黎明

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ສະ​ເຫຼີມສະຫຼອງວັນ​ສ້າງຕັ້ງ​ເຂດ​ປົກຄອງ​ຕົນ​ເອງ​​ເຜົ່າ​ຫຸຍໜິງ​ເຊ້ຍຄົບຮອບ 60 ປີ

2018-09-21 16:43:35 CRI

ພິທີ​ສະ​ເຫຼີມສະຫຼອງ​ວັນສ້າງຕັ້ງເຂດ​ປົກຄອງ​ຕົນ​ເອງ​ເຜົ່າ​ຫຸຍ​ໜິງ​ເຊ້ຍ ສປ ຈີນຄົບຮອບ 60 ​ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 20 ກັນຍາ​ນີ້ ​ໂດຍ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ, ຄະນະ​ປະຈຳສະພາປະຊາຊົນ​ແຫ່ງ​ຊາດ, ລັດຖະບານ, ສະພາ​ປຶກສາ​ການ​ເມືອງ​ປະຊາຊົນ​ແຫ່ງ​ຊາດ ​ແລະ ຄະນະ​ກຳມະການ​ການ​ທະຫານ​ສູນ​ກາງຈີນ ​ໄດ້ສົ່ງ​ສານອອຍ​ພອນ ​ແລະ ທ່ານ​ວ່າງ​ຢາງ ກຳມະການ​ປະຈຳ​ກົມ​ການ​ເມືອງ​ສູນ​ກາງ​ພັກ, ປະທານ​ສະພາ​ປຶກສາ​ການ​ເມືອງ​ປະຊາຊົນ​ແຫ່ງ​ຊາດ​ໄດ້​ນຳພາ​ຄະນະ​ຜູ້​ແທນ​ລັດຖະບານ​ເຂົ້າຮ່ວມ​ພິທີ ​ແລະ ກ່າວ​ປາ​ໄສ.

图片默认标题_fororder_1123462235_15374636467581n

ທ່ານ​ວ່າງ​ຢາງ ກ່າວ​ວ່າ: ​ໃນ 5 ປີຜ່ານມາ, ພາຍ​ໃຕ້​ການ​ນຳພາ​ຢ່າງ​ເຂັ້ມ​ແຂງ​ຂອງ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ​ໂດຍ​ມີ​ທ່ານ​ສີ​ຈິ້ນ​ຜິ​ງ​ເປັນ​ແກນ​ນຳ, ການ​ປະຕິ​ຮູບ​ແລະ​ເປີດ​ປະຕູ​ສູ່​ພາຍ​ນອກ​ ​ແລະ ການ​ພັດທະນາ​ສູ່​ຄວາມ​ທັນ​ສະ​ໄໝຂອງ​ເຂດປົກຄອງ​ຕົນ​ເອງ​ເຜົ່າ​ຫຸຍໜິງ​ເຊ້ຍ​ໄດ້​ຮັບ​ໝາກຜົນອັນ​ໃໝ່​ໃນປະຫວັດສາດ​ ​ແລະ ກ້າວ​ເຂົ້າສູ່​​ໄລຍະທີ່​ພັດທະນາ​ຢ່າງ​ມີ​ຄຸນ​ນະພາ​ບສູງ​ສຸດ, ໂສມໜ້າ​ຕົວ​ເມືອງ​ແລະຊົນນະບົດມີ​ການ​ປ່ຽນ​ແປງ​ຢ່າງ​ໃຫຍ່ຫຼວງທີ່​ສຸດ ​ແລະ ປະຊາຊົນ​ບັນດາ​ເຜົ່າ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດຫຼາຍທີ່​ສຸດ. ປັດຈຸບັນ, ສັງຄົມ​ນິຍົມ​ທີ່​ມີ​ສີສັນ​ພິ​ເສດ​ຂອງ​ຈີນ​ໄດ້​ເຂົ້າສູ່​ຍຸກ​ໃໝ່, ຂະນະ​ທີ່ການ​ພັດທະນາ​ສູ່​ຄວາມທັນ​ສະ​ໄໝ​ຂອງ​ເຂດ​ໜິງ​ເຊ້ຍກໍ​​ໄດ້​ຢືນ​ຢູ່​ຈຸດ​ເລີ່​ມຕົ້ນ​ໃໝ່​ທາງ​ປະຫວັດສາດ. ​ເຂດ​ໜິງ​ເຊ້ຍ ຄວນປະຕິບັດ​ຕາມ​ຄວາມ​ປາຖະໜາ​ຂອງ​ປະຊາຊົນ, ພະຍາຍາມໃຫ້​ເສດຖະກິດ​​ບັນລຸ​ຄວາມຈ​ະ​ເລີ​ນຮຸ່ງ​ເຮືອງ, ສ້າງ​ຄວາມສາມັກຄີ​ຊົນ​ເຜົ່າ, ສິ່ງ​ແວດ​ລ້ອມ​ສວຍ​ງາມ ​ແລະ ປະຊາຊົນ​ຮັ່ງມີຜາ​ສຸກ ​ເພື່ອ​ຮັບປະກັນ​ໃຫ້​ເຂດ​ໜິງ​ເຊ້ຍສ້າງ​ສັງຄົມ​ອີ່ມ​ໜຳ​ສຳລານ​ຮອບດ້ານ​ໃຫ້​ສຳ​ເລັດ​ຕາມ​ຈັງຫວະ​ດຽວ​ກັນ​ໃນ​ຂອບ​ເຂດທົ່ວ​ປະ​ເທດ.

