李建祥

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນ​ໄດ້​ຮັບ​ຄຳ​ເຊີນ​ຈາກ​ອາ​ເມ​ຣິ​ກາ​ແທ້ ແລະ​ສອງ​ຝ່າຍ​ກຳ​ລັງ​ແລກ​ປ່ຽນ​ລາຍ​ລະ​ອຽດ

2018-09-14 16:14:21 cri

    ຕໍ່​ກັບ​ກໍ​ລະ​ນີ​ທີ່​ສື່ມວນ​ຊົນ​ຕ່າງ​ປະ​ເທດ​ລາຍ​ງານ​ວ່າ ຫວ່າງ​ກ່ອນນີ້​ບໍ່​ດົນ ອາ​ເມ​ຣິ​ກາ​ໄດ້​ສົ່ງ​ຄຳ​ເຊີນ​ໃຫ້​ຝ່າຍ​ຈີນ​ເພື່ອ​ດຳ​ເນີນ​ການ​ປຶກ​ສາ​ຫາ​ລື​ກັນ, ທ່ານ ກ່າວ​ເຟິ່ງ ໂຄ​ສົກ​ກະ​ຊວງ​ການ​ຄ້າ​ຈີນ​ກ່າວ​ໃນ​ວັນ​ທີ 13 ກັນ​ຍານີ້​ວ່າ, ຈີນ​ໄດ້​ຮັບ​ຄຳ​ເຊີນ​ຂອງ​ອາ​ເມ​ຣິ​ກາ​ແທ້ ແລະ​ມີ​ທ່າ​ທີ​ຊົມ​ເຊີຍ​ຕໍ່​ເລື່ອງນີ້, ປັດ​ຈຸ​ບັນ, ສອງ​ຝ່າຍ​ກຳ​ລັງ​ແລກ​ປ່ຽນຄວາມ​ເຫັນ​ກ່ຽວ​ກັບ​ລາຍ​ລະ​ອຽດ​ບາງ​ຢ່າງ.

    ທ່ານ ກ່າວ​ເຟິ່ງ ກ່າວ​ໃນ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ທີ່​ຈັດ​ຂຶ້ນ​ໃນ​ມື້​ດຽວ​ກັນ​ວ່າ, ຄະ​ນະ​ປຶກ​ສາ​ຫາ​ລື​ເສດ​ຖະ​ກິດ​ການ​ຄ້າ​ສອງ​ປະ​ເທດ​ຈີນ​ແລະ​ອາ​ເມ​ຣິ​ກາ ໄດ້​ຮັກ​ສາ​ການ​ແລກ​ປ່ຽນ​​ຄວາມ​ຄິດ​ເຫັນ​ກ່ຽວ​ກັບ​ບັນ​ຫາ​ທີ່​ຕົນ​ສົນ​ໃຈ​ດ້ວຍ​ຮູບ​ການ​ຕ່າງໆ​ຕະຫຼອດ​ມາ. ຈີນ​ເຫັນ​ວ່າ, ຖ້າ​ຄວາມ​ຂັດ​ແຍ້ງ​ກັນ​ດ້ານ​ການ​ຄ້າ​ຮຸນ​ແຮງ​ຂຶ້ນ ມັນ​ຈະ​ບໍ່​ສອດ​ຄ່ອງ​ກັບ​ຜົນ​ປະ​ໂຫຍດ​ຂອງ​ສອງ​ຝ່າຍ.

    ທ່ານ ກ່າວ​ເຟິ່ງ ກ່າວ​ຕື່ມ​ວ່າ, ຫວັງ​ວ່າ​ອາ​ເມ​ຣິ​ກາ​ຈະ​​ປະ​ຕິ​ບັດ​ຕາມຄວາມ​ມຸ້ງ​ມາດ​ປາ​ຖະ​ໜາ​ຂອງ​ປະ​ຊາ​ຊົນ, ໃຊ້​ມາດ​ຕະ​ການ​ທີ່​ແທດ​ເໝາະ​ກັບ​ຄວາມ​ເປັນ​ຈິງ, ເຮັດ​ໃຫ້​ການ​ພົວ​ພັນ​ເສດ​ຖະ​ກິດ​ການ​ຄ້າ​ລະ​ຫວ່າງ​ຈີນ​ແລະ​ອາ​ເມ​ຣິ​ກາ​ກັບເຂົ້າ​ສູ່​ສະ​ພາບ​ປົກ​ກະ​ຕິ​ໂດຍ​ຜ່ານ​ການ​ສົນ​ທະ​ນາ​ແລະ​ປຶກ​ສາ​ຫາ​ລື​ທີ່​ສະ​ເໝີ​ພາບ​ແລະ​ໜ້າ​ເຊື່ອ​ຖື.

ຄຳ​ເຫັນ

0