覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ກຸ່ມ77 ປະ​ເທດກ່າວ​ວ່າ ຈີນ​ຊ່ວຍ​ປະ​ເທດ​ທີ່​ກຳ​ລັງ​ພັດ​ທະ​ນາ​ມີ​ສິດ​ມີ​ສຽງ​ໃນ​ເວ​ທີ​ສາ​ກົນ

2018-09-14 10:59:26 cri

ທ່ານ​ຄາ​ໂລ​ສ ຈາ​ຕີ​ວາ ປະ​ທານ​ກຸ່ມ 77 ປະ​ເທດ​ສາ​ຂາ​​ປະ​ຈຳ​ນະ​ຄອນຫຼວງວຽນ ປະ​ເທດ​ໂອ​ຕຼິ​ສ​ຢືນ​ຢັນ​ເມື່ອ​ບໍ່​ດົນ​ມາ​ນີ້​ວ່າ: ຈີນ​ໄດ້​ສະ​ໜັບ​ສະ​ໜູນ​ກຸ່ມ 77 ປະ​ເທດ ແລະ​ມີ​ຄວາມ​ໝາຍ​ສຳ​ຄັນ​ທີ່​ສຸດ​ຕໍ່​ການ​ສົ່ງ​ເສີມ​ປະ​ເທດ​ທີ່​ກຳ​ລັງ​ພັດ​ທະ​ນາ​ປະ​ກອບ​ຄຳ​ເຫັນ​ຂອງ​ຕົນ​ໃນ​ວຽກ​ງານ​​ສາ​ກົນ.
 

 ໃນ​ໄລ​ຍະ​ຈັດ​ພິ​ທີ​ສະ​ເຫຼີມ​ສະຫຼອງວັນ​ສ້າງ​ຕັ້ງ​ກຸ່ມ 77 ປະ​ເທດ​ສາ​ຂາ​ວຽນຄົບ​ຮອບ 20 ປີ, ທ່ານ​ຈາ​ຕີ​ວາ​ໃຫ້​ສຳ​ພາດ​ຕໍ່​ນັກ​ຂ່າວ​ວ່າ: ນັບ​ແຕ່​ກຸ່ມ 77 ປະ​ເທດ​ສ້າງ​ຕັ້ງ​ຂຶ້ນ​ເປັນ​ຕົ້ນ​ມາ, ແຜນ​​ທີ່ການ​ເມືອງ​ໂລກ​ໄດ້​ເກີດ​ການ​ປ່ຽນ​ແປງ​ຢ່າງ​ໃຫຍ່ຫຼວງ, ຈີນ​ໄດ້​ເສີມ​ຂະ​ຫຍາຍ​ບົດ​ບາດ​ສຳ​ຄັນ​ໃນ​ວຽກ​ງານ​ສາ​ກົນ. ສຳ​ລັບ​ກຸ່ມ 77 ປະ​ເທດ, ຈີນ​ເປັນ​ພັນ​ທະ​ມິດ​ທີ່​ສ້າງ​ສັນ​ແລະ​ແໜ້ນ​ແຟ້ນ​ທີ່​ສຸດ. ການ​ທີ່​ຈີນ​ສະ​ໜັບ​ສະ​ໜູນ​ປະ​ເທດ​ທີ່​ກຳ​ລັງ​ພັດ​ທະ​ນາ​ນັ້ນ​ໄດ້​ເຮັດ​ໃຫ້​ປະ​ເທດ​ທີ່​ກຳ​ລັງ​ພັດ​ທະ​ນາ​ມີ​ສິດ​ປະ​ກອບ​ຄຳ​ເຫັນຫຼາຍ​ຂຶ້ນ. ທ່ານ​ຍັງ​ຢືນ​ຢັນ​ຕື່ມ​ວ່າ: ການ​ຮ່ວມ​ມື​ລະ​ຫວ່າງກຸ່ມ 77 ປະ​ເທດ​​ກັບ​ຈີນ​ດຳ​ເນີນ​ໄປ​ດ້ວຍ​ດີ ແລະ​ເນັ້ນ​ວ່າ “ພວກ​ເຮົາ​ຈະ​ປົກ​ປ້ອງ​ແລ​ະ​ຊຸກ​ຍູ້​ລັດ​ທິຫຼາຍ​ຝ່າຍ​ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ.”

ຄຳ​ເຫັນ

0