黎明

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ການ​ນຳ​ເຂົ້າຂອງ​ຈີນ​ເພີ່ມ​ຂຶ້ນຢ່າງ​ວ່ອງ​ໄວ​ແລະ​ຕໍ່​ເນື່ອງ ​​ໄດ້​ສ້າງ​ໂອກາດ​ຮ່ວມ​ມື​ອັນ​ລ້ຳ​ຄ່າ​ໃຫ້​ແກ່ປະ​ເທດ​ຕ່າງໆ

2018-07-18 15:54:52 CRI

​ເຈົ້າໜ້າ​ທີ່​ກົມ​ການ​ຄ້າ​ກັບຕ່າງປະ​ເທດ ກະຊວງ​ການ​ຄ້າ​ຈີນ ​ໄດ້​ເປີດ​ເຜີຍ​ໃນ​ວັນ​ທີ 17 ກໍລະກົດ​ນີ້​ຢູ່​ນະຄອນຫຼວງປັກ​ກິ່ງ​ວ່າ: 6 ​ເດືອນ​ຕົ້ນ​ປີ​ນີ້, ການ​ສົ່ງ​ອອກ-ນຳ​ເຂົ້າຂອງ​ຈີນກັບ​ຕະຫຼາດຈະ​ເລີ​ນ​ໃໝ່ ​ເຊັ່ນ: ບາງປະ​ເທດ​ຢູ່​ລຽບ​ຕາມ “ໜຶ່ງ​ແລວ​ໜຶ່ງ​ເສັ້ນທາງ” ​ແລະ ປະ​ເທດ​ບຣິກສ໌ ​ສືບ​ຕໍ່​ເພີ່ມ​ຂຶ້ນຢ່າງ​ວ່ອງ​ໄວ. ຂະນະ​ທີ່​ການ​ນຳ​ເຂົ້າຂອງ​ຈີນ​ເພີ່ມ​ຂຶ້ນ​ໃນ​ໄຕ​ມາດ​ທຳ​ອິດ​ປີ​ນີ້ ​ໄດ້​ປະກອບສ່ວນ​ໃຫ້ການ​ເຕີບ​ໂຕ​ດ້ານ​ການ​ນຳ​ເຂົ້າຂອງ​ໂລກບັນລຸ​ເຖິງ 13,2%.

ອົງການ​ພາສີ​ແຫ່ງ​ຊາດ​ຈີນ ​ໄດ້​ເປີດ​ເຜີຍ​ຕົວ​ເລກ​ຫວ່າງ​ມໍ່ໆ​ມາ​ນີ້​ວ່າ: 6 ​ເດືອນ​ຕົ້ນປີ​ນີ້, ຍອດ​ມູນ​ຄ່າ​ການ​ນຳ​ເຂົ້າ-ສົ່ງ​ອອກ​ຂອງ​ຈີນ​ບັນລຸ​ເຖິງ 14.120 ຕື້​ຢວນ ​ເພີ່ມ​ຂຶ້ນ 7,9% ​ເມື່ອ​ທຽບ​​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີຜ່ານມາ ​ໃນ​ນີ້, ການ​ສົ່ງ​ອອກ​ເພີ່ມ​ຂຶ້ນ 4,9%, ການ​ນຳ​ເຂົ້າ​ເພີ່ມ​ຂຶ້ນ 11,5%; ການ​ໄດ້​ປຽບ​ດຸນ​ການ​ຄ້າຫຼຸດລົງ 26,7%. ທ່ານ​ຊົ້ງຊ່ຽນ​ມ້າວ ຮອງ​ຫົວໜ້າ​ກົມ​ການ​ຄ້າ​ກັບ​ຕ່າງປະ​ເທດ ກະຊວງ​ການ​ຄ້າ​ຈີນ ກ່າວ​ວ່າ: ສຳລັບ​ຕົວ​ເລກຂອງ​ໄຕ​ມາດ​ທີ 2 ນັ້ນ, ອົງການ​ການ​ຄ້າ​ໂລກ​ຍັງ​ບໍ່​ໄດ້​​ເປີດ​ເຜີຍ ​ແຕ່​ເມື່ອ​ເບິ່ງ​ຈາກ​ຕົວ​ເລກ​ໄຕ​ມາດ​ທຳ​ອິດ​ແລ້ວ​ເຫັນ​ວ່າ ການ​ຄ້າ​ກັບ​ຕ່າງປະ​ເທດຂອງ​ຈີນ​ໄດ້​ຊຸກຍູ້​ໃຫ້​ເສດຖະກິດ​ການ​ຄ້າ​ຂອງ​ໂລກ​ຟື້ນ​ຄືນ.

