黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ອົງ​ການ​ສ​ະ​ຫະ​ປະ​ຊາ​ຊາດຈະ​ເພີ່ມ​ການ​ຊ່ວຍ​ເຫຼືອ​ດ້ານ​ມະ​ນຸດ​ສະ​ທຳ​ໃຫ້​ແກ່ ສ​ປ​ປ ເກົາ​ຫຼີ

2018-07-12 16:09:57 ​cri

ທ່ານ​ມາກ ໂລ​ຄົກ ຮອງ​ເລ​ຂາ​ທິ​ການ​ໃຫຍ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ທີ່​ຮັບ​ຜິດ​ຊອບ​ວຽກ​ງານ​ມະ​ນຸດ​ສະ​ທຳ​ທີ່​ພວມ​ຢ້ຽມ​ຢາມ ສ​ປ​ປ ເກົາ​ຫຼີ​ກ່າວ​ໃນ​ວັນ​ທີ 11 ກໍ​ລະ​ກົດ​ນີ້​ວ່າ, ສ​ປ​ປ ເກົາ​ຫຼີ​ໄດ້​ມີ​ຄວາມ​ກ້າວ​ໜ້າ​ຢ່າງ​ຫຼວງ​ຫຼາຍ​ໃນ​ຂົງ​ເຂດ​ມະ​ນຸດ​ສະ​ທຳ, ແຕ່​ຍັງ​ໄດ້​ຜະ​ເຊີນ​ໜ້າ​ກັບ​​ຄວາມ​ທ້າ​ທາຍ​ຢ່າງ​ຫຼວງ​ຫຼາຍ, ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ຈະ​ເພີ່ມ​ການ​ຊ່ວຍ​ເຫຼືອ​ດ້ານ​ມະ​ນຸດ​ສະ​ທຳ​ໃຫ້​ແກ່ ສ​ປ​ປ ເກົາ​ຫຼີ.

ທ່ານ​ໂລ​ຄົກ ກ່າວ​ໃນ​ພິ​ທີ​ຖະ​ແຫຼງ​ຂ່າວ​ທີ່​ຈັດ​ຂຶ້ນ​ຢູ່​ສຳ​ນັກ​ງານ​​ອົງ​ການ​ສະ​ຫະ​ປະ​ຊາດ​ເພື່ອ​ການ​ພັດ​ທະ​ນາ​ປະ​ຈຳ​ພຽງ​ຢາງວ່າ, ປັດ​ຈຸ​ບັນ, ການ​ຊ່ວຍ​ເຫຼືອຕົ້ນ​ຕໍ​ຂອງ​ອົງ​ການ​ປະ​ຊາ​ຊາດ​ຕໍ່ ສ​ປ​ປ ເກົາ​ຫຼີ​ລວມ​ທັງ​ທຶນ​ຊ່ວຍ​ເຫຼືອ​ມະ​ນຸດ​ສະ​ທຳ​ທີ່​ມີ​ມູນ​ຄ່າ 110 ລ້ານ​ໂດ​ລາ​ສະ​ຫະ​ລັດ​ທີ່​ປະ​ເທດ​ສະ​ມາ​ຊິກ​ຕ່າງໆ​ບໍ​ລິ​ຈາກ​ໃຫ້​ນັ້ນ, ເພື່ອ​ບັນ​ເທົາບັນ​ຫາ​ເດັກ​ນ້ອຍ ສ​ປ​ປ ເກົາ​ຫຼີ​ຂາດທາດ​ບຳ​ລຸງ, ຂາດ​ນ້ຳ​ດື່ມ​ທີ່​ສະ​ອາດ​, ຢາ​ປິ່ນ​ປົວ​ພະ​ຍາດ​ແລະ​ອື່ນໆ.

ຄຳ​ເຫັນ

0