吴佳萱

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທໍ່​ນ້ຳມັນ​ດິບຈີນ-ມຽນມາ​ໄດ້​ສົ່ງ​ນ້ຳມັນ​ດິບ​ໃຫ້​ຈີນຫຼາຍ​ກວ່າ 10 ລ້ານ​ໂຕນ

2018-07-18 16:29:20 cri

ວັນ​ທີ 17 ກໍລະກົດ​ນີ້, ທໍ່​ນ້ຳມັນ​ດິບຈີນ-​ມຽນມາ​ໄດ້​ສົ່ງ​ນ້ຳມັນ​ດິບ​ໃຫ້​ຈີນ​ຫຼາຍ​ກວ່າ 10 ລ້ານ​ໂຕນ. ນັບ​ແຕ່​ວັນ​ທີ 19 ພຶດສະພາ​ປີ 2017 ການ​ສົ່ງນ້ຳມັນ​ດິບງວດ​ທຳ​ອິດ​ເຖິງ​ຈີນ​ເປັນ​ຕົ້ນ​ມາ, ​ໄດ້​ມີ​ເຮືອ​ນ້ຳມັນ 47 ລຳເຂົ້າ​ມາ​ຂົນ​ຖ່າຍ​ນ້ຳມັນ​ເ​ຖິງ 10,98 ລ້ານ​ໂຕນ.

​ການ​ກໍ່ສ້າງ​ທໍ່​ນ້ຳມັນ​ດິບຈີ​ນ-ມຽນມາ​ເປັນການ​ປະຕິບັດ​ຕາມຂໍ້​ລິ​ເລີ່​ມ “ໜຶ່ງ​ແລວ​ໜຶ່ງ​ເສັ້ນທາງ” ​ຂອງ​ສອງ​ປະ​ເທດ. ​ໂຄງການ​ນີ້​ມີຄວາມ​ຮັບ​ຜິດ​ຊອບ​ທາງ​ສັງຄົມ​ຢູ່​ມຽນມາ​ຢ່າງ​ຕັ້ງ​ໜ້າ, ຮອດ​ປັດຈຸບັນ​ນີ້, ​ໄດ້​​ໃຫ້ການຊ່ວຍ​ເຫຼືອ​ທາງ​ດ້ານ​ເສດຖະກິດ-ສັງຄົມ 208 ​ໂຄງການ, ຊ່ວຍ​ປະຊາຊົນ​ແກ້​ໄຂ​ບັນຫາ​ນ້ຳ​ກິນ ​ແລະ​ກໍ່ສ້າງ​​ເສັ້ນທາງ​ຫຼວງ, ​ໂຮງຮຽນ, ​ໂຮງໝໍ, ສະຖານ​ທີ່​ສື່ສານ ​ແລະ​ປັບປຸງ​ການສະ​ໜອງ​ພະລັງງານ​ໄຟ​ຟ້າ ​ເຊິ່ງ​ໄດ້​ສົ່ງ​ຜົນ​ດີ​​ໃຫ້​ແກ່​ປະຊາຊົນທີ່​ອາ​ໄສລຽບ​ຕາມ​ທໍ່​ນ້ຳມັນ​ດິບຈີນ-ມຽນມາ​ຢ່າງ​ແທ້​ຈິງ.

ຄຳ​ເຫັນ

0