覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ສະ​ມາ​ຄົມ​ຂະ​ແໜງ​ການ​ຕ່າງໆ​ຂອງ​ອາ​ເມ​ຣິ​ກາ​ຄັດ​ຄ້ານ​ລັດ​ຖະ​ບານ​ຂຶ້ນ​ພາ​ສີ​ຕໍ່​ສິນ​ຄ້າ​ນຳ​ເຂົ້າ

2018-09-13 16:14:56 cri

​ວັນ​ທີ 12 ກັນ​ຍາ​ນີ້, ສະ​ມາ​ຄົມ​ຂະ​ແໜງ​ການ​ຕ່າງໆ​ຂອງ​ອາ​ເມ​ຣິ​ກາ 80 ກວ່າ​ແຫ່ງ​ໄດ້​ປະ​ກາດ​ຮ່ວມ​ກັນ​ສ້າງ​ຕັ້ງສະ​ຫະ​ພັນ​ຊາວ​ອາ​ເມ​ຣິ​ກາ​ຜູ້​ສະ​ໜັບ​ສະ​ໜູນ​ການ​ຄ້າ​ເສ​ລີ ແລະຮ່ວມ​ກັບ​ສະ​ຫະ​ພັນ​ເຈົ້າ​​ຂອງນິ​ຄົມ​ກະ​ສິ​ກຳ​ຜູ້​ສະ​ໜັບ​ສະ​ໜູນ​ການ​ຄ້າ​ເສ​ລີ​ລິ​ເລີ່ມ​ຂະ​ບວນ​ການ​ຊັກ​ຊວນ​ໃນ​ຂອບ​ເຂ​ດ​ທົ່ວ​ປະ​ເທດ​ເພື່ອ​ຄັດ​ຄ້ານ​ລັດ​ຖະ​ບານ​ອາ​ເມ​ຣິ​ກາ​ຂຶ້ນ​ພາ​ສີ​ຕໍ່​ສິ​ນ​ຄ້າ​ນຳ​ເຂົ້າ.
 

ຂະ​ບວນ​ການ​​ຊັກ​ຊວນ​ທີ່​ມີ​ຊື່​ວ່າ “ພາ​ສີ​ສ້າງ​ຜົນ​ເສຍ​ຫາຍ​ໃຫ້​​ພາກ​ກາງອາ​ເມ​ຣິ​ກາ”​ຂະ​ບວນ​ການ​ດັ່ງ​ກ່າວ​ຈະ​ທຸ້ມ​ເທຫຼາຍ​ລ້ານ​ໂດ​ລາ​ສະ​ຫະ​ລັດ​ເພື່ອ​ນຳ​ໃຊ້​ຮູບ​ແບບ​ຕ່າງໆ​ເຊັ່ນ:​ຈັດ​ກິດ​ຈະ​ກຳ​ຢູ່ອົງ​ການ​ປົກ​ຄອງ​ຕົວ​ເມືອງ, ການ​ໂຄ​ສະ​ນາ​ຢູ່​ຂັ້ນ​ຮາກ​ຖານ,ສື່​ສັງ​ຄົມ​ອ໋ອນ​ລາຍ, ການ​ໂຄ​ສະ​ນາ​​ທາງດີ​ຈີ​ຕອນ​ແລະ​ອື່ນໆ​ເພື່ອອະ​ທິ​ບາຍ​ຜົນ​ເສຍ​ຫາຍ​ຕໍ່​ວິ​ສ​າ​ຫະ​ກິດ,ຊາວ​ກະ​ສິ​ກອນ,ກຳ​ມະ​ກອນ​ແລະ​ຄອບ​ຄົວ​​ອາ​ເມ​ຣິ​ກາ​ທີ່​ເກີດ​ຈາກ​ການ​ຂຶ້ນ​ພາ​ສີຕໍ່​ສິນ​ຄ້າ​ນຳ​ເຂົ້າ.
 

ຕາມ​ຝ່າຍ​ຈັດ​ກິດ​ຈະ​ກຳ​ໃຫ້​ຮູ້​ວ່າ: ກິດ​ຈະ​ກຳ​​ຊັກ​ຊວນ​ເພື່ອ​ຄັດ​ຄ້ານ​ການ​ຂຶ້ນ​ພາ​ສີ​ນຳ​ເຂົ້າ​ສິນ​ຄ້າ​ຈະ​ຈັດ​ຂຶ້ນ​ຕາມ​ລຳ​ດັບ​ໃນ​ອາ​ທິດ​ໜ້າ​ຢູ່​ລັດ​ເພັນ​ຊີ​ວາ​ເນຍ, ລັດ​ໂອ​ໄຮ​ໂອ​ແລະ​ລັດ​ອື່ນໆ ຂະ​ນະ​ດຽວ​ກັນ ໃນ​ສອງ​ເດືອນ​ຕໍ່​ໜ້າ​ຈະ​ຈັດ​ກິດ​ຈະ​ກຳ​ຢູ່​ເຂດ​ຊຸມ​ຊົນ​ສຳ​ຄັນ​ຂອງ​ພາກ​ກາງ​ອາ​ເມ​ຣິ​ກາ​ໃຫ້ຫຼາຍ​ຂຶ້ນກວ່າ​ເກົ່າ​ອີກ.

ຄຳ​ເຫັນ

0