黎明

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ເຂດ​ປົກຄອງ​ຕົນ​ເອງ​ເຜົ່າ​ຫຸຍ​ໜິງ​ເຊ້ຍຈີນ​ສ້າງຕັ້ງຂຶ້ນຄົບຮອບ 60 ປີ

2018-09-20 16:18:00 CRI

ຄະນະ​ຜູ້​ແທນ​ລັດຖະບານ​ທີ່​ນຳ​ໂດຍ​ທ່ານ​ວ່າງ​ຢາງ ກຳມະການ​ປະຈຳ​ກົມ​ການ​ເມືອງ​ສູນ​ກາງ​ພັກ, ປະທານ​ສະພາ​ປຶກສາ​ການ​ເມືອງ​ປະຊາຊົນ​ແຫ່ງ​ຊາດ​ຈີນ ​ໄດ້​ເດີນທາງ​ເຖິງ​ນະຄອນ​ຢິນຊ່ວນ ​ເທດສະບານ​ເຂດ​ປົກຄອງ​ຕົນ​ເອງ​ເຜົ່າ​ຫຸຍໜິງ​ເຊ້ຍ ​ເພື່ອ​ເຂົ້າຮ່ວມ​ກິດຈະກຳ​ສະ​ເຫຼີມສະຫຼອງວັນ​ຄົບຮອບ 60 ປີ​ຂອງການ​ສ້າງຕັ້ງ​ເຂດ​ດັ່ງກ່າວ.

ຫຼັງຈາກ​ເດີນທາງ​ເຖິງ​ນະຄອນ​ຢິນຊ່ວນ, ຄະນະ​ຜູ້​ແທນ​ລັດຖະບານ​ໄດ້​ມອບ​ແຜ່ນ​ປ້າຍ​ທີ່​ຂຽນ​ຄຳຈາລຶກ​ໂດຍ​ທ່ານ​ສີ​ຈິ້ນ​ຜິ​ງ ​ເລຂາທິການ​ໃຫຍ່​ຄະນະ​ກຳມະການ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ​​ໃຫ້​ແກ່​​ເຂດ​ໜິງ​ເຊ້ຍ ​ແລະ ຂອງ​ທີ່​ລະນຶກ​ຕ່າງໆ ​ເຊັ່ນ: ​ເຄື່ອງ​ເຄືອບ​ຟ້າຫຼາງ “ໜິງ​ເຊ້ຍທີ່​ສວຍ​ງາມ” ​ແລະ​ອື່ນໆ. ທ່ານນາງ ຊຸ່ນ​ເຊີນ​ລານ ກຳມະການ​ກົມ​ການ​ເມືອງ​ສູນ​ກາງ​ພັກ, ຮອງ​ນາຍົກລັດຖະມົນຕີ, ຮອງ​ຫົວໜ້າ​ຄະນະຜູ້​ແທນ​ລັດຖະບານ​ໄດ້​ກ່າວ​ປາ​ໄສ​ໃນ​ພິ​ທີ​ມອບ-ຮັບ​ ​ໂດຍ​ຊີ້​ໃຫ້​ເຫັນ​ວ່າ: ທ່ານ​ສີ​ຈິ້ນ​ຜິ​ງ ​ເລຂາທິການ​ໃຫຍ່​ສູນ​ກາງ​ພັກ ​ເປັນ​ຫ່ວງ​ເປັນ​ໃຍຕໍ່​ປະຊາຊົນ​ບັນດາ​ເຜົ່າ​ໃນ​ເຂດ​ໜິງ​ເຊ້ຍ ​ແລະ ​ໄດ້​ຂຽນ​ຄຳ​ຈາລຶກ​ດ້ວຍ​ຄວາມ​ຍິນ​ດີ​ເພື່ອ​ສະຫຼອງວັນ​ຄົບຮອບ 60 ປີ​ຂອງ​ການ​ສ້າງຕັ້ງ​ເຂດ​ໜິງ​ເຊ້ຍ ​ເຊິ່ງ​ເປັນ​ການ​ບົ່ງ​ບອກ​ເຖິງ​ອະນາຄົດ​ອັນ​ກວ້າງ​ໃຫຍ່​ໄພສານ ​ແລະ ​ເຕັມ​ໄປ​ດ້ວຍ​ຄວາມ​ຫວັງ​ຂອງ​ເຂດ​ໜິງ​ເຊ້ຍຢ່າງ​ເລິກ​ເຊິ່ງ, ຍ່ອມ​ຈະ​ເປັນ​ການ​ປຸກ​ລະດົມ​ປະຊາຊົນ​ເຂດ​ໜິງ​ເຊ້ຍສືບ​ຕໍ່​ຜົນງານ​ອັນ​ເກົ່າ​ແລະ​​ເສີມຂະຫຍາຍຜົນງານ​ໃໝ່, ກ້າ​​ເຮັດ​ກ້າຮັບຜິດຊອບ, ​ເພື່ອໃຫ້​ເສດຖະກິດ​ມີ​ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ, ສາມັກຄີ​ຊົນ​ເຜົ່າ, ສິ່ງ​ແວດ​ລ້ອມ​ສວຍ​ງາມ, ປະຊາຊົນ​ຮັ່ງມີ, ສືບ​ຕໍ່​ພັດທະນາ​ເຂດ​ໜິງ​ເຊ້ຍທີ່​ສວຍ​ສົດ​ງົດງາມ​​ເໝືອນ​ດັ່ງ​ເຂດ​ພາກ​ໃຕ້​ແມ່​ນ້ຳ​ຢາງ​ຊີ​ກຽງນັ້ນ​ໃຫ້ສະຫງ່າ​ງາມຍິ່ງ​ຂຶ້ນ, ສາມັກຄີ​ເປັນ​ຈິດ​ໜຶ່ງ​ໃຈ​ດຽວ​ກັນແລະກ້າວ​ເດີນ​ໄປ​ພ້ອມ​ກັບ​ປະຊາຊົນ​ທົ່ວ​ປະ​ເທດ ​ເ​ພື່ອສ້າງ​ສັງຄົມ​ອີ່ມ​ໜຳ​ສຳລານຮອບດ້ານ​ໃຫ້​ສຳ​ເລັດ​ຜົນ​ໃນ​ຈັງຫວະ​ດຽວ​ກັນ ​ແລະ ຮ່ວມ​ກັນ​ບັນ​ລຸຄວາມ​ໃຝ່ຝັນຂອງ​ຈີນ​​ໃນ​ການ​ຟື້ນ​ຟູ​ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ​ທີ່​ຍິ່ງ​ໃຫຍ່ຂອງ​ຊົນ​ຊາດ​ຈີນ.

ຄຳ​ເຫັນ

0