蔡宝峰

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ແຫ່ງ​ຕ່າງໆ​ຂອງ​ຈີນ​ສະ​ຫຼອງວັນ​ເກັບ​ກ່ຽວ​ຢ່າງ​ອຸ​ດົມ​ສົມ​ບູນ​ຂອງ​ຊາວ​ກະ​ສິ​ກອນ​ຄັ້ງ​ທຳ​ອິດ ທົ່ວ​ສັງ​ຄົມ​ໃຫ້​ຄວາມ​ສົນ​ໃຈ​ແກ່​ການ​ສ້າງ​ຊົນ​ນະ​ບົດ​ໃຫ້​ຈະ​ເລີນ

2018-09-24 10:56:01 CRI

     ວັນ​ທີ 23 ກັນ​ຍານີ້, ແມ່ນວັນ​ຊິ່ວ​ເຟິ່ນໃນ 24 ຈຸດ​ແບ່ງ​ລະ​ດູ​ການ​ທາງ​ຈັນ​ທະ​ຄະ​ຕິ​ຈີນ, ນັບແຕ່ມື້ນີ້​ເປັນ​ຕົ້ນ​ໄປ, ກໍ​ເລີ່ມ​ເຂົ້າ​ສູ່​ລະ​ດູ​ໃບ​ໄມ້​ຫຼົ່ນຢ່າງ​ເປັນ​ທາງ​ການ, ໃນ​ວັນ​ຊິ່ວ​ເຟິ່ນ​ປີນີ້, ຈີນ​ຍັງ​ໄດ້​ຕ້ອນ​ຮັບ​ວັນ​ເກັບ​ກ່ຽວ​ຢ່າງ​ອຸ​ດົມ​ສົມ​ບູນ​ຂອງ​ຊາວ​ກະ​ສິ​ກອນຄັ້ງ​ທຳ​ອິດ, ນີ້​ແມ່ນ​ຈີນ​ຕັ້ງ​ວັນ​ບຸນທົ່ວ​ປະ​ເທດ​ໃຫ້​ຊາວ​ກະ​ສິ​ກອນ​ໂດຍ​ສະ​ເພາະເປັນ​ຄັ້ງ​ທຳ​ອິດ. ຢູ່​ແຫ່ງ​ຕ່າງໆ​ຂອງ​ຈີນ​ໄດ້​ຈັດ​ກິດ​ຈະ​ກຳ​ຕ່າງໆ​ທີ່​ມີ​ສີ​ສັນ​ພິ​ເສດ​ກ່ຽວ​ກັບ​ວັດ​ທະ​ນະ​ທຳ​ການ​ປູກ​ຝັງ​ແລະ​ການ​ເກັບ​ກ່ຽວ​ຢ່າງ​ອຸ​ດົມ​ສົມ​ບູນ, ເພື່ອ​ໃຫ້ຊາວ​ກະ​ສິ​ກອນມ່ວນ​ຊື່ນ​ນຳ​ກັນ. ວັນ​ເກັບ​ກ່ຽວ​ຢ່າງ​ອຸ​ດົມ​ສົມ​ບູນ​ຂອງ​ຊາວ​ກະ​ສິ​ກອນ​ຄັ້ງ​ທຳ​ອິດນີ້​ຍັງ​ຖືກ​ຄົນ​ທັງ​ຫຼາຍ​ເອີ້ນ​ວ່າ ກາ​ນິ​ໂວ(carnival)ກະ​ສິ​ກຳ, ງານ​ມ່ວນ​ຊື່ນ​ຂອງ​ຊາວ​ກະ​ສິ​ກອນ ແລະ​ງານ​ວາງ​ສະ​ແດງ​ໝາກ​ຜົນ​ການ​ເກັບ​ກ່ຽວ. ກິດ​ຈະ​ກຳ​ສະ​ຫຼອງນອກ​ຈາກ​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຫຼວງ​ປັກ​ກິ່ງ​ແລ້ວ, ຍັງ​ມີ​ສະ​ຖານ​ທີ່​ຈັດ​ງານ​ອີກ 6 ແຫ່ງ​ທີ່​ສາ​ມາດ​ເປັນ​ຕົວ​ແທນ​ຂອງ​ອະ​ລິ​ຍະ​ທຳ​ກະ​ສິ​ກຳ​ຈີນ.

     ວົງ​ການ​ຕ່າງໆ​ໃນ​ສັງ​ຄົມ​ຈີນບໍ່​ພຽງ​ແຕ່​ໃຫ້​ຄວາມ​ສົນ​ໃຈ​ແກ່​ຜະ​ລິດ​ຕະ​ພັນ​ກະ​ສິ​ກຳ​ທີ່​ມີ​ສີ​ສັນ​ພິ​ເສດ​ຂອງ​ແຫ່ງ​ຕ່າງໆ​ ແລະ​ສັນ​ລະ​ເສີນ​ໂສມ​ໜ້າ​ໃໝ່​ຂອງ​ຊາວ​ກະ​ສິ​ກອນ​ໃໝ່​ໃນ​ຍຸກ​ໃໝ່​ເທົ່າ​ນັ້ນ, ສຳ​ຄັນ​ກວ່າ​ນັ້ນແມ່ນ ຍັງ​ໄດ້​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ເລັ່ງ​ລັດ​ການ​ພັດ​ທະ​ນາ​ດ້ານ​ກະ​ສິ​ກຳ​ແລະ​ຊົນ​ນະ​ບົດ. ການ​ເກັບ​ກ່ຽວ​ຢ່າງ​ອຸ​ດົມ​ສົມ​ບູນ​ຈະ​ສ້າງ​ຄວາມ​ຮັ່ງ​ມີ​ໃຫ້​ແກ່​ຊາວ​ກະ​ສິ​ກອນ​ຫຼາຍ​ຮ້ອຍລ້ານ​ຄົນ. ການ​ຮັບ​ປະ​ກັນ​ໃຫ້​ປະ​ຊາ​ຊົນ​ຜູ້​ທຸກ​ຍາກ​ຢູ່​ຊົນ​ນະ​ບົດ​ຈີນ​ຫຼຸດ​ພົ້ນ​ອອກ​ຈາກ​ຄວາມ​ທຸກ​ຍາກ​ ແລະ​ໃຫ້​ເມືອງ​ທຸກ​ຍາກ​ແຫ່ງ​ຕ່າງໆ​ຫຼຸດ​ພົ້ນ​ອອກ​ຈາກ​ຄວາມ​ທຸກ​ຍາກ​ທັງ​ໝົດ, ກໍ​ແມ່ນ​ເປົ້າ​ໝາຍ​ພື້ນ​ຖານ​ຂອ​ງ​ຈີນ​ໃນ​ການ​ສ້າງ​ສັງ​ຄົມ​ທີ່​ອີ່ມ​ໜຳ​ສຳ​ລານ​ຢ່າງ​ຮອບ​ດ້ານ.

ຄຳ​ເຫັນ

0