吴佳萱

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ຫູຊຸ່ນຫົວພົບ​ປະ​ກັບ​ນາຍົກລັດຖະມົນຕີຫວຽດນາມ

2018-09-12 18:18:50 cri

ວັນ​ທີ 11 ກັນຍາ​ນີ້, ທ່ານ​ຫູຊຸ່ນຫົວ ຮອງ​ນາ​ຍົກ​ລັດຖະມົນຕີ​ຈີນ​ໄ​ດ້ພົບ​ປະ​ກັບ​ທ່ານຫງວຽນຊວນ​ຟຸກ ນາຍົກລັດຖະມົນຕີຫວຽດນາມ​ຢູ່​ນະຄອນຫຼວງ​ຮາ​ໂນ້ຍ​​ໂອກາດ​​ເຂົ້າ​ຮ່ວມ​ກອງ​ປະຊຸມ​ອາ​ຊຽນຂອງ​ເວທີ​ປຶກສາ​ຫາລື​ເສດຖະກິດ​ໂລກຕາມ​ຄຳ​ເຊີນ.

ທ່ານ​ຫູ​ຊຸ່ນຫົວກ່າວ​ວ່າ: ສອງ​ຝ່າຍ​ຄວນ​ເລັ່ງລັດ​ຊຸກຍູ້​ການ​​ເຊື່ອມ​ຈອດ​ລະຫວ່າງ​ການສ້າງ “ໜຶ່ງ​ແລ​ວໜຶ່ງ​ເສັ້ນທາງ” ​ແລະ “ສອງ​ແລວ​ທາງ​ໜຶ່ງວົງ” ຫວຽດນາມ, ​ເພີ່ມ​ທະວີການ​ຈັດ​ຕັ້ງ​ປະຕິບັດ​ຍຸດທະ​ສາດ​ການ​ຮ່ວມ​ມື​ຕົວ​ຈິງ​ລະຫວ່າງ​ສອງ​ຝ່າຍ, ນຳ​ໃຊ້​ທ່າ​ແຮງ​ປົ່ມຊ້ອນ​ການ​ຮ່ວມ​ມື​ດ້ານ​ການ​ຄ້າ ​ແລະ​ການ​ລົງທຶນ ​ແລະ​ຍົກ​ສູງ​ຄຸນ​ນະພາ​ບ ​ແລະ​ລະດັບ​ການ​ຮ່ວມ​ມື​ຈີນ-ຫວຽດນາມ​ໃຫ້​ສູງ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ. ຈີນຍິນ​ດີ​ຕ້ອນຮັບ​ທ່ານນາຍົກລັດຖະມົນຕີພ້ອມດ້ວຍ​ຄະນະ​ເຂົ້າ​ຮ່ວມ​ງານ​ວາງສະ​ແດງ​ສິນຄ້ານຳ​ເຂົ້າ​ສາກົນ​ຈີນ​ຄັ້ງ​ທຳ​ອິດ​ທີ່​ຈະ​ຈັດ​ຂຶ້ນ​ໃນ​ທ້າຍ​ເດືອນ​ພະ​ຈິກ​ປີ 2018, ຈີນ​ຍິນ​ດີ​​ເອື້ອ​ອຳນວຍຄວາມ​ສະດວກ​ໃຫ້​ວິ​ສາ​ຫະກິດ​ຫວຽດນາມ​​ເຂົ້າ​ຮ່ວມ​ງານ​ວາງສະ​ແດງດັ່ງກ່າວ.

ທ່ານ​ຫງວຽນ​ຊວນ​ຟຸກ​ກ່າວ​ວ່າ: ຫວຽດນາມເປັນ​ຄູ່​ຄ້າ​ໃຫຍ່​ທີ່​ສຸດຂອງ​ຈີນ​​ໃນ​ອາ​ຊຽນ, ຫວຽດນາມ​ຊົມ​ເຊີຍ​ນະ​ໂຍບາຍ​ເປີດ​ປະຕູ​ສູ່ພາຍ​ນອກ​ຕື່ມ​ອີກ​ຂອງ​ຈີນ, ສະໜັບສະໜູນ ​ແລະຍິນ​ດີ​ຕັ້ງໜ້າ​ເຂົ້າ​ຮ່ວມ​ການສ້າງ “ໜຶ່ງ​ແລວ​ໜຶ່ງ​ເສັ້ນທາງ”, ຂ້າພະ​ເຈົ້າ​ພ້ອມ​ດ້ວຍ​ຄະນະ​ຈະ​ເຂົ້າ​ຮ່ວມ​ງານ​ວາງສະ​ແດງ​ສິນຄ້ານຳ​ເຂົ້າ​ສາກົນ​ຈີນ. ຫວຽດນາມ​ຍິນ​ດີ​​ຮ່ວມ​ກັນ​ກັບ​ຈີນ ​ເພື່ອ​ຊຸກຍູ້​ສາຍ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ຫວຽດນາມ-ຈີນ​ໃຫ້​ພັດທະນາ​ຢ່າງ​ປອດ​ໃສ ​ແລະໝັ້ນທົ່ງ​ຍາວ​ນານ.

ຄຳ​ເຫັນ

0