覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນ​ກ່າວ​ວ່າ ການ​ຂຶ້ນ​ພາ​ສີ​ບໍ່​ສາ​ມາດ​ແກ້​ໄຂ​ບັນ​ຫາ​ການ​ຄ້າ​ຈີນ-ອາ​ເມ​ຣິ​ກາ​ໄດ້

2018-09-14 10:13:04 cri

ວັນ​ທີ 13 ກັນ​ຍາ​ນີ້, ທ່ານ​ກ່າວ​ເຟີ່ງ ໂຄ​ສົກ​ກະ​ຊວງ​ການ​ຄ້າ​ຈີນ​ຖະ​ແຫຼງ​ກ່ຽວ​ກັບ​ການ​ເກີນ​ດຸນ​ການ​ຄ້າ​ຈີນ-ອາ​ເມ​ຣິ​ກາ​ໄດ້​ຂະ​ຫຍາຍ​ຕົວ​ຂຶ້ນ​ຕາມ​ສະ​ຖິ​ຕິຫຼ້າ​ສຸດ​ນັ້ນ​ວ່າ, ບໍ່​ວ່າ​ຈະ​ເປັນ​ການ​ເກີນ​ດຸນຫຼື​ຂາດ​ດຸນ​ການ​ຄ້າຫຼືການ​ຄ້າ​ເພີ່ມ​ຂຶ້ນຫຼືຫຼຸດ​ລົງ ລ້ວນ​ແຕ່​ຖືກ​ຕັດ​ສິນ​ຊີ້​ຂາດ​ຢູ່​ນຳ​ຕະຫຼາດ. ອາ​ເມ​ຣິ​ກາ​ຄວນ​ຮັບ​ຮູ້​ວ່າ ການ​ໃຊ້​ມາດ​ຕະ​ການ​ແຕ່​ຝ່າຍ​ດຽວ​ໃນ​ການ​ຂຶ້ນ​ພາ​ສີ​ນັ້ນ​ຈະ​ບໍ່​ສາ​ມາດ​ແກ້​ໄຂ​ບັນ​ຫາ​ໄດ້.
 

 ທ່ານ​ກ່າວ​ເຟີ່ງ​ເນັ້ນ​ວ່າ: ການ​ຂາດດຸນ​ການ​ຄ້າ​ຂອງ​ອາ​ເມ​ຣິ​ກາ​ແມ່ນ​ເກີດ​ຂຶ້ນ​ຍ້ອນ​ສາ​ເຫດ​ຕ່າງໆ​ເປັນ​ຕົ້ນ ອັດ​ຕາ​ເງິນ​ຝາກ​ທະ​ນາ​ຄານ​ຂອງ​ອາ​ເມ​ຣິ​ກາ​ຕ່ຳ, ຖາ​ນະຄັງ​ສຳ​ຮອງ​ເງິນ​ຕາຂອງ​​ໂດ​ລາ​ສະ​ຫະ​ລັດ, ອາ​ເມ​ຣິ​ກາ​ໃຊ້​ມາດ​ຕະ​ການ​ຈຳ​ກັດ​ການ​ສົ່ງ​ອອກ​ສິນ​ຄ້າ​ໃຫ້ຈີນ​ແລະ​ອື່ນໆ. ແຕ່​ເດືອນ​ມັງ​ກອນ​ຫາ​ເດືອນ​ສິງ​ຫາ​ປີ​ນີ້, ຈີນ​ສົ່ງ​ອອກ​ສິນ​ຄ້າ​​ສູ່ອາ​ເມ​ຣິ​ກາ​ເພີ່ມ​ຂຶ້ນ​ໄວ​ສົມ​ຄວນ ,ຕົ້ນ​ຕໍ​ແມ່ນ​ຍ້ອນ​ໄດ້​ຮັບ​ຜົນ​​ດີຈາກ​ປັດ​ໄຈ​ຕ່າງໆ​ເຊັ່ນ ຕະຫຼາດ​ພາຍ​ໃນ​ປະ​ເທດ​ອາ​ເມ​ຣິ​ກາ​ມີ​ຄວາມ​ຕ້ອງ​ການ​ເພີ່ມ​ຂຶ້ນ​ແລະ​ອື່ນໆ ແນ່ນອນ​ແລ້ວ​ກໍ​ອາດ​ຈະ​ຍ້ອນ​ວ່າ ວິ​ສາ​ຫະ​ກິດ​ຈີນ​ຈຳ​ນວນ​ໜຶ່ງ​ຍາດ​ເວ​ລາ​ສົ່ງ​ອອກ​ສິນ​ຄ້າ​ລ່ວງ​ໜ້າ​​ເພາະ​ເປັນ​ຫ່ວງ​ຕໍ່​ນະ​ໂຍ​ບາຍ​ພາ​ສີ​ຂອງ​ອາ​ເມ​ຣິ​ກາ. ຈີນ​ແລະ​ອາ​ເມ​ຣິ​ກາ​ຄວນ​ໃຊ້​ມາດ​ຕະ​ການ​ທີ່​ສອດ​ຄ່ອງ​ກັບ​ຄວາມ​ເປັນ​ຈິງ,ພະ​ຍາ​ຍາມ​ມຸ່ງ​ໜ້າ​ໄປ​ສູ່​ເປົ້າ​ໝາຍ​ດຽວ​ກັນ​ເພື່ອ​ຊຸກ​ຍູ້​ໃຫ້​ການ​ຄ້າ​ສອງ​ຝ່າຍ​ຂະ​ຫຍາຍ​ຕົວ​ຢ່ງ​ປອດ​ໃສ​ແລະ​ໝັ້ນ​ທ່ຽງ.

ຄຳ​ເຫັນ

0