蔡宝峰

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ໜັງ​ສື​ປົກ​ຂາວ​ແຈ້ງ 8 ​ຫຼັກ​ໝັ້ນຂອງ​ຝ່າຍ​ຈີນ ​ກ່ຽວ​ກັບ​ຄວາມ​ຂັດ​ແຍ້ງ​ດ້ານ​ເສດ​ຖະ​ກິດ​ການ​ຄ້າ​ລະ​ຫວ່າງ​ຈີນ​ກັບ​ອາ​ເມ​ລິ​ກາ

2018-09-24 17:24:06 cri

ວັນ​ທີ 24 ກັນ​ຍາ​ນີ້, ຫ້ອງ​ການ​ຖະ​ແຫຼງ​ຂ່າວ​ຂອງ​ລັດ​ຖະ​ບານ​ຈີນ​ປະ​ກາດ​ໜັງ​ສື​ປົກ​ຂາວ​ທີ່​ມີ​ຫົວ​ເລື່ອງວ່າ​ “​ເລື່ອງ​ຈິງກ່ຽວ​ກັບຄວາມ​ຂັດ​ແຍ້ງ​ດ້ານ​ເສດ​ຖະ​ກິດ​ການ​ຄ້າ​ລະ​ຫວ່າງ​ຈີນ​ກັບ​ອາ​ເມ​ລິ​ກາແລະ​ຫຼັກ​ໝັ້ນ​ຂອງ​ຈີນ”.

ໜັງ​ສື​ປົກ​ຂາວ​ໄດ້​​ແຈ້ງ 8 ຫຼັກ​ໝັ້ນ​ຂອງ​ຈີນ​​ ​ກ່ຽວ​ກັບ​ຄວາມ​ຂັດ​ແຍ້ງ​ດ້ານ​ເສດ​ຖະ​ກິດ​ການ​ຄ້າ​ລະ​ຫວ່າງ​ຈີນ​ກັບ​ອາ​ເມ​ລິ​ກາ, ຄື: ຈີນ​ເດັດ​ດ່ຽວ​ຮັກ​ສາ​ກຽດ​ສັກ​ສີ​​ແລະ​ຜົນ​ປະ​ໂຫຍດ​ໃຈ​​ກາງຂອງ​ປະ​ເທດ​ຕົນ, ຈີນ​ເດັດ​ດ່ຽວ​ຊຸກ​ຍູ້​ການ​ພົວ​ພັນ​ດ້ານ​ເສດ​ຖະ​ກິດ​ການ​ຄ້າ​ລະ​ຫວ່າງ​ຈີນ​ກັບ​ອາ​ເມ​ລິ​ກາ​ໃຫ້​ຂະ​ຫຍາຍ​ຕົວ​ຢ່າງ​ປອດ​​ໄສ, ຈີນ​ເດັດ​ດ່ຽວ​ຮັກ​ສາ​ແລະ​ຊຸກ​ຍູ້​ການ​ປະ​ຕິ​ຮູບ​ແລະ​ປັບ​ປຸງ​ກົນ​ໄກ​ການ​ຄ້າ​ຫຼາຍ​ຝ່າຍ​ໃຫ້​ສົມ​ບູນຂຶ້ນ, ຈີນ​ເດັດ​ດ່ຽວ​ປົກ​ປ້ອງ​ລິ​ຂະ​ສິດ​ແລະ​ສິດ​ຊັບ​ສິນ​ທາງ​ປັນ​ຍາ, ຈີນ​ເດັດ​ດ່ຽວ​ຮັກ​ສາ​ສິດ​ແລະ​ຜົນ​ປະ​ໂຫຍດ​ທີ່​ຊອບ​ດ້ວຍ​ກົດ​ໝາຍ​​ຢູ່​ຈີນຂອງ​ນັກ​ທຸ​ລະ​ກິດ​ຕ່າງ​ປະ​ເທດ, ຈີນ​ເດັດ​ດ່ຽວ​ລົງ​ເລິກ​ການ​ປະ​ຕິ​ຮູບ​ແລະ​ເປີດ​ປະ​ຕູ​ສູ່​ພາຍນອກ​ໃຫ້​ກວ້າງ​ອອກ, ຈີນ​ເດັດ​ດ່ຽວ​ຊຸກ​ຍູ້​ການ​ຮ່ວມ​ມື​​ທີ່ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ​ລະ​ຫວ່າງ​ຈີນ​ກັບ​ປະ​ເທດ​ພັດ​ທະ​ນາ​ແລະ​ປະ​ເທດ​ທີ່​ພວມ​ພັດ​ທະ​ນາ, ຈີນ​ເດັດ​ດ່ຽວ​ຊຸກ​ຍູ້​ການສ້າງ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ຂອງມວນ​ມະ​ນຸດ.

ຄຳ​ເຫັນ

0