黎明

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຜູ້ນຳ​ເຄນ​ຢາ​ຊີ້​ວ່າ: ຈີນ​ຈະ​ບໍ່ລ່າປະ​ເທດ​ອາ​ຟຣິກາ​​​ເປັນ​ຫົວເມືອງ​ຂຶ້ນ

2018-09-21 16:45:35 CRI

​ໃນ​ພິທີ​ສ້າງຕັ້ງສະມາຄົມ​ການ​ຄ້າ​ເສ​ສວນ-ຈຸ່ງ​ກິ່ງຢູ່​ເຄນ​ຢາ​ທີ່​ຈັດ​ຂຶ້ນຫວ່າງ​ມໍ່ໆ​ມາ​ນີ້, ທ່ານຣາ​ເຟວ ຕູ​ຈູ ​ເລຂາທິການ​ໃຫຍ່​ພັກ​ຈູ​ບີ​ລີ ພັກ​ກຳ​ອຳນາດ​ເຄນ​ຢາ ​ໄດ້​ຕອບ​ໂຕ້​ຄຳ​ເວົ້າ​ທີ່​ວ່າ “ລັດທິ​ລ່າ​ເມືອງ​ຂຶ້ນ​ແບບ​ໃໝ່​” ຕໍ່​ອາ​ຟຣິກາ​​ໂດຍ​ຈີນ ​ໂດຍ​ກ່າວ​ວ່າ: ຈີນ​ບໍ່​ເຄີຍ​ມີ​​ແຜ່ນດິນ​ໃດ​ເລີຍ​ທີ່​ເປັນຫົວ​ເມືອງ​ຂຶ້ນຂອງ​ຕົນ ສະນັ້ນຄຳ​ວ່າ​ລ່າ​​ເຄນຢາ​ເປັນເມືອງ​ຂຶ້ນນັ້ນບໍ່​ເປັນຄວາມ​ຈິງ. ບໍ່​ພຽງ​ແຕ່​ບໍ່​​ໄດ້​ລ່າ​​ເຄນ​ຢາ​ເປັນເມືອງ​ຂຶ້ນ​ເທົ່າ​ນັ້ນ, ຈີນ​ກໍ​ບໍ່​ເຄີຍ​ໄດ້​ລ່າ​ປະ​ເທດ​ອື່ນໆ​ຢູ່​ອາ​ຟຣິກາ​​ເປັນເມືອງ​ຂຶ້ນຂອງ​ຕົນ​ຈັກ​ເທື່ອ​ເລີຍ.

ທ່ານ​ຕູ​ຈູ ກ່າວ​ຕື່ມ​ວ່າ: ​ເຖິງ​ວ່າ​ເຄນ​ຢາ ​ແລ​ະ ຈີນ​ມີ​ຄວາມ​ແຕກ​ຕ່າງ​ກັນ​ດ້ານ​ວັດທະນະທຳ​​ແລະ​ສາສະໜາກໍ​ຕາມ ​ແຕ່ປະຊາຊົນສອງ​ປະ​ເທດ​ກໍ​ເຊື່ອມ​ໂຍງ​ກັນ​ໂດຍ​ຄວາມ​ເປັນ​ມະນຸດຊາດ  ​ແລະ ນີ້​ກໍ​ແມ່ນ​ສາ​ເຫດ​ທີ່​ພວກ​ເຮົາ​ສາມາດ​ຢູ່​ຮ່ວມ​ກັນ​​ໄດ້ຢ່າງ​ສະໜິດສະໜົມ.

ຕໍ່​ໝາກຜົນ​ຕ່າງໆ​ທີ່​ຈີນ​ຍາດ​ມາ​ໄດ້, ທ່ານ​ຕູ​ຈູ ກ່າວ​ວ່າ: ຈີນ​ຍາດ​​ໄດ້​ໝາກຜົນ​ອັນ​ໃຫຍ່ຫຼວງພາຍ​ໃນ​ເວລາ​​ສັ້ນໆ ພຽງ 40 ປີ ​ເຊິ່ງ​ໃນ​ໂລກ​ນີ້​ບໍ່​ມີ​ປະ​ເທດ​ອື່ນ​ອີກ​ທີ່​ສາມາດ​ພັດທະນາກ້າວໜ້າ​ໃຫຍ່ຫຼວງປານ​ນີ້​ພາຍ​ໃນ​ເວລາ​ພຽງ 40 ປີ.

ຄຳ​ເຫັນ

0