吴佳萱

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນ​ຊົມ​ເຊີຍ​ຜູ້ນຳ​ສອງ​ເກົາຫຼີ​​ອອກ​ຖະ​ແຫຼ​ງການ​ຮ່ວມ

2018-09-20 17:36:48 cri

ວັນ​ທີ 19 ກັນຍາ​ນີ້, ທ່ານ​ມູນ​ເຈ​ອິນ ປະທານາທິບໍ​ດີ​ສ.​ເກົາຫຼີ​ກັບ​ທ່ານ​ກິມ​ເຈິ​ງອຸນ ຜູ້ນຳ​ສູງ​ສຸດສປປ.​ເກົາຫຼີ​ໄດ້ພົບ​ປະ​ອີກ​ເທື່ອ​ໜຶ່ງ, ສອງ​ຝ່າຍ​ໄດ້ອອກ “ຖະ​ແຫຼ​ງການ​ຮ່ວມ​ພຽງ​ຢາງ​ເດືອນ​ກັນຍາ”. ມື້​ດຽວ​ກັນ, ທ່ານ​ເກິ​ງສວງ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ໄດ້​ກ່າວ​ຢູ່​ນະຄອນຫຼວງ​ປັກ​ກິ່ງ​ຈີນ​ວ່າ: ຈີນ​ຊົມ​ເຊີຍ ​ແລະ​ຫວັງ​ວ່າ​ສອງເກົາຫຼີຈະສືບ​ຕໍ່​ຈັດ​ຕັ້ງ​ປະຕິບັດຄວາມ​ເຫັນ​ເປັນ​ເອກະ​ພາບ​ກັນ​ທີ່​ກ່ຽວຂ້ອງ​ໃນຖະ​ແຫຼ​ງການ​ຮ່ວມ​ ​ແລະ​ພະຍາຍາມ​ຊຸກຍູ້​ການ​ຮ່ວມ​ມືລະຫວ່າງ​ສອງ​​ເກົາຫຼີ,

​ໃນ​ກອງ​ປະຊຸມຖະ​ແຫຼງຂ່າວທີ່​ກະຊວງ​ການ​ຕ່າງປະ​ເທດ​ຈີນຈັດ​ຂຶ້ນ​ໃນ​ວັນ​ທີ 19 ກັນຍາ​ນີ້, ທ່ານ​ເກີ​ງສວງ​ໄດ້​ໃຫ້​ສຳພາດ​ວ່າ: ຈີນ​ເປັນ​ປະ​ເທດບ້ານ​ໃກ້​ເຮືອນ​ຄຽງ​ຂອງ​ແຫຼ​ມ​ເກົາຫຼີ, ​ເວລາ​ໃດຈີນກໍ​ສະໜັບສະໜູນ​ສອງ​​ເກົາຫຼີ​ປັບປຸງ​ສາຍ​ພົວພັນ​ສອງ​ຝ່າຍ​ໃຫ້​ດີ​ຂຶ້ນ​ດ້ວຍ​ການ​ເຈລະຈາ ​ແລະ​ຊຸກຍູ້​ການ​ຮ່ວມ​ມື​ເພື່ອ​ຄວາມ​ປອງ​ດອງ. ຫວັງ​ວ່າ​ສອງ​ຝ່າຍ​ຈະສືບ​ຕໍ່​ຈັດ​ຕັ້ງ​ປະຕິບັດ​ຄວາມ​ເຫັນ​ເປັນ​ເອກະ​ພາບ​ກັນ​ທີ່​ກ່ຽວຂ້ອງ​ໃນ​​ຖ​ະ​ແຫຼ​ງການ​ຮ່ວມ, ພະຍາຍາມຢ່າງ​ບໍ່​ລົດ​ລະ​ເພື່ອຊຸກຍູ້​ການ​ຮ່ວມ​ມື ​ແລະ​ປະກອບ​ສວນ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ການ​ແກ້​ໄຂ​ບັນຫາ​ແຫຼມ​ເກົາຫຼີ​ດ້ວຍ​ວິທີ​ທາງ​ການ​ເມືອງ ​ແລະ​ບັນລຸ​ສັນຕິພາບ​ຖາວອນ​ຂອງ​ພາກ​ພື້ນ.

ຄຳ​ເຫັນ

0