尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈຳ​ນວນຜູ້​ໃຊ້​ອິນ​ເຕີ​ເນັດ​ຂອງ​ຈີນ​ໄດ້​ບັນ​ລຸຫຼາຍກວ່າ 800 ລ້ານ​ຄົນ​ຄັ້ງ​ທຳ​ອິດ

2018-08-21 11:28:26 cri

ວັນ​ທີ 20 ສິງ​ຫາ​ນີ້ ຢູ່​ປັກ​ກິ່ງ, ສູນ​ຂໍ້​ມູນ​ຂ່າວ​ສານອິນ​ເຕີ​ເນັດ​ຈີນ​ໄດ້​ເຜີຍ​ແຜ່ “ບົດ​ລາຍ​ງານ​ສະ​ຖິ​ຕິ​ສະ​ພາບ​ການ​ພັດ​ທະ​ນາອິນ​ເຕີ​ເນັດ​ຈີນ” ຄັ້ງ​ທີ 42 ໂດຍ​ສະ​ແດງ​ໃຫ້​ເຫັນ​ວ່າ: ມາ​ຮອດ​ວັນ​ທີ 30 ມິ​ຖຸ​ນາ​ປີ​ນີ້, ຈຳ​ນວນ​ຜູ້​ໃຊ້​ອິນ​ເຕີເນັດ​ຂອງ​ຈີນ​ໄດ້​ບັນ​ລຸ​ຫຼາຍກວ່າ 800 ລ້ານ​ຄົນ​ເປັນ​ຄັ້ງ​ທຳ​ອິດ,ອັດ​ຕາ​ການ​​ຊົມ​ໃຊ້ອິນ​ເຕີ​ເນັດ​ແມ່ນ 57,7%. ຄຽງ​ຄູ່​ກັບ​ຂອບ​ເຂດການ​ປົກ​ຄຸມ​ທາງອິນ​ເຕີ​ເນັດ​ຂອງ​ຈີນ​ໄດ້​ເປີດກວ້າງ​ອອກ​ຢ່າງ​ຈະ​ແຈ້ງ,ຄວາມ​ໄວ​​ຂອງອິນ​ເຕີ​ເນັດ​ໄດ້​ຮັບ​ການ​ຍົກ​ສູງ​ຂຶ້ນ​ຢ່າ​ງ​ບໍ່​ຢຸດ​ຢັ້ງ,ຄ່າ​ໃຊ້​ອິນ​ເຕີ​ເນັດ​ໄດ້​ຫຼຸດ​ລົງ​ຢ່າງ​ຕໍ່​ເນື່ອງ,ລະ​ດັບ​ການ​ເຊື່ອມ​ໂຍງ​ ອິນ​ເຕີ​ເນັດ​ກັບ​ອຸດ​ສາ​ຫະ​ກຳ​ຕ່າງໆ​ໄດ້​ຮັບ​ການ​ເພີ່ມ​ທະ​ວີ​ເຂົ້​າ​ສູ່​ລວງ​ເລິກ​ຕື່ມ​ອີກ.
 

ບົດ​ລາຍ​ງານ​ດັ່ງ​ກ່າວ​ຍັງ​ຂຽນ​ວ່າ:ປັດ​ຈຸ​ບັນ,ອັດ​ຕາ​ການ​ລົງ​ທຶນ​ທາງ​ອິນ​ເຕີ​ເນັດ​ຂອ​ງ​ຈີນ​ໄດ້​ເພີ່ມຂຶ້ນ​ຢ່າງ​ຈະ​ແຈ້ງ,ຕະ​ຫຼາດ​ພັດ​ທະ​ນາ​ຢ່າງ​ມີ​ລະ​ບຽບ​ແບບ​ແຜນ. ອັດ​ຕາ​ການ​ລົງ​ທຶນທາງ​ອິນ​ເຕີ​ເນັດ​ຈາກ 16,7% ໃນ​ທ້າຍ​ປີ 2017 ເພີ່ມຂຶ້ນ​ເປັນ 21% ໃນ​ເດືອນ​ມິ​ຖຸ​ນາ​ປີ​ນີ້,ອັດ​ຕາ​ເຕີບ​ໂຕ​ຂອງຈຳ​ນວນ​ຜູ້​ລົງ​ທຶນທາງ​ອິນ​ເຕີ​ເນັດ​ໃນ​ເຄິ່ງ​ປີ​ໄດ້​ເພີ່ມ​ຂຶ້ນ 30%.
 

ຄຽງ​ຄູ່​ກັບ​ການ​ຄ້າ​ເອ​ເລັກ​ໂຕ​ຣ​ນິກ​ໄດ້​ເຊື່ອມ​ໂຍງ​ເຂົ້າ​​ກັບສັງ​ຄົມ​ອອນ​ລາຍ​ຢ່າງ​ເລິກ​ເຊິ່ງ,ອັດ​ຕາ​ການ​​ຊຳ​ລະ​ສະ​ສາງ​ທາງ​ອິນ​ເຕີ​ເນັດ​ໄດ້​ເຕີບ​ໂຕ​ຢ່າງ​ຕໍ່​ເນື່ອງ. ການ​ຊື້​ສິນ​ຄ້າ​ແລະ​ການຊຳ​ລະ​ສະ​ສາງຜ່ານ​ທາງ​ອິນ​ເຕີ​ເນັດ​ໄດ້​ກາຍ​ເປັນຊ່ອງ​ທາງ​ທີ່​ຜູ້​ໃຊ້​ອິນ​ເຕີ​ເນັດ​ໃຊ້​ຫຼາຍ​ກວ່າ​ໝູ່.

ຄຳ​ເຫັນ

0