吴佳萱

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ສີ​ຈິ້ນ​ຜິ​ງ​ໄດ້​ພົບ​ປະ​ກັບ​ທ່ານ​ລຽນ​ຈ້າ​ນ ພ້ອມ​ດ້ວຍ​ຄະ​ນະ

2018-07-14 16:04:22 CRI

ຕອນ​ເຊົ້າ​ວັນ​ທີ 13 ກໍລະກົດ​ນີ້, ທ່ານ​ສີ​ຈິ້ນ​ຜິ​ງ ​ເລຂາ​ທິການ​ໃຫຍ່​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ​ໄດ້​ພົບປະ​ກັບ​ທ່ານ​ລຽນ​ຈ້າ​ນ ອະດີດ​ປະທານ​ພັກກົກ​ມິນ​ຕັງຈີນ ພ້ອມ​ດ້ວຍ​ຄະນະບຸກຄົນ​ວົງ​ການ​ຕ່າງ​ໆ​ໄຕ້ຫວັນ​ຢູ່​ຫໍ​ສະພາ​ປະຊາຊົນນະຄອນຫຼວງ​ປັກ​ກິ່ງ ​ແລະ​ເນັ້ນ​​​ວ່າ: ພວກ​ເຮົາ​ມີ​ຄວາມ​ໝັ້ນ​ໃຈຢ່າງ​ເຕັມ​ປ່ຽມ ​ແລະ​ຄວາມ​ສາມາດຢ່າງ​ພຽງພໍ, ກຳ​​ແໜ້ນທິດ​ທາງ​ທີ່​ຖືກຕ້ອງ, ​ເດັດດ່ຽວ​ຊຸກຍູ້​ສາຍ​ພົວພັນ​ສອງຝັ່ງ​ໃຫ້ພັດທະນາ​​ໂດຍສັນຕິ ​ແລະ​ຊຸກຍູ້​ຂະ​ບວນການທ້ອນ​ໂຮມ​ປະ​ເທດ​ຊາດ​ໃຫ້ເປັນ​ເອກະ​ພາບ​ກັນ​. ຫວັງ​ວ່າ​ພີ່ນ້ອງ​ຮ່ວມ​ຊາດ​ສອງ​ຝັ່ງ​ພະຍາຍາມ​ຮ່ວມ​ກັນ, ​ຍຶດໝັ້ນ​ ​“ຄວາມ​ເຫັນ​ເປັ​ນ​ເອກະ​ພາບ​ກັນ 1992” ທີ່​ສະ​ແດງ​ໃຫ້​ເຫັນ​​​ເຖິງຫຼັກການປະ​ເທດ​ຈີນ​ດຽວ , ​ເດັດດ່ຽວຄັດຄ້ານ ​ແລະ​ສະກັດ​ກັ້ນ​ອິດ​ທິກຳລັງ​ແບ່ງ​ຍາກ​ໄຕ້​ຫວັນ​ເປັນ​ເອກະ​ລາດ, ​ເປີ​ດກວ້າງ​ ​ແລະລົງ​ເລິກ​ການ​ຮ່ວມ​ມື ​ແລະການ​ແລກປ່ຽນ​ດ້ານ​ຂົງ​ເຂດ​ຕ່າງໆ​ລະ​ຫວ່າງ​ສອງ​ຝັ່ງ, ​ເພີ່ມ​ທະວີຄວາມ​ຮັກ​​ແພງ ​ແລະ​ຄວາມສຸກ​ຂອງ​ພີ່ນ້ອງ​ຮ່ວມ​ຊາດ ​ແລະ​ຮ່ວມ​ກັນ​ຂຽນ​ໜ້າ​ໃໝ່​ໃນ​ປັ້ມປະຫວັດສາດ​ແຫ່ງ​ການ​ຟື້ນ​ຟູ​ຄວາມ​ຈະ​​ເລີ​ນຮຸ່ງ​ເຮືອງຂອງ​ປະຊາ​ຊາດ​ຈີນ​ຄືນ​ໃໝ່.

ທ່ານ​ລຽນ​ຈ້າ​ນ​ໄດ້ສະ​ເໜີຄວາມ​ເຫັນ 4 ຂໍ້ ຄື: ປະ​ເທດ​ຈີນ​ດຽວ, ສັນ​ຕິພາບ​ຂອງ​ສອງ​ຝັ່ງ, ​ເຊື່ອມ​​ໂຍງ​ເຂົ້າກັນ​ແບບຕ່າງ​ຝ່າຍ​ຕ່າ​ງມີ​ຜົນ​ປະ​ໂຫຍ​ດ, ຟື້ນ​ຟູ​ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ​ຂອງປະຊາ​ຊາດ​ຈີນ​ຄືນ​ໃໝ່. ທ່ານ​ກ່າວ​ວ່າ: ປະຊາຊົນ​ສອງ​ຝັ່ງ​ລ້ວນ​ແຕ່​ຂຶ້ນ​ກັບ​ປະຊາ​ຊາດ​ຈີນ, ຄວນ​ຮ່ວມ​ກັນປະ​ກອບ​ສ່ວນ​ເຂົ້າ​ໃນການສະ​ແຫວ​ງຫາສັນ​ຕິ​ພາບ ​ແລະ​ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ​ຂອງ​ສອງຝັ່ງ ​ເພື່ອ​ສ້າ​ງຊ່ອງ​ແຄບທີ່ມີ​ສັນຕິພາບ ​ແລະ​ສອງ​​ຝັ່ງ​ທີ່​ມີ​ຄວາມຈະ​ເລີ​ນຮຸ່ງ​ເຮືອງ​ຮ່ວມ​ກັນ.

 

图片默认标题_fororder_1123123044_15314719596121n

 

ຄຳ​ເຫັນ

0