蒙龙

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ປິດ​ກອງ​ປ​ະ​ຊຸມ​ສຸດຍອດ​ປັກ​ກິ່ງ​ເວ​ທີ​ປຶກ​ສາ​ຫາ​ລື​ການ​ຮ່ວມ​ມື​ຈີນ-ອາ​ຟ​ຣິ​ກາ

2018-09-05 14:54:43 CRI

图片默认标题_fororder_1123379917_15360789608881n

​ກອງ​ປ​ະ​ຊຸມ​ສຸດຍອດ​ປັກ​ກິ່ງ​ເວ​ທີ​ປຶກ​ສາ​ຫາ​ລື​ການ​ຮ່ວມ​ມື​ຈີນ-ອາ​ຟ​ຣິ​ກາທີ່​ຈັດ​ຂຶ້ນ​ຢູ່​ນະ​ຄອນຫຼວງ​ປັກ​ກິ່ງ​ໄດ້​ປິດ​ລົງ​ໃນ​ວັນ​ທີ 4 ກັນ​ຍາ​ນີ້. ຫຼັງ​ຈາກ​ນັ້ນ, ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ, ທ່ານມ​ຕາ​ເມ​ລາ ຊີ​ຣິນ ຣາ​ມາ​ໂຟ​ຊາ ປະ​ທາ​ນາ​ທິ​ບໍ​ດີ​ອາ​ຟ​ຣິ​ກາ​ໃຕ້ ອະ​ດີດ​ປະ​ເທດ​ປະ​ທານ​ຮ່ວມ ແລະ ທ່ານ​​ແມກ​ກີ​ ຊອນ ປະ​ທາ​ນາ​ທິ​ບໍ​ດີ​ເຊ​ເນ​ການ ປະ​ເທດ​ປະ​ທານ​ຮ່ວມ​ຊຸດ​ໃໝ່​ໄດ້​ຮ່ວມ​ກັນ​ຖະ​ແຫຼງ​ຂ່າວໃນ​ຫໍ​ສະ​ພາ​ປະ​ຊາ​ຊົນ​ນະ​ຄອນຫຼວງ​ປັກ​ກິ່ງ.

