覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນປະ​ທ້ວງ​ຢ່າງ​ເຄັ່ງ​ຂຶມ​ຕໍ່​ອາ​ເມ​ລິ​ກາ​ທີ່​ຂວ້ຳ​ບາດ​ອົງ​ການ​ການທະ​ຫານ​ຈີນພ້ອມ​ຜູ້​ຮັບ​ຜິ​ດ​ຊອບ​​ທີ່​ກ່ຽວ​ຂ້ອງ

2018-09-23 17:37:52 cri

ວັນ​ທີ 21 ກັນ​ຍາ​ນີ້, ທ່ານ​ເຈີ້ງ​ເຈີກວ່າງ, ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ໄດ້​ຮຽກ​​ທ່ານ​ເທ​ຣີ ບ​ຣັນ​ສ​ແທັດ ເອກ​ອັກ​ຄະ​ລັດ​ຖະ​ທູດ​ອາ​ເມ​ລິ​ກາ​ປະ​ຈຳ​ຈີນເຂົ້າ​ພົບ ເພື່ອຕໍ່​ວ່າແລະ​ປະ​ທ້ວງຢ່າງ​ເຄັ່ງ​ຂຶມ​ຕໍ່​​ກໍ​ລະ​ນີ​ທີ່ອາ​ເມ​ລິ​ກາ​ທີ່​ໄດ້​ຍົກ​ເອົາ​ກົດ​ໝາຍ​ພາຍ​ໃນ​ອາ​ເມ​ລິ​ກາ​ ເພື່ອ​ປະ​ຕິ​ບັດ​​ມາດ​ຕະການຂວ້ຳບາດຕໍ່​ພະ​ແນກພັດ​ທະ​ນາ​ອາ​ວຸດ​ຍຸດ​ໂທ​ປະ​ກອນ​ຄະ​ນະ​ກຳ​ມະ​ການ​​ການທະ​ຫານ​ສູນ​ກາງ​ຈີນ​ພ້ອມ​ຜູ້​ຮັບ​ຜິດ​ຊອບ​ທີ່​ກ່ຽວ​ຂ້ອງ.
 

ທ່ານ​ເຈີ້ງ​ເຈີກວ່າງ​ຊີ້​ອອກວ່າ, ອາ​ເມ​ລິ​ກາ​ຖື​ຈີນ​ດຳ​ເນີນ​ການ​ຮ່ວມ​ມື​ດ້ານ​ການ​ທະ​ຫານ​ກັບ​ຣັດ​ເຊຍເປັນ​ຂໍ​ອ້າງ, ຂວ້ຳບາດອົງ​ການ​ການ​ທະ​ຫານ​ພ້ອມ​ຜູ້​ຮັບ​ຜິດ​ຊອບ​ທີ່​ກ່ຽວ​ຂ້ອງ​ຂອງ​ຈີນ, ເຊິ່ງ​ໄດ້​ຝ່າ​ຝືນ​ຫຼັກ​ການ​ພື້ນ​ຖານ​ຂອງ​ກົດ​ໝາຍ​ສາ​ກົນ, ​ເປັນການ​ກະ​ທຳ​ລັດ​ທິເຈົ້າອຳນາດທີ່​ຢ່າງ​ຮ້າຍ​ແຮງ​ແລະເປີດ​​ແປນ. ການ​ຮ່ວມ​ມື​ດ້ານ​ການ​ທະ​ຫານ​ລະ​ຫວ່າງ​ຈີນ​ກັບ​ຣັດ​ເຊຍ​ແມ່ນ​ການ​ຮ່ວ​ມ​ມື​ປົກ​ກະ​ຕິ​ລະ​ຫວ່າງ​ສອງ​ປະ​ເທດ​ທີ່​ມີ​ອະ​ທິ​ປະ​ໄຕ, ອາ​ເມ​ລິ​ກາ​ບໍ່​ມີ​ສິດ​ແຊກ​ແຊງ. ການ​ກະ​ທຳ​ຂອງ​ອາ​ເມ​ລິ​ກາ​ໄດ້​ທຳ​ລາຍ​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ລັດ​ແລະ​ສອງກອງ​ທັບ​ຈີນ​-ອາ​ເມ​ລິ​ກາ​ຢ່າງ​ໜັກ​ໜ່ວງ, ໄດ້ກະ​ທົບ​ເຖິງ​ການ​ຮ່ວມ​ມື​ໃນ​ວຽກ​ງານ​ສາ​ກົນ​ແລະ​ພາກ​ພື້ນ​ລະ​ຫວ່າງ​ສອງ​ປະ​ເທດ​ຢ່າງ​ໜັກ​ໜ່ວງ. ຈີນ​ຈະ​ໃຊ້​ມາດ​ຕະ​ການ​ທີ່​ຈຳ​ເປັນ​ທຸກ​ຢ່າງ​ເພື່ອ​ປ້ອງ​ກັນ​ຜົນ​ປະ​ໂຫຍດ​ຂອງ​ປະ​ເທດ​ຕົນ​ຢ່າງ​ເດັດ​ດ່ຽວ. ຈີນ​ຮຽກ​ຮ້ອງ​ຢ່າງ​ແຮງ​ກ້າ​ໃຫ້​ອາ​ເມ​ລິ​ກາ​ແກ້​ໄຂ​ຄວາມ​ຜິດ​ພາດ​ໃນ​ທັນ​ທີ, ຍົກ​ເລີກ​ການ​ຂວ້ຳ​ບາດ, ຖ້າ​ບໍ່​ດັ່ງ​ນັ້ນ, ອາ​ເມ​ລິ​ກາ​ຕ້ອງ​​ຮັບ​ຜິດ​ຊອບ​ຕໍ່​ຜົນ​ຮ້າຍທັງ​ໝົດ​ທີ່​ຈະ​ເກີດ​ຂຶ້ນ​ໃນ​ພາຍ​​ຫຼັງ.

ຄຳ​ເຫັນ

0