覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ນາງ​ດັງ​ທີ​ງອກ​ທີງດຳ​ລົງ​ຕຳ​ແໜ່ງ​ຮັກ​ສາ​ການ​ປະ​ທານ​ປະ​ເທດ​ແຫ່ງ ສ​ສ ຫວຽດ​ນາມ

2018-09-25 14:38:33 cri

ຄະ​ນະ​ກຳ​ມະ​ການ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ​ໄດ້​ອອກ​ແຈ້ງ​ການ​ໃນ​ວັນ​ທີ 23 ກັນ​ຍາ​ນີ້ໂດຍ​ປະ​ກາດ​ໃຫ້​ທ່ານ​ນາງ ດັງ​ທີ​ງອກ​ທີງ ຮອງ​ປະ​ທານ​ປະ​ເທດ ດຳ​ລົງ​ຕຳ​ແໜ່ງ​ຮັກ​ສາ​ການ​ປະ​ທານ​ປະ​ເທດ​ຈົນ​ກວ່າ​ສະ​ພາ​ແຫ່ງ​ຊາດ​ເລືອກ​ຕັ້ງ​ປະ​ທານ​ປະ​ເທດ​ຜູ້​ໃໝ່.
 

ທ່ານ​ນາງ​ດັງ​ທີ​ງອກ​ທີງ ເກີດ​ເມື່ອເດືອນ​ທັນ​ວາ ​ປີ 1959 ທີ່​ແຂວງກວາງ​ນາມ ພາກ​ກາງ​ປະ​ເທດ​ຫວຽດ​ນາມ, ​ຜ່ານ​ມາເຄີຍ​ດຳ​ລົງ​ຕຳ​ແໜ່ງ​ເປັນ​ຮອງ​ປະ​ທານ​ຄະ​ນະ​ປະ​ຈຳ​ສະ​ຫະ​ພັນ​ແມ່​ຍິງ​ຫວຽດ​ນາມ, ເລ​ຂາ​ພັກ​ແຂວງ ວິງ​ລອງ , ຮອງ​ຫົວ​ໜ້າ​ຫ້ອງວ່າ​ການ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ​ແລະ​ອື່ນໆ. ປີ 2006, ນາງ​ໄດ້​ຮັບ​ເລືອກ​ຕັ້ງ​ເປັນ​ກຳ​ມະ​ການ​ສຳ​ຮອງ​ຂອງ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ​ສະ​ໄໝ​ທີ 10, ກຳ​ມະ​ການ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ​ສະ​ໄໝ​ທີ 11 ແລະ​ສ​ະ​ໄໝ​ທີ 12, ເປັນ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ສະ​ໄໝ​ທີ 11, ສະ​ໄໝ​ທີ 13 ແລ​ະ​ ສະ​ໄໝ​ທີ 14. ​ແລະ ​ໄດ້​ຮັບ​ເລືອກ​ຕັ້ງ​ເປັນ​ຮອງ​ປະ​ທານ​ປະ​ເທດ​ໃນ​ປີ2016.
 

 ທ່ານ​ເຈີນ​ດ໋າຍກວາງ ປະ​ທານ​ປະ​ເທດ​ແຫ່ງ​ຫວຽດ​ນາມ​ໄດ້​ເຖິງ​ແກ່​ມໍ​ລະ​ນະກຳ​ ​ໃນ​ຕອນ​ເຊົ້າ​ວັນ​ທີ 21 ກັນ​ຍາ​ນີ້​ຢູ່​ນະ​ຄອນຫຼວງ​ຮ່າ​ໂນ້ຍ, ລວມອາ​ຍຸ​​ໄດ້ 61 ປີ.

ຄຳ​ເຫັນ

0