ກອງ​ປະ​ຊຸມ​ໄດ້​​ອອກ “ຖະ​ແຫຼງ​ການ​ປັກ​ກິ່ງ​ກ່ຽວ​ກັບ​ການ​ສ້າງ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ຈີນ-ອາ​ຟ​ຣິ​ກາ​ທີ່​ແໜ້ນ​ແຟ້ນກວ່າ​ເກົ່າ”, ໄດ້​ເຕົ້າ​ໂຮມ​ຄວາມ​ເຫັນ​ເປັນ​ເອ​ກະ​ພາບ​ກັນ​ຂອງ​ຈີນ​ແລະ​ອາ​ຟ​ຣິ​ກາ​ທີ່​ມີ​ຕໍ່​ບັນ​ຫາ​​ສຳ​ຄັນ​ໃນສາ​ກົນ ແລະ ພາກ​ພື້ນ​ໃນ​ປັດ​ຈຸ​ບັນ ແລະ ສົ່ງ​ສັນ​ຍາ​ອັນ​ແຮງ​ກ້າ​ທີ່​ຈະ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ລະ​ຫວ່າງ​ສອງ​ຝ່າຍ​ຕໍ່​ໂລກ. ກອງ​ປະ​ຊຸມ​ໄດ້​ຜ່ານ “ແຜນ​ການ​ດຳ​ເນີນ​ງານ​ປັກ​ກິ່ງ​ຂອງ​ເວ​ທີ​ປຶກ​ສາ​ຫາ​ລື​ການ​ຮ່ວມ​ມື​ຈີນ-ອາ​ຟ​ຣິ​ກາ​ປີ 2019 - 2021” ໂດຍ​ໄດ້​ກຳ​ນົດ​ວ່າ ຈີ​ນ​ ແລະ ອາ​ຟ​ຣິ​ກາ​ຈະ​ເນັ້ນ​ໃສ່​ການ​ປະ​ຕິ​ບັດ “ແຜນ​ການ​ດຳ​ເນີນ​ງານ 8 ຂໍ້​ໃຫຍ່” ໃນ 3 ປີ​ຂ້າງ​ໜ້າ ແລະ ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ຕົວ​ຈິງ​ໃນ​ທຸກ​ຂົງ​ເຂດ​ຢ່າງ​ຮອບ​ດ້ານ. ທ່ານ​ສີ​ຈິ້ນ​ຜິງ​ກ່າວ​ວ່າ, ຜູ້​ນຳ​ຈີນ​ແລະ​ອາ​ຟ​ຣິ​ກາ​ມີ​ຄວາມ​ເຫັນ​ເປັນ​ເອ​ກະ​ພາບ​ກັນ​ໃຫ້​ຮ່ວມ​ມື​ກັນ​ສ້າງ​ປະ​ຊາ​ຄົມ​ຮ່ວ​ມ​ຊາ​ຕາກຳ​ຈີນ-ອ​າ​ຟ​ຣິ​ກາ ທີ່​ຮັບພາ​ລະ​ໜ້າ​ທີ່​ຮ່ວມ​ກັນ, ຮ່ວມ​ມື​ກັນ​ແບບ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ, ຊົມ​ໃຊ້​ຄວາມ​ສຸກ​ຮ່ວມ​ກັນ, ພັດ​ທະ​ນາ​ວັດ​ທະ​ນະ​ທຳ​ຂອງ​ສອງ​ຝ່າຍ​ໃຫ້​ຈະ​ເລີນ​ຮ່ວມ​ກັນ, ປ້ອງ​ກັນ​ຄວາມ​ໝັ້ນ​ຄົງ​ຮ່ວມ​ກັນ ແລະ ຢູ່​ຮ່ວມ​ກັນ​ຢ່າງ​ກົມ​ກຽວ​.

ທ່ານ​ຣາ​ມາ​ໂຟ​ຊາ​ ແລະ ທ່ານ​ແມກ​ກີ​ຊອນ​ໃຫ້​ສຳ​ພາດວ່າ, ກອງ​ປະ​ຊຸມ​ສຸດຍອດ​ຄັ້ງ​ນີ້​ປະ​ສົບ​ຜົນ​ສຳ​ເລັດ​ຢ່າງ​ງົດ​ງາມ ໂດຍ​ໄດ້​ສ່ອງ​ແສງ​ໃຫ້​ເຫັນ​ມິດ​ຕະ​ພາບ​ອັນ​ເລິກ​ເຊິ່ງ​ປານ​ອ້າຍ​ນ້ອງລະ​ຫວ່າງ​ອາ​ຟ​ຣິ​ກາ​ກັບ​ຈີນ​ ແລະ ໄດ້​ວາງ​ແຜນ​ພັດ​ທະ​ນາ​ແຫ່ງ​ການ​ພົວ​ພັນ​ອາ​ຟ​ຣິ​ກາ​-ຈີນ​ໃນ​ອະ​ນາ​ຄົດ. ອາ​ຟ​ຣິ​ກາ​ຍິນ​ດີ​ພະ​ຍາ​ຍາມ​ຮ່ວມ​ກັບ​ຈີນ, ສ້າງ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ຈີນ-ອາ​ຟ​ຣິ​ກາ​ທີ່​ແໜ້ນ​ແຟ້ນກວ່າ​ເກົ່າ ແລະ ສ້າງ​ຄວາມ​ຜາ​ສຸກ​ໃຫ້​ແກ່​ປ​ະ​ຊາ​ຊົນ​ທັງ​ສອງ​ຝ່າຍ.

ຄຳ​ເຫັນ

0