蒙龙

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈັດງານ​ວາງ​ສະ​ແດງ​ສິນ​ຄ້າ​ນຳ​ເຂົ້າ​ສາ​ກົນ​ຈີນ​ຄັ້ງ​ທຳ​ອິດ​ໃຫ້​​ເປັນ​ງານ​ວາງ​ສະ​ແດງ​ສາ​ກົນ​ລະ​ດັບ​ນຳ​ໜ້າ​ຂອງ​ໂລກ

2018-10-09 16:03:49 CRI

ຕາມ​ຂ່າວ​ສານ​ຊິນ​ຮ​ວາ: ເຈົ້າ​ໜ້າ​ທີ່​ກະ​ຊວງ​ການ​ຄ້າ​ຈີນ​ເປີດ​ເຜີຍ​ໃຫ້​ຮູ້​ໃນ​ວັນ​ທີ 8 ຕຸ​ລາ​ນີ້​ວ່າ, ກອງ​ປະ​ຊຸມ​ຄັ້ງ​ທີ 1 ຂອງ​ຄະ​ນະ​ກຳ​ມະ​ການ​ບໍ​ລິ​ຫານ​ງານ​ງານ​ວາງ​ສະ​ແດງ​ສິນ​ຄ້າ​ນຳ​ເຂົ້າ​ສາ​ກົນ​ຄັ້ງ​ທຳ​ອິດ​ໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຊຽງ​ໄຮ້​ໃນ​ມື້​ດຽວ​ກັນ, ກອງ​ປະ​ຊຸມ​ໄດ້​ເຜີຍ​ແຜ່​ເອ​ກະ​ສານ​ສ້າງ​ຕັ້ງ​ຄະ​ນະ​ກຳ​ມະ​ການ​ບໍ​ລິ​ຫານ​ງານ​ດັ່ງ​ກ່າວ, ໄດ້​ແຈ້ງ​ສະ​ພາບ​ຄວາມ​ຄືບ​ໜ້າ​ຂອງ​ການ​ກະ​ກຽມວຽກ​ງານ​ໃນ​ໜ່ວຍ​ງານ​ຕ່າງໆ ແລະ ໄດ້​ຄົ້ນ​ຄວ້າ​ຈັດ​ວາງວຽກ​ງານ​ໃນ​ຂັ້ນ​ຕໍ່​ໄປ ໂດຍ​ເນັ້ນ​ໃຫ້​ເພີ່ມ​ວຽກ​ງານ​ໃນ 6 ດ້ານ ເພື່ອ​​ຈັດ​ງານ​ວາງ​ສະ​ແດງ​ນຳ​ເຂົ້າ​ສາ​ກົນ​ຈີນ​ໃຫ້​ເປັນ​ງາ​ນ​ວາງ​ສະ​ແດງ​ສາ​ກົນ​ລະ​ດັບ​ນຳ​ໜ້າ​ຂອງ​ໂລກ.

ກອງ​ປະ​ຊຸມ​ຮຽກ​ຮ້ອງ​ໃຫ້​ສຸມ​ໃສ່​ເຮັດ​ວຽກ​ງານ​ໃນ 6 ດ້ານ​ດັ່ງ​ຕໍ່​ໄປ​ນີ້ ຄື: 1, ພະ​ຍາ​ຍາມ​ດຳ​ເນີນ​ກິດ​ຈະ​ກຳ​ທາງ​ການ​ທູດ​ຢູ່​ນະ​ຄອນ​ຊຽງ​ໄຮ້​ໃຫ້​ດີ ເພື່ອ​ຮັບ​ປະ​ກັນ​ໃຫ້​ງານ​ວາງ​ສະ​ແດ​ງ​ຄັ້ງ​ນີ້​ໄດ້​ຮັບ​ຜົນ​ສຳ​ເລັດ​ເຕັມ​ເມັດ​ເຕັມ​ໜ່ວຍ; ສອງ, ພະ​ຍາ​ຍາມ​ສຸດ​ຂີດ​ໃນ​ດ້ານ​ວຽກ​ງານ​ປ້ອງ​ກັນ​ຄວາມ​ປອດ​ໄພ​ບໍ່​ໃຫ້​ເກີດ​ຄວາມ​ຜິດ​ພາດ​ແຕ່​ຢ່າງ​ໃດ; 3, ເພີ່ມທະ​ວີ​ດ້ານ​ວຽກ​ງານ​ໂຄ​ສະ​ນາ​ເຜີຍ​ແຜ່ ເພື່ອ​ສ້າງ​ບັນ​ຍາ​ກາດ​​ຫາງ​ສຽງ​ທີ່​ດີ; 4, ພະ​ຍາ​ຍາມ​ຍົກ​ລະ​ດັບ​ການ​ວາງ​ສະ​ແດງ​ແລະ​ການ​ຄ້າ​ໃຫ້​ສູງ​ຂຶ້ນ ເພື່ອ​ຮັບ​ປະ​ກັນ​ໃຫ້​ງານ​ວາງ​ສະ​ແດງ​ໄດ້​ຮັບ​ປະ​ສິດ​ທິ​ຜົນ​ທີ່​ດີ; 5, ພະ​ຍາ​ຍາມ​ຈັດ​ກອງ​ປະ​ຊຸມ​ເວ​ທີ​ປຶກ​ສາ​ຫາ​ລື​ເສດ​ຖະ​ກິດ​ການ​ຄ້າ​ສາ​ກົນ​ຫົງ​ສຽວ​ໃຫ້​ດີ ເພື່ອ​ສ້າງ​ເປັນ​ເວ​ທີ​ປຶກ​ສ​າ​ຫາ​ລື​ລະ​ດັບ​ສູງ; 6, ພະ​ຍາ​ຍາມ​ຮັບ​ປະ​ກັນ​ຄວາມ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ​ໃນ​ສັງ​ຄົມ​ໃຫ້​ດີ ເພື່ອ​ໃຫ້​ບໍ​ລິ​ການ​ແລະ​ສ້າງ​ສະ​ພາບ​ແວດ​ລ້ອມ​ສັງ​ຄົມ​ທີ່​ດີ.

ຄຳ​ເຫັນ

0