李建祥

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ເດັກ​ນ້ອຍ​ແລະ​ຊາວ​ໜຸ່ມເຍົາ​ວະ​ຊົນ 300 ລ້ານກວ່າ​ຄົນ​ໃນ​ໂລກ​ເສຍ​ໂອ​ກາດ​ເຂົ້າ​ຮຽນ

2018-09-20 16:21:27 cri

    ກອງ​ທຶນ​ເດັກ​ນ້ອຍ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ເປີດ​ເຜີຍ​ບົດ​ລາຍ​ງານຫຼ້າ​ສຸດ​ໃນ​ວັນ​ທີ 18 ກັນ​ຍານີ້ ສະ​ແດງ​ໃຫ້​ເຫັນ​ວ່າ, ໃນ​ທົ່ວ​ໂລກ​ມີ​ປະ​ຊາ​ກອນ​ອາ​ຍຸ​ແຕ່ 5-17 ປີ​ຈຳ​ນວນ 303 ລ້ານ​ຄົນ​ເສຍ​ໂອ​ກາດ​ເຂົ້າ​ຮຽນ, ໃນ​ນັ້ນ, ຜູ້​ທີ່​ມາ​ຈາກ​ປະ​ເທດ​ທີ່​ມີ​ການ​ປະ​ທະ​ກັນຫຼື​ມີ​ໄພ​ພິ​ບັດ​ນັ້ນ ກວມ 1 ສ່ວນ 3, ບັນ​ລຸ 104 ລ້ານ​ຄົນ.

    ບົດ​ລາຍ​ງານ​ດັ່ງ​ກ່າວ ໄດ້​ເປີດ​ເຜີຍ​ໃນ​ໄລ​ຍະ​ໄຂ​ກອງ​ປະ​ຊຸມ​ສະ​ມັດ​ຊາ​ໃຫຍ່​ສະ​ຫະ​ປະ​ຊາ​ຊາດ​ສະ​ໄໝ​ທີ 73, ​ໄດ້​ລະ​ບຸ​ສະ​ພາບ​ການ​ຂອງ​ເດັກ​ນ້ອຍ, ເຍົາ​ວະ​ຊົນ ແລະ​ຊາວ​ໜຸ່ມ​ທີ່​ເສຍ​ໂອ​ກາດ​ເຂົ້າ​ຮຽນ​ໃນ​ໂລກ ແລະ​ເນັ້ນ​ວ່າ, ຄວາມ​ທຸກ​ຍາກ ຍັງແມ່ນ​ອຸ​ປະ​ສັກ​ອັນໃຫຍ່​ຫຼວງທີ່​ສຸດ​ຕໍ່​ການ​ສຶກ​ສາ​ຂອງ​ໂລກ.

    ບົດ​ລາຍ​ງານ​ຍັງ​ຊີ້​ໃຫ້​ເຫັນ​ວ່າ, ໃນ​ບັນ​ດາ​ປະ​ເທດ​ທີ່​ມີ​ຜົນ​ກະ​ທົບ​ຈາກ​ການ​ປະ​ທະ​ກັນຫຼື້​ໄພ​ພິ​ບັດ, ປະ​ຊາກອນ​ຜູ້​ມີ​ອາ​ຍຸ​ແຕ່ 15-17 ປີ ມີ 1 ສ່ວນ 3 ບໍ່​ເຄີຍ​ໄດ້​ຮັບ​ການ​ສຶກ​ສາ​ແຕ່​ຢ່າງ​ໃດ​ເລີຍ, 2 ສ່ວນ 5 ບໍ່​ເຄີຍ​ສຳ​ເລັດ​ການ​ສຶກ​ສາ​ຊັ້ນ​ປະ​ຖົມ. ນອກນີ້, ທຶນ​ບໍ​ລິ​ຈາກ​​ດ້ານມະ​ນຸດ​ສະ​ທຳຂອງ​ໂລກມີ​​ບໍ່​ເຖິງ 4% ​ທີ່​ຖືກ​ນຳ​ໃຊ້​​ເຂົ້າໃນ​ການ​ສຶກ​ສາ.

ຄຳ​ເຫັນ

0