黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ວຽກ​ງານ​​ຊ່ວຍ​ກອບ​ກູ້​ເຫດ​ການ​ຂົວ​ອີ​ຕາ​ລີ​ເພ​ພັງ​ສິ້ນ​ສຸດ​ລົງ, ມີ 43 ຄົນ​ເສຍ​ຊີ​ວິດ

2018-08-20 16:10:57 cri

ວັນ​ທີ 19 ສິງ​ຫາ​ນີ້, ວຽກ​ງານ​​ຊ່ວຍກອບ​ກູູ້​ຢູ່​ບ່ອນ​ເກີດ​ເຫດ​ການ​ຂົວ​ໂມ​ຮັນ​ດີ​ທາງ​ພາກ​ເໜືອ​ອີ​ຕາ​ລີ​ເພ​ພັງ​ໄດ້​ສິ້ນ​ສຸດ​ລົງ, ມີ​ຜູ້​ເສຍ​ຊີ​ວິດ​ທັງ​ໝົດ 43 ຄົນ. ນອກ​ຈາກ​ຄົນ​ອີ​ຕາ​ລີ​ແລ້ວ, ຜູ້​ເສຍ​ຊີ​ວິດມາ​ຈາກອານ​ບາ​ນີ, ໂກ​ລົມ​ບີ, ຈີ​ເລ, ຝ​ຣັ່ງ, ຈາ​ໄມ​ກາ, ຣູ​ມາ​ນີ, ເ​ປ​ລູ​ແລະ​ອື່ນໆ.

ລັດ​ຖະ​ບານ​ອີ​ຕາ​ລີ​ປະ​ກາດພາ​ວະ​ສຸກ​ເສີນ​​ເປັນ​ເວ​ລາ 12 ເດືອນ​ຢູ່​ເຂດລິ​ກູ​ເລຍ​ຂອງ​ເກ​ໂນ​ວາ​ໃນ​ວັນ​ທີ 15 ສິງ​ຫາ​ນີ້, ເພື່ອ​ດຳ​ເນີນ​ວຽກ​ງານ​ກອບ​ກູ້​ແລະ​ສ້າງຂົວ​ຄືນ​ໃໝ່.

ວັນ​ທີ 14 ສິງ​ຫາ​ນີ້, ຂົວ​ໂມ​ຣັນ​ດິ​ຂອງ​ເກ​ໂນ​ວາ​ປະ​ເທດ​ອີ​ຕາ​ລີ​ໄດ້​​ພັງ​ລົງ, ເວ​ລາ​ນັ້ນ​ມີ​ລົດ​ປະ​ມານ 30 ຄັນ​ແລ່ນ​ຢູ່​ເທິງ​ຂົວ​ດັ່ງ​ກ່າວ. ພາຍ​ຫຼັງ​ເກີດ​ເຫດ​ການ​ແລ້ວ, ໄດ້​ປະ​ຕິ​ບັດ​ວຽກ​ງານກອບ​ກູ້​ຢ່າງ​ຕໍ່​ເນື່ອງ. ປັດ​ຈຸ​ບັນ​ຍັງ​ມີ 8 ຄົນ​ປິ່ນ​ປົວ​ຢູ່​ໂຮງ​ໝໍ.

ຄຳ​ເຫັນ

0