尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ ຈາ​ຣິ​ຟ ກ່າວ​ວ່າ: ໜ່ວຍ​ຕໍ່​ຕ້ານ​ອີ​ຣານ​ຂອງ​ອາ​ເມ​ຣິ​ກາ​ມີ​ຄວາມ​ຝັນຢາກ​ໂຄ່ນ​ລົ້ມອີ​ຣານ

2018-08-20 10:50:31 cri

ວັນ​ທີ 19 ສິງ​ຫາ​ນີ້, ທ່ານ ໂມ​ຮຳ​ມັດ ຈາ​ວັດ ຈາ​ຣິ​ຟ ລັດ​ຖະ​ມົ​ນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ອີ​ຣານ​ໄດ້​ພິມ​ບົດ​ຄວາມລົງ​ສື່​ສັງ​ຄົມ​ອອນ​ລາຍ​ ໂດຍ​ກ່າວ​ວ່າ​ໜ່ວຍ​ຕໍ່​ຕ້ານ​ອີ​ຣານ​ທີ່​ອາ​ເມ​ລິ​ກາ​ສ້າງ​ຕັ້ງ​ຂຶ້ນ​ໃໝ່​ມີ​ຄວາມ​ຝັນ​ຢາກ​ໂຄ່ນ​ລົ້ມ​ອຳ​ນາດ​ການປົກ​ຄອງ​ອີ​ຣານ​ຊຸດປັດ​ຈຸ​ບັນ​ໂດຍ​ຜ່ານ​ການ​ກໍ່​ລັດ​ຖະ​ປະ​ຫານ.
 

ທ່ານ ຈາ​ຣິ​ຟ ຂຽນ​ວ່າ: “ໃນ​ມື້​ດຽວ​ກັນ​ຂອງ 65 ປີ​ກ່ອນ,ອາ​ເມ​​ຣິ​ກາ​ໄດ້​ໂຄ່ນ​ລົ້ມ​ອຳ​ນາດ​ໂມ​ຮຳ​ມັດ ໂມ​ຊາ ດິກ​ທີ່​ໄດ້​ຮັບ​ການ​ເລືອກ​ຕັ້ງ​ຈາກ​ປະ​ຊາ​ຊົນ, ປັດ​ຈຸ​ບັນ ໜ່ວຍຕໍ່​ຕ້ານ​ອີ​ຣານ​ມີ​ຄວາມ​ຝັນ​ຢາກ​ເຮັດ​ໃຫ້​ເລື່ອງ​ໃນ​ປະ​ຫວັດ​ສາດ​ເກີດ​ຂຶ້ນ​ອີກໂດຍ​ຜ່ານ​ການ​ເພີ່ມ​ແຮງ​ກົດ​ດັນ,ພາ​ໃຫ້​ເຂົ້າ​ໃຈ​ຜິດແລະອອກ​ຂ່າ​ວ​ລື. ນີ້​ແມ່ນ​ເລື່ອງ​ທີ່​ເປັນ​ໄປ​ບໍ່​ໄດ້​ຢ່າງ​ເດັດ​ຂາດ.”
 

ວັນ​ທີ 16 ສິງ​ຫາ​ນີ້, ກະ​ຊວງ​ການ​ຕ່າງ​ປະ​ເທດ​ອາ​ເມ​ຣິ​ກາ​ໄດ້​ປະ​ກາດ​ສ້າງ​ຕັ້ງ “ໜ່ວຍ​ຕໍ່​ຕ້ານ​ອີ​ຣານ” ເພື່ອເຮັດ​ໜ້າ​ທີ່​ປະ​ຕິ​ບັດ​ມາດ​ຕະ​ການ​ເພີ່ມ​ແຮງ​ກົດ​ດັນ​ຕໍ່​ອີ​ຣານ​. ທ່ານ​ ໄມ ປົມ​ເປວ​ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ອາ​ເມ​ຣິ​ກາ​ກ່າວ​ວ່າ:“ໜ່ວຍ​ຕໍ່​ຕ້ານ​ອີຣານ”ຈະຮັບ​ປະ​ກັນ​ການ​ປະ​ສານ​ງານ​ຢ່າງ​ແໜ້ນ​ແຟ້ນ​ລະ​ຫວ່າງ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ກັບ​ພາກ​ສ່ວນ​ອື່ນໆ​ຂອງ​ລັດ​ຖະ​ບານ​ອາ​ເມ​ຣິ​ກາ,ດຳ​ເນີນນະ​ໂຍ​ບາຍ​ອາ​ເມ​ລິ​ກາ​ຕໍ່​ອີ​ຣານ​ໃຫ້​ໄດ້​ຮັບ​ຄວາມ​ຄືບ​ໜ້າ.

ຄຳ​ເຫັນ

0