黎明

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈິນ-ອາ​ຊຽນສ້າງຕັ້ງສະຫະພັນ​​ຮ່ວມ​ມືໂຮງໝໍ​

2018-09-21 16:48:59 CRI

​ໃນ​ກອງ​ປະຊຸມ​ເວທີ​ປຶກສາ​ຫາລືການ​ສ້າງ “​ເສັ້ນທາງ​ສາຍ​ໄໝ​ສຸຂະພາບ” ກໍ​ຄື ​ເວທີ​ປຶກສາ​ຫາລື​ການ​ຮ່ວມ​ມື​ດ້ານ​ສາທາລະນະ​ສຸກ​ຈີນ-ອາ​ຊຽນຄັ້ງທີ 2 ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 20 ກັນຍາ​ນີ້​ຢູ່​ນະຄອນ​ໜານ​ໜິງ​ເຂດ​ກວາງຊີ ສປ ຈີນ, ຝ່າຍ​ຕ່າງໆ​ທັງ​ພາຍ​ໃນ​ແລະ​ຕ່າງປະ​ເທດ​ທີ່​ຮ່ວມ​ປະຊຸມ​ໄດ້​ສ້າງຕັ້ງສະຫະພັນ​ຮ່ວມ​ມືໂຮງໝໍ​ຈີນ-ອາ​ຊຽນ ​ແລະ ​ໄດ້​ສະ​ເໜີ​ຂໍ້​ລິ​ເລີ່​ມ 5 ຂໍ້​ເພື່ອ​ເພີ່ມ​ທະວີ​ການ​ຮ່ວມ​ມື​ດ້ານ​ສາທາລະນະສຸກ-ສຸຂະ​ອະນາ​ໄມ.

ຂໍ້​ລິ​ເລີ່​ມການ​ຮ່ວມ​ມື 5 ຂໍ້​ລວມມີ: ​ເພີ່ມ​ທະວີ​ການ​ແລກປ່ຽນ​ແລະ​ຮ່ວມ​ມື​ດ້ານ​ນະ​ໂຍບາຍ​ສາທາລະນະ​ສຸກ-ສຸຂະ​ອະນາ​ໄມ​ລະຫວ່າງ​ບັນດາ​ປະ​ເທດ, ປະສານ​ງານ​ແລະ​ປຶກສາ​ຫາລື​​ນະ​ໂຍບາຍ​ໃນ​ຂົງ​ເຂດ​​ສຳຄັນລະຫວ່າ​ງບັນດາ​ຝ່າຍ​ຢ່າງ​​ໃກ້ຊິດ; ຮ່ວມ​ກັນ​ຮັບ​ມື​ກັບ​ໄພຂົ່ມຂູ່​ຈາກ​ພະຍາດ​ຕິດ​ແປ​ດທີ່​ຮ້າຍ​ແຮງ​ທີ່​ເກີດ​ຂຶ້ນໃນ​ພາກ​ພື້ນ​ຕົນ ຫຼື ອາດ​ຈະ​ແຜ່​ລະບາດ​ເຂົ້າ​ໃນ​ພາກ​​ພື້ນ​ຕົນ, ປະສານ​ງານ​ກັນ​ເພື່ອ​ປ້ອງ​ກັນ​ຄວາມ​ສ່ຽງ​ດ້ານ​ສາ​ທາ​ລະນະ​ສຸກ​ທີ່​ເກີດ​ຈາກ​ໄພພິບັດ​ທຳ​ມະ​ຊາດ; ປຸກລະດົມ​ບັນດາ​ປະ​ເທດ​​ໃຫ້​ດຳ​ເນີນ​ການ​ແລກປ່ຽນ​ບົດຮຽນແລະຮ່ວມ​ມືກັນ​​ໃນ​ການ​ປ້ອງ​ກັນ​ແລະ​ຄຸ້ມ​ຄອງ​ພະຍາດ​ຊຳ​ເຮື້ອ​ທີ່​ບໍ່​ແຜ່​ລະບາດ​ແລະ​ຂົງ​ເຂດ​ອື່ນໆ; ສະໜັບສະໜູນ​ອົງການ​ປິ່ນປົວ​ພະຍາດ​ຂອງ​ບັນດາ​ປະ​ເທດ​ໃນ​ການ​ແລກປ່ຽນ​ດ້ານ​ວິຊາ​ການ, ​ເຕັກ​ໂນ​ໂ​ລຊີ ​ແລະ ບຸກຄະລາ​ກອນ ​ໃນຫຼາຍລະດັບ, ຫຼາຍຮູບ​ແບບ ​ແລະ ຫຼາຍ​ແງ່ມູມ; ຕັ້ງໜ້າ​ດຳ​ເນີນ​ການ​ແລກປ່ຽນ​ແລະ​ຮ່ວມ​ມື​​ດ້ານແພດ​​ແຜນ​ບູຮານຢ່າງຮອບດ້ານ​.

ຄຳ​ເຫັນ

0