ຂະນະ​ທີ່​ເມື່ອ​ເບິ່ງ​ຈາກ​ຕະຫຼາດ​ໂລກ​ແລ້ວ​ເຫັນ​ວ່າ: ການ​ນຳ​ເຂົ້າ-ສົ່ງ​ອອກ​ຂອງ​ຈີນ​ກັບ​ຕະຫຼາດຈະ​ເລີ​ນ​ໃໝ່ ​ເຊັ່ນ: ປະ​ເທດ​ຢູ່​ລຽບ​ຕາມ “ໜຶ່ງ​ແລວ​ໜຶ່ງ​ເສັ້ນທາງ” ​ແລະ ປະ​ເທດ​ບຣິກສ໌ ​ໄດ້​ສືບ​ຕໍ່​ເພີ່ມ​ຂຶ້ນຢ່າງ​ວ່ອງ​ໄວ ​ໃນ​ນີ້, ການ​ນຳ​ເຂົ້າ-ສົ່ງ​ອອກ​ກັບ​ຫວຽດນາມ​ເພີ່ມ​ຂຶ້ນ​ເກືອບ 20%, ກັບອິນ​​ໂດ​ເນ​ເຊຍ​ເພີ່ມ​ຂຶ້ນ​ເກືອບ 19%, ກັບຣັດ​ເຊຍ​ເພີ່ມ​ຂຶ້ນ 16% ​ແລະ ​​ກັບບຣາຊິນ​ເພີ່ມ​ຂຶ້ນຫຼາຍກວ່າ 15%.

ທ່ານ​ຊົ້ງຊ່ຽນ​ມ້າວ ກ່າວ​ຕື່ມ​ວ່າ: ​ການ​ເຮັດ​ວຽກໃນ​ໄລຍະຕໍ່​ໄປ, ຈີນ​ຈະ​ຍຶດໝັ້ນທິດ​ທາງ​ພື້ນຖານ​ໂດຍ​ລວມທີ່​ຊຸກຍູ້​ການ​ພັດທະນາ​​ທ່າມກາງ​ສະພາບ​ການ​ໝັ້ນທ່ຽງ, ລົ​ງ​ເລິກ​ການ​ປະຕິ​ຮູບ​ໂຄງ​ປະກອບ​ການ​ສະໜອງ​​ການ​ຄ້າ​ກັບ​ຕ່າງປະ​ເທດ, ຕິດຕາມ​ສະຖານະ​ການ​ຄວາມ​ຂັດ​ແຍ້​ງທາງ​ການ​ຄ້າ​ລະຫວ່າງ​ຈີນ-ອາ​ເມຣິກາ​ຢ່າງ​ໃກ້ຊິດ, ສ້າງສະພາບ​ແວດ​ລ້ອມ​ທາງ​ການ​ຄ້າ​ໃຫ້​ມີ​ຄວາມ​ສະດວກ​ຫຼາຍຂຶ້ນກວ່າ​ເກົ່າ, ປັບປຸງ​ສະພາບ​ແວດ​ລ້ອມທາງ​ການ​ຄ້າທີ່​ເອື້ອ​ອຳນວຍ​​ໃຫ້​ແກ່​ວິ​ສາ​ຫະກິດ​ດຳ​ເນີນ​ທຸລະ​ກິດ​ກັບ​ຕ່າງປະ​ເທດ, ຮ່ວມ​ກັບປະ​ເທດ​ຕ່າງໆ​ໃນ​ໂລກ​ປົກ​ປັກຮັກສາກະຕິ​ກາ​ການ​ຄ້າ​ເສລີ ​ແລະ ລະບົບ​ການ​ຄ້າຫຼາຍຝ່າຍ, ຄັດຄ້ານ​ລັດທິ​ເຈົ້າມະຫາ​ອຳນາດ​ທາງ​ການ​ຄ້າ ​ແລະ ປົກ​ປັກ​ຮັກສາ​ຜົນ​ປະ​ໂຫຍ​ດຕົ້ນຕໍ​ຂອງ​ຊາດ ​ແລະ ຜົນ​ປະ​ໂຫຍ​ດພື້ນຖານຂອງປະຊາຊົນ​ຢ່າງ​ແທ້​ຈິງ.

ຄຳ​ເຫັນ

0