覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຍອດ​ຜູ້​ເສຍ​ຊີ​ວິດ​ຈາກ​ອຸ​ບັດ​ເຫດ​ເຮືອ​ທ່ອງ​ທ່ຽວຫຼົ້ມ​ຢູ່​ພູ​ເກັດ​ເພີ່ມ​ຂຶ້ນ​ເປັນ 45 ຄົນ

2018-07-11 11:14:33 cri

ວັນ​ທີ 10 ກໍ​ລະ​ກົດ​ນີ້, ທ່ານ​ນະ​ຣະ​ພັດ ປ​ລອດທອງ ເຈົ້າ​ແຂວງ​ແຂວງ​ພູ​ເກັດປະ​ເທດ​ໄທ​ກ່າວໃນ​ພິ​ທີ​ຖະ​ແຫຼງ​ຂ່າວ​ກ່ຽວ​ກັບ​ກາ​ນ​ກູ້​ໄພ​ອຸ​ບັດ​ເຫດ​ເຮືອ​ທ່ອງ​ທ່ຽວຫຼົ້ມ​ທີ່​ພູ​ເກັດ​ວ່າ, ຈາກ​ການ​ປະ​ສານ​ສົມ​ທົບ​ກັບ​ຊາວ​ປະ​ມົງ, ເຈົ້າ​ໜ້າ​ທີ່​ກູ້​ໄພ​ປະ​ເທດ​ຕົນ​ສາ​ມາດ​ຊອກ​ເຫັນ​ຜູ້​ເສຍ​ຊີ​ວິດ​ອີກ 3 ຄົນ,  ເຊິ່ງ​ສາ​ມາດ​ຢືນ​ຢັນ​ໄດ້​ໂດຍ​ພື້ນ​ຖານ​ວ່າ, 3 ສົບ​ນີ້​ເປັນ​ຜູ້​ເສຍ​ຊີ​ວິດ​ຈາກ​ອຸ​ບັດ​ເຫດ​ເຮືອ​ທ່ອງ​ທ່ຽວຫຼົ້ມ, ຈາກ​ນີ້​ຈິ່ງ​ຢືນ​ຢັນ​ໄດ້​ວ່າ ມາ​ເຖິງ​ປັດ​ຈຸ​ບັນ,ຍອດ​ຜູ້​ເສ​ຍ​ຊີ​ວິດ​ໄດ້​ເພີ່ມ​ຂຶ້ນ​ເປັນ 45 ຄົນ ແລະ​ຍັງ​ມີ​ສອງ​ຄົນ​ຫາຍ​ສາບ​ສູນ​ຢູ່.
 

 ທ່ານ​​ນະ​ຣະ​ພັດ​ກ່າວ​ວ່າ, ເບິ່ງ​ຈາກ​ສົບ​ຜູ້​ເສຍ​ຊີ​ວິດ​ພ້ອມ​ສະ​ຖານ​ທີ່ພົບ​ສົບ​ແລ້ວ​ສາ​ມາດ​ຢືນ​ຢັນ​ໄດ້​ໂດຍ​ພື້ນ​ຖານ​ວ່າ, ຜູ້​ເສຍ​ຊີ​ວິດ 3 ສົບ​ທີ່​ພົບ​ໃໝ່​ນັ້ນ​ເປັນ​ຜູ້​ປະ​ສົບ​ເຄາະ​ຮ້າຍ​ຈາກ​ອຸ​ບັດ​ເຫດ​ເຮືອ​ທ່ອງ​ທ່ຽວ “​ຟິ​ນິກ”ຫຼົ້ມ ແລະ​ຍັງ​ຕ້ອງ​ຄອຍ​ຖ້າ​ໃຫ້​ຄອບ​ຄົວ​ມາ​​ລະ​ບຸ​ສົບ​ຜູ້​ເສຍ​ຊີ​ວິດ.

ຄຳ​ເຫັນ

0