黎明

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ສະມາຊິກ​ສະພາຕ່ຳ​ອາ​ເມຣິກາ 140 ກວ່າ​ທ່ານ​ຮ່ວມ​ກັນ​ເຕືອນ​​ລັດຖະບານ​ບໍ່​ຄວນ​ຂຶ້ນພາສີ​ການ​ນຳ​ເຂົ້າລົດ

2018-07-19 15:32:21 CRI

ວັນ​ທີ 18 ກໍລະກົດ​ນີ້, ສະມາຊິກ​ສະພາ​ຕ່ຳອາ​ເມຣິກາ 140 ກວ່າ​ທ່ານ ​ໄດ້ຮ່ວມກັນ​ເຕືອນ​​ລັດຖະບານ​ປະ​ເທດ​ຕົນ​​ໃຫ້ປະລະ “ການ​ກວດກາ​ຕາມ​ມາດຕາ 232” ທີ່​ຖື​ການ​ນຳ​ເຂົ້າລົດ​ແລະອາ​ໄຫຼ່ເປັນ​ເປົ້າໝາຍ​ນັ້ນ ​ທັງກ່າວ​ວ່າ ການ​ຂຶ້ນພາສີ​ລົດ​ແລະ​​ອາ​ໄຫຼ່ ຈະສ້າງ​ຜົນ​ກະທົບ​ທາງ​ລົບ​ຢ່າງ​ໜັກໜ່ວງ​ຕໍ່​ຄວາມ​ປອດ​ໄພ​ທາງ​ເສດຖະກິດ​ຂອງ​ອາ​ເມຣິກາ.

ສະມາຊິກ​ສະພາ​ຕ່ຳ​ເຫຼົ່ານີ້ ​ໄດ້​ຂຽນ​ຈົດໝາຍ​ເຖິງ​ທ່ານ​ວິນ​ເບີ ​ໂຣສ ລັດຖະມົນຕີ​ກະຊວງ​ການ​ຄ້າ​ໃນ​ວັນ​ດັ່ງກ່າວ ​ໂດຍ​ລະບຸ​ວ່າ: ຂະ​ແໜງ​ການ​ລົດ​ອາ​ເມຣິກາ​ອາ​ໄສ​ເຄືອ​ຂ່າຍ​ຜູ້​ສະໜອງ​ທີ່​ກວ້າງ​ໃຫຍ່​ເພື່ອ​ດຳ​ເນີນ​ການ​ຜະລິດ, ອາ​ໄສ​ເຄືອ​ຂ່າຍ​ຊື້​ຂາຍ​ຂະໜາດ​ໃຫຍ່​ເພື່ອ​ຈຳໜ່າຍ ​ແລະ ອາ​ໄສ​ຂະ​ແໜງ​ການ​ບໍລິການຫຼັງການ​ຂາຍ​ເພື່ອ​ສ້ອມ​ແປງ​ແລະ​ປ່ຽນຖ່າຍ​ອາ​ໄຫຼ່. ຂະນະ​ທີ່​ການ​ຂຶ້ນພາສີ​ການ​ນຳ​ເຂົ້າລົດ​ແລະອາ​ໄຫຼ່, ການ​ໃຊ້​ມາດ​ຕະການ​ຈຳກັດຕ່າງໆ ​ເຊັ່ນ: ​ໃຫ້​ໂກ​ຕາ​ ກໍ​ຈະ​ກະທົບ​ເຖິງ​ການ​ພັດທະນາ​ຂະ​ແໜງ​ການ​ລົດ​ຂອງ​ອາ​ເມຣິກາ​ເອງ.

ສະມາຊິກ​ສະພາ​ຕ່ຳ​​ເຫຼົ່ານີ້ເຫັນ​ວ່າ: ການ​ນຳ​ເຂົ້າລົດ ​ແລະ​ອາ​ໄຫຼ່ຈະ​ບໍ່​ເປັນ​ໄພ​ຂົ່ມຂູ່​ຕໍ່​ຄວາມ​ໝັ້ນຄົງ​ແຫ່ງ​ຊາດ​ຂອງອາ​ເມຣິກາ ​ແລະ ການ​ຈຳກັດ​ການ​ຄ້າ​ຕໍ່ຜະລິດ​ຕະພັນ​ເຫຼົ່ານີ້​ພັດ​ຍັງ​ຈະ​ບັ່ນ​ທອນ​ຄວາມ​ປອດ​ໄພ​ທາງ​ເສດຖະກິດ​ຂອງ​ອາ​ເມຣິກາ​ອີກ.

ຄຳ​ເຫັນ

0