黎明

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ກອງ​ປະຊຸມ​ເວທີ​ປຶກສາ​ຫາລື​ຂັ້ນສູງ​ສື່​ມວນ​ຊົນ​ປະ​ເທດ​ບຣິກສ໌ຄັ້ງທີ 3 ຈັດ​ຂຶ້ນຢູ່​ອາ​ຟຣິກາ​ໃຕ້

2018-07-19 15:26:32 CRI

ກອງ​ປະຊຸມ​ເວທີ​ປຶກສາ​ຫາລື​ຂັ້ນສູງ​ສື່​ມວນ​ຊົນ​ປະ​ເທດ​ບຣິກສ໌ຄັ້ງທີ 3 ​ໄດ້ຈັດ​ຂຶ້ນຢູ່​ນະຄອນ​ແຄບ​ທາວ ປະ​ເທດອາ​ຟຣິກາ​ໃຕ້​ໃນ​ວັນ​ທີ 18 ກໍລະກົດ​ນີ້ ​ໂດຍມີຜູ້ຕາງໜ້າ​ອົງການ​ສື່​ມວນ​ຊົນ 5 ປະ​ເທດ​ບຣິກສ໌ ​ໄດ້ປຶກສາ​ຫາລື​ບັນຫາ​ຕ່າງໆ ທີ່​ປິ່ນ​ອ້ອມຫົວ​ຂໍ້​ “​ເພີ່ມ​ທະວີ​ການ​ຮ່ວມມືກັນ​ທ່າມກາງ​ການ​ສ້າງ​ຄວາມ​ເປັນ​ລະບຽບຮຽບຮ້ອຍ​ຂອງ​ໂລກ​ແບບ​ກວມ​ລວມ ​ແລະ ທ່ຽງ​ທຳ” ​ເພື່ອຂະຫຍາຍ ​ແລະ ​ລົງ​ເລິກການ​ແລກປ່ຽນ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ທີ່​ແທ້​ຈິງ​ລະຫວ່າງ​ສື່​ມວນ​ຊົນ​ບັນດາ​ປະ​ເທດ​ບຣິກສ໌.

ທ່ານ​ໄຊ້ໝິງຈ້າວ ຜູ້ອຳນວຍ​ການ​ໃຫຍ່​ສຳນັກ​ຂ່າວສານຊິ່ນ​ຫົວ, ປະທານ​ບໍລິຫານ​ງານ​ເວທີ​ປຶກສາ​ຫາລື​ຄັ້ງນີ້ ​ໄດ້​ກ່າວ​ປາ​ໄສ​​ໃນ​ພິທີ​ເປີດ​ກອງ​ປະຊຸມ​ວ່າ: ສື່​ມວນ​ຊົນ​ປະ​ເທດ​ບຣິກສ໌ ມີ​ຄວາມ​ຮັບຜິດຊອບ​ຮ່ວມ​ກັນ ​ແລະ ​ເສີມ​ຂະຫຍາຍ​ບົດບາດ​​ເປັນ​ພິ​ເສດ​ໃນ​ການ​ເພີ່ມ​ທະວີ​ການ​ຊົມ​ໃຊ້​ຂໍ້​ມູນ​ຂ່າວສານ​ຮ່ວມ​ກັນ, ຊຸກຍູ້​ການ​ເຊື່ອມ​ສຳພັນທາງ​ຈິດ​ໃຈຂອງ​ປະຊາຊົນ, ຍົກ​ສູງ​ສິດ​ປະກອບ​ຄຳ​ເຫັນ​ໃນ​ສາກົນ​ຂອງ​ປະ​ເທດ​ບຣິກສ໌ ​ແລະ​ອື່ນໆ. ທ່ານ​ຮຽກຮ້ອງ​ໃຫ້​ສື່​ມວນ​ຊົນ​ປະ​ເທດ​ບຣິກສ໌ ​ເສີມ​ຂະຫຍາຍ​ບົດບາດ​ໃນ​ທາງ​ສ້າງສັນ​ຢ່າງ​ເຕັມ​ສ່ວນ, ຍຶດໝັ້ນທັດສະນະ​ຂ່າວ​ທີ່ “ຖືກຕ້ອງ​ຕາມ​ຄວາມ​ຈິງ​ຢ່າງຮອບດ້ານ, ພາວະ​ວິ​ໄສ​ແລະ​ກ້ຳ​ເກິ່ງ​ກັນ; ຍຸຕິ​ທຳ-ທ່ຽງ​ທຳ, ຊຸກຍູ້​ຄວາມ​ກ້າວໜ້າ; ຖື​ຄົນ​ເປັນ​ຫຼັກ, ມີ​ນ້ຳ​ໃຈ​​ໂອບເອື້ອ​ອາລີ​ຕໍ່​ໂລກ”, ຊຸກຍູ້​ການ​ຮ່ວມ​ມື​ທີ່​ແທ້​ຈິງ​ໃນ​ຂົງ​ເຂດ​ຕ່າງໆ​ລະຫວ່າງ​ປະ​ເທດ​ບຣິກສ໌​ໃຫ້​ເຂົ້າສູ່​ລວງ​ເລິກ ​ໂດຍ​ຜ່ານ​ການ​ລາຍງານ​ຂ່າວ.

ຄຳ​ເຫັນ

0