蒙龙

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ມາ​ເລ​ເຊຍ​ຊົມ​ເຊີຍ, ສະ​ໜັບ​ສະ​ໜູນ ແລະ ຈະ​ສືບ​ຕໍ່​ຕັ້ງ​ໜ້າ​ເຂົ້າ​ຮ່ວມ​ການ​ຮ່ວມ​ມື “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ”

2018-08-21 10:28:18 CRI

ວັນ​ທີ 20 ສິງ​ຫາ​ນີ້, ຈີນ ແລະ ມາ​ເລ​ເຊຍ​ໄດ້​ອອກ​ຖະ​ແຫຼງ​ການ​ຮ່ວມ ໂດຍ​ຊີ້​ອອກວ່າ, ມາ​ເລ​ເຊຍ​ຊົມ​ເຊີຍ, ສະ​ໜັບ​ສະ​ໜູນ ແລະ ຈະ​ສືບ​ຕໍ່​ຕັ້ງ​ໜ້າ​ເຂົ້າ​ຮ່ວມ​ການ​ຮ່ວມ​ມື “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ”.

ຖະ​ແຫຼງ​ການ​ມີ​ເນື້ອ​ໃນ 16 ດ້ານ. ໃນ​ຖະ​ແຫຼງ​ການ, ສອງ​ຝ່າຍ​ເຫັນ​ດີ​ເປັນ​ເອ​ກະ​ພາບ​ກັນ​ວ່າ, ຈີນ ແລະ ມາ​ເລ​ເຊຍ​ມີ​ມູນ​ເຊື້ອ​ມິດ​ຕະ​ພາບ​ທີ່​ເລິກ​ເຊິ່ງ, ສອງ​ຝ່າຍ​ທັງ​ເປັນ​ຄູ່​ຮ່ວມ​ຍຸດ​ທະ​ສາດ​ຮອບ​ດ້ານ, ​ທັງແມ່ນ​ຄູ່​ຮ່ວມ​ມື​ຕົວ​ຈິງ. ສອງ​ຝ່າຍ​ເຫັນ​ດີ​ຮັກ​ສາ​ການ​ໄປ​ມາ​ຫາ​ສູ່​​ກັນລະ​ຫວ່າງ​ການ​ນຳ​ຂັ້ນ​ສູງ​ຢ່າງ​ໃກ້​ຊິດ, ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ດ້ານ​ປະ​ສົບ​ການ​ປົກ​ຄອງ​ປະ​ເທດ, ເພີ່ມ​ທະ​ວີ​ການ​ວາງ​ແຜນ​ຍຸດ​ທະ​ສາດ​ການ​ພົວ​ພັນ​ລະ​ຫວ່າງ​ສອ​ງ​ຝ່າຍ ແລະ ແລກ​ປ່ຽນ​ຄວາມ​ເຫັນ​ກັນ ກ່ຽວ​ກັບ​ບັນ​ຫ​າ​ສາ​ກົນ ແລະ ພາກ​ພື້ນ​ທີ່​ສຳ​ຄັນ​ຢ່າງ​ທັນ​ການ. ສອງ​ຝ່າຍ​ຈະ​ຮ່ວມ​ກັນ​ຍຶດ​ໝັ້ນ​ລັດ​ທິຫຼາຍ​ຝ່າຍ, ຕໍ່​ຕ້ານ​ລັດ​ທິ​ປົກ​ປ້ອງ​ການ​ຄ້າ​ແລະ​ລັດ​ທິ​ຝ່າຍ​ດຽວ, ປົກ​ປັກ​ຮັກ​ສາ​ຈຸດ​ປະ​ສົງ ແລະ ຫຼັກ​ການຂອງ “ກົດ​ບັດ​ສະ​ຫະ​ປະ​ຊາ​ຊາດ”.

ຖະ​ແຫຼງ​ການ​ຍັງ​ລະ​ບຸ​ວ່າ, ສອງ​ຝ່າຍ​ຈະ​ຮ່ວມ​ກັບ​ບັນ​ດາ​ປະ​ເທດ​ອາ​ຊຽນ, ຈັດ​ຕັ້ງ​ປະ​ຕິ​ບັດ “ຖະ​ແຫຼງ​ການ​​ແຫ່ງ​ການ​ປະ​ພຶດ​ຂອງ​ບັນ​ດາ​ຝ່າຍ​ຢູ່​ທະ​ເລ​ຈີນ​ໃຕ້” ຢ່າງ​ຮອບ​ດ້ານ ແລະ ບັງ​ເກີດ​ຜົນ, ຕັ້ງ​ໜ້າ​ຊຸກ​ຍູ້​ການ​ຮ່ວມ​ມື​ຕົວ​ຈິງ​ທ​າງ​ທະ​ເລ ແລະ ການ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ “ກົດ​ແຫ່ງ​ການ​ປະ​ພຶດ​ຢູ່​ທະ​ເລ​ຈີນ​ໃຕ້” ແລະ ພະ​ຍາ​ຍາມ​ກ້າວ​ເຖິງ​ຂັ້ນ​ລົງ​ນາມ​ໃນ “ກົດ​ແຫ່ງ​ການ​ປະ​ພຶດ​ຢູ່​ທະ​ເລ​ຈີນ​ໃຕ້” ໂດຍ​ໄວ ບົນ​ພື້ນ​ຖານ​ປຶກ​ສ​າ​ຫາ​ລື​ຢ່າງ​ເປັນ​ເອ​ກະ​ພາບ​ກັນ.

ຄຳ​ເຫັນ

0