赵晓虹

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ອິມ​ຣັນ ຮານ ສາ​ບານ​ຕົວ​ຂຶ້ນ​ຮັບ​ຕຳ​ແໜ່ງ​ເປັນ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ປາ​ກິ​ສະ​ຖານ

2018-08-19 10:38:17 cri

图片默认标题_fororder_11

ວັນທີ 18 ສິງຫາງນີ້ ຢູ່ນະ​ຄອນ​ຫຼວງ​ອິ​ສ​ລາ​ມະ​ບັດ ຂອງ​ປາ​ກີ​ສະ​ຖານ ທ່ານ​ໂຮ​ເຊ​ອິນ ປະ​ທາ​ນາ​ທິ​ບໍ​ດີ​ປາ​ກີ​ສະ​ຖານ(ຜູ້​ຢູ່​ເບື້ອງ​ຂວາ)ເປັນ​ປະ​ທານ​ຈັດ​ພິ​ທີ​ສາ​ບານ​ຕົວ​ຂຶ້ນ​ຮັບ​ຕຳ​ແໜ່ງ​ຂອງ​ທ່ານ​ອິມ​ຣັນ ຮານ

 

ຕອນ​ເຊົ້າ​ວັນ​ທີ 18 ສິງ​ຫານີ້ ປາ​ກິ​ສະ​ຖານ​ໄດ້​ຈັດ​ພິ​ທີ​ສາ​ບານ​ຕົວ​ຂຶ້ນ​ຮັບ​ຕຳ​ແໜ່ງ​ຂອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຜູ້​ໃໝ່ ເຊິ່ງ​ທ່ານ​ອິມ​ຣັນ ຣານ ໄດ້​ດຳ​ລົງ​ຕຳ​ແໜ່ງ​ເປັນ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ລັດ​ຖະ​ບານ​ປາ​ກີ​ສະ​ຖານ​ຢ່າງ​ເປັນ​ທາງ​ການ.

ຕອນ​ບ່າຍ​ວັນ​ທີ 17 ສິງ​ຫານີ້ ລັດ​ຖະ​ສະ​ພາ​ປາ​ກີ​ສະ​ຖານ​ໄດ້​ຈັດ​ການ​ເລືອກ​ຕັ້ງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ລັດ​ຖະ​ບານ, ທ່ານ​ອີ​ຣັນ ຮານ​ໄດ້​ຮັບ​ການ​ສະ​ໜັບ​ສະ​ໜຸນ​ຈາກ​ສະ​ມາ​ຊິກ​ສະ​ພາ 176 ທ່ານ, ແລະ​ເອົາ​ຊະ​ນະ​ທ່ານ​ເຊ​ບັ​ສ ຊາ​ຣິ​ຟ ຜູ້​ນຳ​ສະ​ຫະ​ພັນ​ມຸ​ສ​ລິມ​ຝ່າຍ​ຊາ​ຣິ​ຟ ທີ່​ເປັນ​ຄູ່​ແຂ່ງ ແລ້ວ​ໄດ້​ຮັບ​ເລືອກ​ເປັນ​ນາ​ຍົກ​ລັດ​ຖ​ະ​ມົນ​ຕີ​ລັດ​ຖະ​ບານ​ຊຸດ​ໃໝ່.

ອີງ​ຕາມ​ລັດ​ຖະ​ທຳ​ມະ​ນູນ​ຂອງ​ປາ​ກີ​ສະ​ຖານ, ນາ​ຍົກ​ລັດ​ຖະ​ມົນ​ຕີ​ລັດ​ຖະ​ບານ​ມີ​ອາ​ຍຸ​ການ​ດຳ​ລົງ​ຕຳ​ແໜ່ງ​ເປັນ​ເວ​ລາ 5 ປີ, ສາ​ມາດ​ເຂົ້າ​ຮ່ວມ​ການ​ເລືອກ​ຕັ້ງ​ຕໍ່​ແລະ​ດຳ​ລົງ​ຕຳ​ແໜ່ງ​ຕໍ່.
 

ຄຳ​ເຫັນ

0