黎明

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນ​ຊ່ວຍ​ຟິລິບ​ປິນ​ແກ້​ໄຂ​ບັນຫາ​ແອ​ອັດ​ຂອງ​ການ​ສັນຈອນ​ໃນ​ນະຄອນຫຼວງ

2018-07-18 16:13:43 CRI

ຂົວ​ໃຫຍ່​ສອງ​ແຫ່ງ​ຢູ່​ເທິງ​ແມ່​ນ້ຳ​ປາ​ຊິກ ທີ່​ໄຫຼຜ່ານ​ເຂດ​ເມ​ໂຕຣມະນີ​ລາ ນະຄອນຫຼວງ ຟິລິບ​ປິນທີ່​ຈີນ​ຊ່ວຍ​ສ້າງ​ນັ້ນ ​ໄດ້​ເລີ່​ມລົງມື​ກໍ່ສ້າງ​ແລ້ວ​ໃນ​ວັນ​ທີ 17 ກໍລະກົດ​ນີ້ ​ໂດຍ​ທ່ານ​ໂຣດຣີ​ໂກ ດູ​ເຕີ​​ເຕ ປະທານາທິບໍດີ​ຟິລິບ​ປິນ ​ແລະ ທ່ານ​ຈ້າວ​ຈ້ຽນຫົວ ​ເອກ​ອັກຄະ​ລັດຖະທູດ​ຈີນ​ປະຈຳ​ຟິລິບ​ປິນ​ເຂົ້າຮ່ວມ​ພິທີ​ລົງມື​ກໍ່ສ້າງ.

ທ່ານ​ດູ​ເຕີ​ເຕ ກ່າວ​ວ່າ: ຂົວ​ໃຫຍ່​ສອງ​ແຫ່ງ​ນີ້​ຈະ​ຍົກ​ສູງ​ຄວາມ​ສາມາດ​​ໃນການ​ຂົນ​ສົ່ງ ​ແລະ ຍົກ​ສູງປະສິດທິພາບ​ຂອງ​ຕາໜ່າງການ​ຄົມມະນາຄົມ​ເຂດ​ເມ​ໂຕຣມະນີ​ລາ​ຢ່າງຫຼວງຫຼາຍ ທັງ​ຈະ​ຍົກ​ສູງ​ຄວາມ​ສາມາດ​ຂອງ​ເສັ້ນທາງ​ໃນ​ການ​ຕ້ານ​ກັບ​ໄພ​ທຳ​ມະ​ຊາດ​ຕ່າງໆ ​ເຊັ່ນ: ​ໄພ​ນ້ຳ​ຖ້ວມ ​ແລະ ​ແຜ່ນດິນ​ໄຫວ. ຂ້າພະ​ເຈົ້າຂໍ​ສະ​ແດງ​ຄວາມ​ຍ້ອງຍໍ​ຊົມ​ເຊີຍ​ຕໍ່​ຈີນ​ທີ່​ມີ​ນ້ຳ​ໃຈ​ເອື້ອ​ເຟື້ອ​ເຜື່ອ​ແຜ່ ​ແລະ ຊ່ວຍ​ສ້າງ​ຂົວ​ສອງ​ແຫ່ງ​ດັ່ງກ່າວ. ​ໃນ​ຖານະ​ເປັນ​ເພື່ອນ​ມິດ​ຂອງ​ຟິລິບ​ປິນ, ຈີນ​ໄດ້​ຊ່ວຍຫຼຸດຜ່ອນ​ຄວາມ​ແອ​ອັດ​ຂອງ​ການ​ສັນຈອນ​ຕາມ​ນະຄອນຫຼວງມະນີ​ລາ​ດ້ວຍ​ການ​ກະທຳ​ຕົວ​ຈິງ.

ຄຳ​ເຫັນ

0