吴佳萱

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

​ນ້ຳ​ຖ້ວມ​​ກຳປູ​ເຈຍມີ​ຜູ້​ເສ​ຍຊີ​ວິດ 8 ຄົນ ​ແລະ​ 3 ໝື່ນ​ຄອບຄົວປະສົບ​​ໄພ

2018-08-10 10:42:12 cri

ວັນ​ທີ 9 ສິງຫາ​ນີ້, ​ໂຄສົກ​ຄະນະ​ກຳມະການ​ຄຸ້ມຄອງ​ໄພພິບັດ​ແຫ່ງ​ຊາດ​ກຳປູ​ເຈຍ​ກ່າວ​ຕໍ່​ສື່​ມວນ​ຊົນ​ວ່າ: ຮອດ​ວັນ​ທີ 7 ສິງຫາ​ນີ້, ​​ເມື່ອ​ເຂົ້າ​ລະດູຝົນ​ນ້ຳ​ຖ້ວມ​​​ກຳປູ​ເຈຍ​ໄດ້​ເຮັດ​ໃຫ້​ມີຜູ້​​ເສຍ​ຊີວິດ 8 ຄົນ ​ແລະ​ 3 ໝື່ນ​ຄອບຄົວ​​ປະສົບ​ໄພ, ມີ​ບ້ານ​​ເຮືອນ, ​ໂຮງຮຽນ ​ແລະ​ໄຮ່ນາ​ຫຼາຍ​ແຫ່ງ​ຖືກ​ທຳລາຍ.

ທ່ານ​ກ່າວ​ຕື່ມ​ວ່າ: ຮອດ​ປັດຈຸບັນ​ນີ້, ​ໄພ​ນ້ຳ​ຖ້ວມ​ໄດ້​ເຮັດ​ໃຫ້​ມີ 39243 ຄອບຄົວປະສົບ​ໄພ ​ແລະ​ມີ​ຫຼາຍ​ກວ່າ 1000 ຄອບຄົວ​ໄດ້​ຍົກ​ຍ້າຍ​ໄປ​ເຂດ​ປອດ​​ໄພ.

 

ຄຳ​ເຫັນ

0