສັນ​ຕິ​ພາບ​ພາຍ​ໃນ​ມຽນ​ມາ ໂດຍ​ອີງ​ຕາມ​ຄວາມ​ປາ​ດ​ຖະ​ໜາ​​ຂອງຝ່າຍ​ຕ່າງໆ​​ໃນມຽນ​ມາ.

ຄຳ​ເຫັນ

0