吴佳萱

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

​ແຜ່ນດິນ​ໄຫວ​​ເກາະລົມ​ບອກ​ອິນ​ໂດ​ເນ​ເຊຍ​​ມີ​ຜູ້​ເສຍ​ຊີວິດ 259 ຄົນ

2018-08-10 10:41:37 cri

ວັນ​ທີ 9 ສິງຫາ​ນີ້, ອົງການ​ຕ້ານ​ໄພ​ພິບັດ​ແຫ່ງ​ຊາດອິນ​ໂດ​ເນ​​ເຊ​ຍ​ເປີດ​ເຜີຍ​ວ່າ: ວັນ​ທີ 5 ສິງຫາ​ນີ້, ຢູ່​​ເກາະ​ລົມ​ບອກ​ແຂວງນູຊາ​ເຕັງກາຣາຕາ​ເວັນ​ຕົກອິນ​ໂດ​ເນ​ເຊຍ​ໄດ້​ເກີດ​ແຜ່ນດິນ​​ໄຫວ​ຂັ້ນ 7 ລິກ​ເຕີ​ໄດ້​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດ​ເພີ່ມ​ຂຶ້ນ​ເປັນ 259 ຄົນ.

​ໂຄສົກອົງການ​ຕ້ານ​ໄພ​ພິບັດ​ແຫ່ງ​ຊາດອິນ​ໂດ​ເນ​ເຊຍ​ໄດ້ອອກ​ຖະ​ແຫຼ​ງຂ່າວ​ໃນ​ມື້​ດຽວ​ກັນ​ວ່າ: ຮອດ​ 17 ​ໂມງ​ວັນ​ທີ 9 ສິງຫາ​ນີ້, ​​ເຫດການ​ແຜ່ນດິນ​ໄຫວ​ໄດ້​ເຮັດ​ໃຫ້​ມີ​ປະຊາຊົນ​ທ້ອງ​ຖິ່ນຫຼາຍ​ກວ່າ 270 ພົນ​ຖືກ​ຍົກຍ້າຍ​ອອກ​ຈາກ​ໄປ ​ແລະ​ຍັງ​ມີ​ຜູ້​ບາດ​ເຈັບໜັກ 1033 ຄົນ​ກຳລັງປິ່ນປົວ​ຢູ່​​ໂຮງໝໍ. ປັດຈຸບັນ​, ຍັງ​ມີ​ປະຊາຊົນ​ຫຼາຍ​ຄົນ​ຖືກ​ດຶນທັບ​ຖົມ.

ຄຳ​ເຫັນ

0