尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ໜ່ວຍ​ຕໍ່​ຕ້ານ​ກາ​ນ​ກໍ່​ການ​ຮ້າຍ​ຂອງ​ອິນ​ໂດ​ເນ​ເຊຍ​ຈັບ​ຕົວ​ແລະ​ຍິ​ງ​ຜູ້​ຕ້ອງ​ສົງ​ໄສ​ກໍ່​ການ​ຮ້າຍ 197 ຄົນ​ພາຍ​ໃນ 2 ເດືອນກວ່າ

2018-07-18 16:42:26 cri

ນັບ​ແຕ່ໄດ້​ເກີດ​ການ​ໂຈມ​​ຕີ​ຂອງ​ກຸ່ມ​ກໍ່​ການ​ຮ້າຍ​ດ້ວຍ​ລະ​ເບີດ​ແບບ​ສະ​ຫຼະ​ຊີບ​ຕິດ​ຕໍ່​ກັນ​ຢູ່​ເມືອງຊຸ​ຣະ​ບາ​ຢາ​ແຂວງຈາ​ວາ​ຕາ​ເວັນ​ອອກ​ປະ​ເທດ​ອິນ​ໂດ​ເນ​ເຊຍ​ໃນ​ກາງ​ເດືອນ​ພຶດ​ສະ​ພາ​ປີ​ນີ້​ເປັນ​ຕົ້ນ​ມາ, ໃນ 2 ເດືອນ​ກວ່າ​ຜ່ານ​ມາ​ນີ້,ໜ່ວຍ​ຕໍ່​ຕ້ານ​ການ​ກໍ່​ການ​ຮ້າຍ​ຂອງ​ອິນ​ໂດ​ເນ​ເຊຍ​ໄດ້​ຈັບ​ຕົວ​ແລະ​ຍິງ​ຜູ້​ຕ້ອງ​ສົງ​ໄສ​ລັດ​ທິ​ກໍ່​ການ​ຮ້າຍ 197 ຄົນ.

ຕາມ​ສື່ມວນ​ຊົນ​ອິນ​ໂດ​ເນ​ເຊຍ​ລາຍ​ງານ​ວ່າ:ຜູ້​ບັນ​ຊາ​ການ​ໃຫຍ່​ຕຳ​ຫຼວດ​ແຫ່ງ​ຊາດ​ອິນ​ໂດ​ເນ​ເຊຍ​ກ່າວ​ວ່າ,ຈະ​ສືບ​ຕໍ່​ຕາມ​ລ່າຫາ​ຕາ​ໜ່າງ​ກຸ່ມ​ກໍ່​ການ​ຮ້າຍ,ພະ​ຍາ​ຍາມ​ລົບ​ລ້າງ​ລັດ​ທິ​ກໍ່​ການ​ຮ້າຍໃຫ້​ເຖິງ​ກົກ​ເຖິງ​ຮາກ. ເຈົ້າ​ໜ້າ​ທີ່​ຜູ້​ນີ້ໄດ້​ສັ່ງ​ໃຫ້​ເຂດ​ລະ​ດັບ​ແຂວງ​ທຸກ​ເຂດ​ຂອງ​ອິນ​ໂດ​ເນ​ເຊຍ​ສ້າງ​ຕັ້ງ​ກອງ​ຕຳ​ຫຼວດ​​ພິ​ເສດຕໍ່​ຕ້ານ​ການ​ກໍ່​ການ​ຮ້າຍ,ສ່ວນຈຳ​ນວນ​ຕຳ​ຫຼວດ​ແລ້ວ​ແຕ່​ສະ​ພາບ​ຄວາມ​ໝັ້ນ​ຄົງ​ຂອງ​ພື້ນ​ທີ່ເຂດ​ນັ້ນ.

ຄຳ​ເຫັນ

0