吴佳萱

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທິມບານ​ເຕະ​ເຍົາວະ​ຊົນ​ໄທ​ປາກົດ​ໂຕເປັນ​ຄັ້ງ​ທຳ​ອິດ

2018-07-19 17:03:57 cri

ວັນ​ທີ 18 ກໍລະກົດ​ນີ້, ​ເຍົາວະ​ຊົນ 12 ຄົນ​ຂອງ​ທິມບານ​ເຕະ​ທີ່​ໄດ້​ຮັບ​ການຊ່ວຍ​ເຫຼືອ​ຈາກ​ການ​ຄ້າງ​ຢູ່​ໃນ​ຖ້ຳ​ພ້ອມ​ຄູ​ຝຶກ​ໄດ້​ປາກົດ​​ໂຕເປັນ​ຄັ້ງ​ທຳ​ອິດ​ຢູ່​ແຂວງ​ຊຽງລາຍ​ຂອງ​ໄທ ​ແລະ​​ເລົ່າ​ປະສົບ​ການ​ຄ້າງ​ຢູ່​​ໃນ​ຖ້ຳ ​ແລະ​ໄດ້​ຮັບ​ການ​ຊ່ວຍ​ເຫຼືອ.

​​ໃນມື້​ຖະ​ແຫຼ​ງຂ່າວ​ດັ່ງກ່າວ, ​ເຍົາວະ​ຊົນ​ທິມບານ​ເຕະ​ໄດ້​ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ​ມາ​ຍັງ​ຜູ້​​ໃຫ້ການ​ຊ່ວຍ​ເຫຼືອ​ທັງ​ໝົດ ​ແລະ​ໄວ້ອາ​ໄລ​ທະຫານ​ຂອງກອງທັບ​ເຮືອ​ໄທ​ທີ່​ເສຍສະ​ຫຼະຊີວິດ​ໃນ​ການ​ຊ່ວຍ​ເຫຼືອຄັ້ງ​ນີ້. ​​ເຍົາວະ​ຊົນ​ໄດ້​ກ່າວ​ວ່າ: ​ເມື່ອ​ຄ້າງ​ຢູ່​ໃນ​ຖ້ຳ​ຮູ້ສຶກ​ຢ້ານ​ກົວຫຼາຍ, ​ແຕ່​ກໍ​ໄດ້​ໃຫ້​ກຳລັງ​ໃຈກັນ ​ເພື່ອ​ຮັກສາ​ຈິດ​ໃຈ​ໃຫ້ສະຫງົບ​ ​ແລະ​ເຊື່ອ​ໝັ້ນ​ວ່າສາມາດ​ອອກ​ຖ້ຳ​ໄປ​ໄດ້​ຢ່າງ​ແນ່ນອນ.

ຄຳ​ເຫັນ

0