黎明

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ສະໜາມກິລາ​ແຫ່ງ​ຊາດ “ຮັງ​ນົກ” ມີ​ຄົນ​ມາທ່ຽວ​ກວ່າ 33 ລ້ານ​​ເທື່ອຄົນ​ໃນ​ຮອບ 10 ປີ

2018-08-08 17:05:06 CRI

ວັນ​ທີ 8 ສິງຫາ​ນີ້​ເປັນ​ວັນ​​ຄົບຮອບ 10 ປີຂອງ​ການ​ຈັດ​ງານ​ກິລາ​ໂອ​ລິ​ມປິກປັກ​ກິ່ງ 2008 ຢ່າງ​ປະສົບ​ຜົນສຳ​ເລັດ, ຂະນະ​ທີ່​ສະໜາມກິລາ​ແຫ່ງ​ຊາດ ຄື “ຮັງ​ນົກ” ​ໃນ​ຖານະ​ເປັນ​ບ່ອນ​ຈັດ​ພິທີ​ເປີດ-ປິດ​ງານ​ນັ້ນກໍ​ໄດ້​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ພາຍ​ໃນ​​ແລະ​ຕ່າງປະ​ເທດ​ໄປ​ທ່ຽວ​ຊົມ​ຢ່າງ​ຫຼວງຫຼາຍ. ​ເຈົ້າໜ້າ​ທີ່​ບໍລິສັດ​ສະໜາມກິລາ​ແຫ່ງ​ຊາດ​ຈຳກັດ ​ໄດ້​ໃຫ້​ຮູ້​ວ່າ: ​ໃນ 10 ປີຜ່ານມາ, ​ໃນ​ຖານະ​ເປັນ​ມໍລະ​ດົກ​​ຂອງງານ​ມະຫາ​ກຳໂອ​ລິ​ມປິກທີ່​ສຳຄັນ “ຮັງ​ນົກ” ​ໄດ້​ຮັບ​ຕ້ອນ​ນັກ​ທ່ອງ​ທ່ຽວ​ພາຍ​ໃນ​ແລະ​ຕ່າງປະ​ເທດ​ກວ່າ 33 ລ້ານ​ເທື່ອ​ຄົນ, ​ໄດ້​ຈັດ​ງານ​ແຂ່ງຂັນ​ ​ແລະ ງານ​ສະ​ແດງຕ່າງໆ 310 ກວ່າ​ເທື່ອ​ ເຊິ່ງ​ໄດ້ກາຍ​ເປັນ​ໜຶ່ງ​ໃນສະຖານ​ທີ່​ທ່ອງ​ທ່ຽວ​ຂອງ​ນະຄອນຫຼວງ​ປັກ​ກິ່ງ​ທີ່​ໄດ້​ຮັບ​ຄວາມ​ນິຍົມ​ຊົມ​ຊອບ​ຈາກ​ນັກ​ທ່ອງ​ທ່ຽວ.

ປີ 2022, “ຮັງ​ນົກ”​ ຈະ​ກາຍ​ເປັນບ່ອນ​ຈັດ​ພິທີ​ເປີດ​ງານ​ກິລາ​ໂອ​ລິ​ມປິກ​ລະດູ​ໜາວ​ປັກ​ກິ່ງ ​ເຊິ່ງມີ​ຄວາມ​ໝາຍ​ພິ​ເສດຫຼາຍ, ​ເຮັດ​ໃຫ້​ນະຄອນຫຼວງປັກ​ກິ່ງ​ກາຍ​ເປັນ​ບ່ອນ​ຈັດ​ງານ​ກິລາ​ໂອ​ລິ​ມປິກທັງ​ລະດູ​ຮ້ອນ ​ແລະ​ລະດູ​ໜາວ.

ຄຳ​ເຫັນ

0