徐毅然

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ງານ​ວາງ​ສະ​ແດງ​ຮູບ​ເງົາ​ອິນ​ໂດ​ເນ​ເຊຍ 2018 ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຫຼວງ​ປັກ​ກິ່ງ

2018-09-23 16:10:45 cri

ຕາມ​ຂ່າວCRI:ວັນ​ທີ 21 ຫາ​ວັນ​ທີ 22 ກັນ​ຍາ​ນີ້, ງານ​ວາງ​ສະ​ແດງ​ຮູບ​ເງົາ​ອິນ​ໂດ​ເນ​ເຊຍ​ປີ 2018 ໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຫຼວງ​ປັກ​ກິ່ງ​ຂອງ​ຈີນ. ໂດຍ​ໄດ້​ສາຍຮູບ​ເງົາ​​ດີ​ເດັ່ນປະ​ເພດ​ຕ່າງ​ກັນ​ຂອງ​ອິນ​ໂດ​ເນ​ເຊຍ​ 4 ເລື່ອງ.

 

ທ່ານ​ໂຈຮາ​ຣີ ໂອ​ຣັດ​ມານ​ກູນ, ເອກ​ອັກ​ຄະ​ລັດ​ຖະ​ທູດ​ອິນ​ໂດ​ເນ​ເຊຍ​ປະ​ຈຳ​ຈີນ​ກ່າວ​ໃນ​ເວ​ລາ​ໃຫ້​ສຳ​ພາດ​ຕໍ່​ນັກ​ຂ່າວ​ວ່າ, ຮູບ​ເງົາ​​ສາ​ມາດ​ສ່ອງ​ແສງ​ໃຫ້​ເຫັນ​ຊີ​ວິດ​​ຂອງ​ຄົນ​ຢ່າງ​ແທ້​ຈິງ, ຮູບ​ເງົາ​ອິນ​ໂດ​ເນ​ເຊຍ 4 ເລື່ອງທີ່​ໄດ້​​ນຳ​ມາວາງ​ສະ​ແດງ​ຄັ້ງ​ນີ້​ສາ​ມາດ​ເຮັດ​ໃຫ້​ຜູ້​​ຊົມ​ຈີນ​ໄດ້​ຮັບ​ຮູ້​ນຳ​ສັງ​ຄົມ​ອິນ​ໂດ​ເນ​ເຊຍ​ຢ່າງ​ເລິກ​ເຊິ່ງກວ່າ​ເກົ່າ. ທ່ານ​ກ່າວ​ວ່າ, ງານ​ວາງ​ສ​ະ​ແດງ​ຮູບ​ເງົາ​ບໍ່​ພຽງ​ແຕ່​ຈະ​ຊຸກ​ຍູ້​ການ​ແລ​ກ​ປ່ຽນ​ໃນ​ຂົງ​ເຂດ​ວັດ​ທະ​ນະ​ທຳ​ລະ​ຫວ່າງ​ອິນ​ໂດ​ເນ​ເຊຍ​ກັບ​ຈີນ, ເພີ່ມ​ຄວາມ​ເຂົ້າ​ໃຈ​ກັນ​ລະ​ຫວ່າງ​ປະ​ຊາ​ຊົນ​ສອງ​ຊາດ​ເທົ່າ​ນັ້ນ, ຍັງຈະ​ຊຸກ​ຍູ້​ໃຫ້​ການ​ຮ່ວມ​ມື​ດ້ານ​ຮູບ​ເງົາ​ລະ​ຫວ່າງ​ສອງ​ປະ​ເທດ​ໄດ້​ຮັບ​ການ​ພັດ​ທະ​ນາ​ຢ່າງ​ເລິກ​ເຊິ່ງ​ຕື່ມ​ອີກ​ໃນ​ຂອບ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ”.

 

ທ່ານ​ຊຸນ ຊ້ຽງ ຮຸຍ, ​ຫົວ​ໜ້າ​ສູນ​ເກັບ​ຂໍ້​ມູນຮູບ​ເງົາ​ຈີນ​ເປີດ​ເຜີຍ​ວ່າ, ໃນ​ທ້າຍ​ປີ​ນີ້ຈີນ​ກໍ​ຈະ​ຈັດ​ງານ​ວາງ​ສະ​ແດງ​ຮູບ​ເງົາ​ຈີນ​ຢູ່​ອິນ​ໂດ​ເນ​ເຊຍ​ເຊັ່ນ​ກັນ, ເຊື່ອ​ວ່າ​ຮູບ​ເງົາ​ເຫຼົ່າ​ນີ້​ຈະ​ເຮັດ​ໃຫ້​ເບິ່ງ​ຊົມ​ຈີນ​ກັບ​ອິນ​ໂດ​ເນ​ເຊຍ​ມີ​ຄວາເຂົ້າ​ໃຈ​ກັນ​ຫຼາຍກວ່າ​ເກົ່າ. ການ​ຮ່ວມ​ມື​ແລະ​ການ​ຖອດ​ຖອນ​ບົດ​ຮຽນ​ນຳໃນ​ຂົງ​ເຂດ​ວັດ​ທະ​ນະ​ທຳ​ຮູບ​ເງົາ​ລະ​ຫວ່າງ​ຈີນ​ກັບ​ອິນ​ໂດ​ເນ​ເຊຍ​ຈະ​ມີ​ຫຼາຍ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ.

ຄຳ​ເຫັນ

0