吴佳萱

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

​ເທດສະການ​ປຶ້ມ​ສາກົນ​ປັກ​ກິ່ງ​ຄັ້ງ​ທີ 16

2018-08-23 15:51:39 cri

ຕອນ​ເຊົ້າ​ວັນ​ທີ 22 ສິງ​ຫາ​ນີ້, ພິທີ​ເປີດ​​​ເທດສະການ​ປຶ້ມ​ສາກົນ​ປັກ​ກິ່ງ​ຄັ້ງ​ທີ 16 ​ໄດ້​ຈັດ​ຂຶ້ນ​ຢູ່​ສູນ​ວາງສະ​ແດງ​ສາກົນ​ຈີນ ​ເຊິ່ງມີ​ວິ​ສາ​ຫະກິດ​ພິມ​ຈຳ​ໜ່າຍ​ຫຼາຍ​ກວ່າ 2000 ​ແຫ່ງ​ຈາກ 100 ກວ່າ​ປະ​ເທດ ​ແລະເຂດແຄ້ວນ​ເຂົ້າ​ຮ່ວມ ເຊິ່ງ​ໄດ້​ສ້າງ​ສະ​ຖິຕິ​ໃໝ່.

​ເທດສະການ​ຄັ້ງ​ນີ້​ພາຍ​ໃ​ຕ້ຫົວ​ຂໍ້ “ປະຕິຮູບເພື່ອ​ສ້າງ​ຍຸກ​ສະ​ໄໝ​ໃໝ່ ປຶ້ມ​ເປີດ​​ເສັ້ນທາງ​ພັດທະນາ​ໃໝ່" ​ເຊິ່ງຈະ​ສະ​ແດງໃຫ້ເຫັນຜົນ​ສຳ​ເລັດ​ອັນ​​ໃຫຍ່​ຫຼວງ​ຂອງ​ຂະ​ແໜງ​ການ​ຂ່າວສານ-ພິມ​ຈຳໜ່າຍ​ນະຄອນ​ຫຼວງ​ປັກ​ກິ່ງ​ທີ່​ບັນລຸໄດ້ນັບ​ແຕ່​ການ​ປະຕິ​ຮູບ ​ແລະ​ເປີດ​ປະຕູ​ສູ່​ພາຍ​ນອກຕະຫຼອດ​ 40 ປີຜ່ານມາ ​ແລະ​ອະທິ​ບາຍ​ເນື້ອ​ໃນ​ວັດທະນະທຳ​ “​ເລື່ອ​ງປັກ​ກິ່ງ, ສູ່ສາຍຕາໂລກ”.

​ເທດສະການ​ປຶ້ມ​ສາກົນ​ປີ​ນີ້​ມີ “5 ກິ​ດຈະ​ກຳ​ໃຫຍ່ ​ແລະເຂດວາງສະແດງໃຫຍ່ 10 ເຂດ” ​ລວມທັງພິທີ​ເປີດ, ກິດຈະກຳ​ລະນຶກ​ການ​ປະຕິ​ຮູບ ​ແລະ​ເປີດ​ປະຕູ​ສູ່​ພາຍ​ນອກຄົບຮອບ 40 ປີ, ​ເວທີ​ປຶກສາ​ຫາລື​ຜົນສຳເລັດຂອງການພິມ​ຈຳໜ່າຍ ກໍຄືເວທີ​ປາ​ໄສ​ຂອງຜູ້​ຊ່ຽວຊານຂັ້ນສູງ ​ແລະ​ງານ​ວາງສະ​ແດງ​ປຶ້ມ​ເດັກນ້ອຍ​ສາກົນ​ປັກ​ກິ່ງ.

ຄຳ​ເຫັນ

0