覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ນານ​ນິງ​ຈັດ​ກອງ​ປະ​ຊຸມ​ເວ​ທີ​ປຶກ​ສາ​ຫາ​ລື​ການ​ຮ່ວ​ມ​ມື​ດ້ານ​ຄວາມ​ສາ​ມາດ​ການ​ຜະ​ລິດ​ແລະ​ການ​ລົງ​ທຶນ​ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ

2018-09-14 10:38:11 cri

图片默认标题_fororder_dosjhwfmlsfjhsfe1

 ກອງ​ປະ​ຊຸມ​ເວ​ທີ​ປຶກ​ສາ​ຫາ​ລື​ການ​ຮ່ວ​ມ​ມື​ດ້ານ​ຄວາມ​ສາ​ມາດ​ການ​ຜະ​ລິດ​ແລະ​ການ​ລົງ​ທຶນ​ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງພາຍ​ໃຕ້​ຫົວ​ຂໍ້ “ລົງ​ເລິກ​ການ​ຮ່ວມ​ມື​ດ້ານ​ຄວາມ​ສາ​ມາດ​ການ​ຜະ​ລິດ,ສົ່ງ​ເສີມ​ການ​ພັດ​ທະ​ນາ​ຮ່ວມ​ກັນ”ໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ນານ​ນິງ ເຂດ​ປົກ​ຄອງ​ຕົນ​ເອງ​ເຜົ່າ​ຈ້ວງກວາງ​ຊີ ສ​ປ ຈີນ​ໃນ​ວັນ​ທີ 13 ກັນ​ຍາ​ນີ້. ກອງ​ປະ​ຊຸມ​ຄັ້ງ​ນີ້​ຖື​ເປັນ​ໜຶ່ງ​ໃນ​ບັນ​ດາ​ກິດ​ຈະ​ກຳ​ການ​ຮ່ວມ​ມື​ສາ​ກົນ​ດ້ານ​ຄວາມ​ສາ​ມາດ​ການ​ຜະ​ລິດ​ແລະ​ການ​ຜະ​ລິດ​ອຸ​ປະ​ກອນ​ຂອງ​ງານ​ວາງ​ສະ​ແດງ​ສິນ​ຄ້າ​ຈີນ-ອາ​ຊຽນ​ຄັ້ງ​ທີ 15 ໂດຍ​ມີ​ຜູ້​ແທນ​ຈາກ​ອົງ​ການ​ລັດ​ຖະ​ບານ, ສະ​ມາ​ຄົມ​ອຸດ​ສາ​ຫະ​ກຳ,ສະ​ຖາ​ບັນ​ຄົ້ນ​ຄວ້າ, ສະ​ຖາ​ບັນ​ການ​ຄ້າ,ວິ​ສາ​ຫະ​ກິດ​ແລະ​ສື່ມວນ​ຊົນ​ຈາກ 6 ປະ​ເທດ​ແມ່​ນ້ຳ​ລ້າ​ນ​ຊ້າງ-ແມ່​ນ້ຳ​ຂອງ​ເກືອບ 300 ທ່ານ​ເຂົ້າ​ຮ່ວມ.
 

 ທ່ານ​ນິ້ງ​ຈີ​ເຈີ ຮອງ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ພັດ​ທ​ະ​ນາ​ແລະ​ປະ​ຕິ​ຮູບ​ແຫ່ງ​ຊາດ​ຈີນ, ທ່ານ​ນາງ​ຄຳ​ຈັນ ວົງ​​ແສນ​ບຸນ ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ແຜນ​ການ​ແລະ​ການ​ລົງ​ທຶນ ແຫ່ງ​ສ​ປ​ປ​ລາວ​ແລະ​ທ່ານ​ອື່ນໆ​ໄດ້​ກ່າວ​ປາ​ໄສ​ໃນ​ກອງ​ປະ​ຊຸມ.
 

ຜູ້​ຕາງ​ໜ້າ​ລັດ​ຖະ​ບານ​ປະ​ເທດ​ລຸ່ມ​ແມ່​ນ້ຳ​ຂອງ​ໄດ້​ຢືນ​ຢັນ​ເຖິງ​ການ​ສະ​ໜັບ​ສະ​ໜູນ​ຕໍ່​ການ​ຮ່ວມ​ມື​ດ້ານ​ຄວາມ​ສາ​ມາດ​ການ​ຜະ​ລິດ​ຂອງ​ປະ​ເທດ​ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ ແລະ​ໄດ້​ແນະ​ນຳ​ສະ​ພາບ​ການ​ພັດ​ທະ​ນາ​ດ້ານ​ເສດ​ຖະ​ກິດ​ແລະ​ຄວາມ​ຕ້ອງ​ການ​ໃນ​ດ້ານ​ການ​ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ຂອງ​ປະ​ເທດ​ໃຜ​ລາວ ທັງ​ໄດ້​ປະ​ກອບ​ຄຳ​ຄິດ​ເຫັນ​ແລະ​ຂໍ້​ສະ​ເໜີ​ຕໍ່​ການ​ຮ່ວມ​ມື​ໃນ​ບາດ​ກ້າວ​ຕໍ່​ໄປ.

ຄຳ​ເຫັນ

0