吴佳萱

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ປຶ້ມ​ຈີນ​ວາງສະ​ແດງ​ໃນ​ງານ​ວາງສະ​ແດງ​ປຶ້ມ​ສາກົນ​ມະນີລາ​ເປັນ​ຄັ້ງ​ທຳ​ອິດ

2018-09-13 18:01:35 cri

ຕອນ​ເຊົ້າ​ວັນ​ທີ 12 ກັນຍາ​ນີ້, ງານ​ວາງສະ​ແດງ​ປຶ້ມ​ສາກົນ​ຄັ້ງ​ທີ 39 ​ໄດ້​ຈັດ​ຂຶ້ນ​ຢູ່​ສູນ​ປະຊຸມSMXນະຄອນຫຼວງມະນີລາ​ຟິລິບ​ປິນ. ພາຍ​ໃນ​ງານ​ມີ “ງານ​ວາງສະ​ແດງ​ປຶ້ມ​ຈີນ" ​ໂດຍ​ອົງການ​ຖະ​ແຫຼງຂ່າວ ​ແລະພີ​ມຈຳໜ່າຍ​​ແຫ່ງ​ຊາດ​ຈີນເປັນ​ເຈົ້າພາບ ​ແລະບໍລິສັດ​ຈຳກັດ​ຂາ​ເຂົ້າຂາ​ອອກ​ປຶ້ມ​ການ​ສຶກສາ​ຈີນຈຳກັດ​ໄດ້​ຮ່ວມ​ກັນວາງສະ​ແດງ​ປຶ້ມ​ສາກົນ​ມະນີລາ​ເປັນ​ຄັ້ງ​ທຳ​ອິດ ​ເຊິ່ງ​ໄດ້​ວາງສະ​ແດງ​ປຶ້ມ​ຈີນ​​ໃນ​ຍຸກປັດຈຸບັນ​​ຫຼາຍ​ຊະນິດ​ໃຫ້​ຜູ້​ອ່ານ​ ​ແລະ​ບໍລິສັດ​ພີ​ມຈຳໜ່າຍ​ທ້ອງ​ຖິ່ນ​ໄດ້​ເຂົ້າ​ເບິ່ງ.

“ງານ​ວາງສະ​ແດງ​ປຶ້ມ​ຈີນ” ​ໄດ້​ວາງສະ​ແດງ​ປຶ້ມ 11 ປະ​ເພດ​ທັງ​ໝົດ​ຫຼາຍ​ກວ່າ 420 ​ເຫຼັ້ມ, ລວມທັງປຶ້ມ​ເຫຼັ້ມ 1 ​ແລະ​ເຫຼັ້ມ 2 ຂອງ​ທ່ານ​ສີ​ຈິ້ນ​ຜິ​ງວ່າ​ດ້ວຍ​ການ​ປົກ​ຄອງ​ປະ​ເທດ” ປຶ້ມ​​ແບບຮຽນ​ພາສາ​ຈີນ​​ເພື່ອ​ຕອບ​ສະໜອງ​ຄວາມ​ຮຽກ​ຮ້ອງ​ຕ້ອງການ​ຂອງ​ປະຊາຊົນ​ຟິລິບ​ປິນທີ່ມັກ​ຮຽນ​ພາສາ​ຈີນ ​ແລະປຶ້ມກ່ຽວ​ກັບສຳ​ເລັດ​ທີ່​ບັນລຸ​ໄດ້​ໃນ​ມໍ່​ໆ​ນີ້​ດ້ານການ​ຄົ້ນຄວ້າ​ວິທະຍາສາດ​ສັງຄົມ​-ວັດທະນະທຳ ​ແລະ​ວິທະຍາສາດ​ເຕັກນິກ​ຂອງ​ຈີນ.

ຄະນະ​ຜູ້​ແທນ​ພີ​ມຈຳໜ່າຍ​ຈີນ​ທີ່​ປະກອບ​ດ້ວຍບໍລິສັດ​ຈຳກັດ​ຂາ​​ເຂົ້າຂາ​ອອກ​ປຶ້ມ​ການ​ສຶກສາ​ຈີນຈຳ​ກັດ, ສຳນັກ​ພີ​ມຈຳໜ່າຍ​ການ​ສຶກສາຊັ້ນ​ສູງ, ສຳນັກ​ພີມຈຳໜ່າຍ​ວິ​ທະ​ຍາ​ສາດ ​ແລ​ະອື່ນ​ໆໄດ້​ເຈລະຈາ​ກາ​ນຄ້າ​ກ່ຽວ​ກັບລິ​ຂະ​ສິດ​ກັບ​ສຳນັກ​ພີ​ມຈຳໜ່າຍ​ຫຼາຍ​ແຫ່ງ​ຂອງ​ຟິລິບ​ປິນ ​ເພື່ອ​ເພີ່ມ​ທະວີ​ການ​ຮ່ວມ​ມື ​ແລະ​ການ​ແລກປ່ຽນ​ໃ​ນ​ຂົງ​ເຂດ​ຈຳໜ່າຍອີກ​ດ້ວຍ.

ຄຳ​ເຫັນ

0