图片默认标题_fororder_1123462235_15374636464481n

ຕົວ​ເລກ​ຂໍ້​ມູນ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ: ​ໃນ​ປີ 2017, ລວມຍອດ​ຜະລິດ​ຕະພັນ​ພາຍ​ໃນ ຫຼື ​GDP ຂອງ​ເຂດ​ໜິງ​ເຊ້ຍ​ໄດ້​ເຕີບ​ໂຕ 1.053 ​ເທົ່າ​ເມື່ອ​ທຽບ​ໃສ່​ໄລຍະ​ຕົ້ນ​ແຫ່ງ​ການ​ສ້າງຕັ້ງ​​ເຂດໜິງ​ເຊ້ຍ​ໃຫ້​ເປັນ​ເຂດປົກຄອງ​ຕົນ​ເອງ, ລວມຍອດ​ຜະລິດ​ຕະພັນ​ສະ​ເລ່ຍຕໍ່​ຫົວ​ຄົນ​ໃນ​ເຂດ​ໜິງ​ເຊ້ຍ​ໄດ້​ລື່ນ​ກາຍ 5 ໝື່ນ​ຢວນ​ເປັນຄັ້ງທຳ​ອິດ, ​ໂຄງ​ປະກອບ​ເສດຖະກິດ​ໄດ້​ຮັບ​ການ​ປັບປຸງ​ໃຫ້​ດີ​ຂຶ້ນ​ເລື້ອຍໆ, ອັດຕາ​ການ​ຫັນ​ເປັນ​ຕົວ​ເມືອງບັນລຸ​ເຖິງ 58%, ຂະ​ແໜງ​ການ​ບໍລິການ​ໄດ້​ລື່ນ​ກາຍ​ຂະ​ແໜງ​ອຸດສາຫະກຳ ​ແລະ​ກາຍ​ເປັນ​ຂະ​ແໜງ​ການ​ໃຫຍ່​ອັນ​ດັບ​ໜຶ່ງ​ເປັນຄັ້ງທຳ​ອິດ, ​ໄດ້​ຮັບ​ຄວາມ​ຄືບ​ໜ້າທີ່​ມີ​ລັກສະນະ​ຕັດສິນຊີ້​ຂາດ​ໃນ​ບັ້ນລົບ​ລ້າງ​ຄວາມທຸກ​ຍາກ​, ປະຊາກອນ​ຜູ້​ທຸກ​ຍາກ​ໄດ້ຫຼຸດລົງ​ເຖິງ 720.000 ຄົນ​ໃນ 5 ປີຜ່ານມາ ​ໃນ​ນີ້, ມີ 3/4 ​ໄດ້ຫຼຸດພົ້ນຈາກຄວາມທຸກ​ຍາກ​ຢ່າງ​ສິ້ນ​ເຊີງ.

图片默认标题_fororder_1123462235_15374636465101n

图片默认标题_fororder_1123462235_15374636468211n

图片默认标题_fororder_1123462235_15374636471331n

图片默认标题_fororder_1123462235_15374636470161n

ຄຳ​ເຫັນ

0