覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ປະ​ທາ​ນາ​ທິ​ບໍ​ດີ​ອິນ​ໂດ​ເນ​ເຊຍ​ຕ້ອນ​ຮັບ​ຮອງ​ນາ​ຍົກ​ຈີນ

2018-08-20 17:18:11 cri
ຕອນຄ່ຳວັນທີ 18 ສິງຫາ​ນີ້ຢູ່ນະຄອນຫຼວງຈາ​ກາ​ຕາ ປະ​ເທດອິນໂດເນເຊຍ, ທ່ານໂຈໂກ ວິໂດໂດ ປະທາ​ນາ​ທິບໍດີ​ອິນ​ໂດເນເຊຍໄດ້ຕ້ອນຮັບການເຂົ້າຢ້ຽມຄຳນັບຂອງທ່ານ​ນາງ​ຊຸນ​ຊົນ​ລານ ທູດ​ພິ​ເສດ​ຂອງທ່ານສີຈິ້ນ​ຜິງ ປະ​ທານ​ປະ​ເທດຈີນ, ຮອງນາຍົກລັດຖະມົນຕີ​ຈີນໃນ​ໂອກາດເດີນທາງ​ມາ​ເຂົ້າ​ຮ່ວມ​ພິ​ທີ​ໄຂ​ງານມະຫາ​ກຳ​ກິ​ລາເອຊຽນເກມຄັ້ງທີ 18. 

 

 ກ່ອນອື່ນ, ທ່ານ​ນາງ​ຊຸນ​ຊົນ​ລານ​ໄດ້​ຝາກ​ຄຳ​ຢື້ຢາມຖາມຂ່າວແລະພອນໄຊອັນປະເສີດຂອງທ່ານປະທາ​ນສີຈິ້ນຜິງເຖິງທ່ານ​ວິ​ໂດ​ໂດທັງ​ອວຍ​ພອນ​ໃຫ້ເອຊຽນ​ເກມ​ຈາກາຕາຈົ່ງປະສົບຜົນສຳເລັດຢ່າງຈົບງາມ. ທ່ານ​ວິ​ໂດ​ໂດ​ຂອບ​ໃຈ​ນຳທ່ານປະທານສີຈິ້ນຜິງ​ທີ່​ຝາກ​ຄວາມອວຍ​ພອນອັນປະເສີດແລະຖືໂອກາດນີ້ທ່ານປະທານາທິບໍດີໄດ້​ຝາກຄວາມອວຍພອນທີ່​ດີງາມຜ່ານທ່ານທູດພິເສດໄປເຖິງທ່ານປະທານສີຈິ້ນຜິງເຊັ່ນກັນ.

 ມື້ດຽວ​ກັນ, ທ່ານນາງຊຸນຊົນລານ​ຍັງ​ໄດ້​ພົບ​ປະ​ກັບ​ສົມເດັດຊກ ອາເມັດ ອັນ ຟາ​ຮັດ ອັນ ຊາບາ ປະທານສະພາ​ມົນ​ຕີ​ໂອ​ລິມ​ປິກອາຊີ ໂດຍໄດ້ແຈ້ງໃຫ້ຊາບ​ກ່ຽວກັບແນວຄິດພ້ອມ​ດ້ວຍສະພາບຄວາມຄືບ​ໜ້າ​ໃນການ​ກະ​ກຽມຈັດງານເອຊຽນເກມທີ່​ນະ​ຄອນ​ຫັງ​ໂຈ່ວປີ 2022. ວັນ​ທີ 19 ສິງ​ຫານີ້, ທ່ານນາງ​ຊຸນ​ຊົນ​ລານ​ໄດ້​ໄປ​ຢ້ຽມ​ຢາມ​ຄະ​ນະ​ຜູ້​ແທນກິລາຈີນທີ່ເຂົ້າຮ່ວມ​ງານ​ເອ​ຊຽນ​ເກມ​ຄັ້ງ​ນີ້. 

 ໃນໄລຍະເຄື່ອນໄຫວເຮັດວຽກຢູ່​ອິນ​ໂດ​ເນ​ເຊຍ, ທ່ານນາງ​ຊຸນ​ຊົນ​ລານຍັງໄດ້ພົບປະກັບທ່ານປູ​ອັນ ມາ​ຮາ​ຣານີ ລັດຖະມົນຕີກະຊວງປະສານ​ງານການພັດທະນາແລະວັດທະນະທຳມະນຸດ​ອິນ​ໂດ​ເນ​ເຊຍ. 

ຄຳ​ເຫັນ

0