蒙龙

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

IMF ກ່າວ​ເນັ້ນ​ວ່າ​ຄວນ​ເບິ່ງການ​ຮ່ວມ​ມື​ຈີນ-ອາ​ຟ​ຣິ​ກາ​ຈາກ​ແງ່​ມູມ​ສູງກວ່າ​ເກົ່າ

2018-10-10 14:49:24 CRI

ຕາມ​ຂ່າວ CRI: ຫວ່າງ​ມໍ່ໆ​ມາ​ນີ້, ທ່ານ​ອາ​ເບ​ເບ ເຊ​ລາ​ຊີ ຫົວ​ໜ້າສຳ​ນັກ​ງານ​ອາ​ຟ​ຣິ​ກາ​ຂອງ​ອົງ​ການກອງ​ທຶນ​ເງິ​ນ​ຕາ​ສາ​ກົນ ຫຼື IMF ​ໃຫ້​ສຳ​ພາດ​ຕໍ່​ນັກ​ຂ່າວ CRI ໂດຍ​ກ່າວ​ເນັ້ນ​ວ່າ, ຄວນ​​ເບິ່ງ​ການ​ຮ່ວມ​ມື​ຈີນ-ອາ​ຟ​ຣິ​ກາ​ຈາກແງ່​ມູມ​ສູງກວ່າ​ເກົ່າ ແລະ ​ມີ​ວິ​ໄສ​ທັດ​ກວ້າງ​ໄກ​ກວ່າ​ເກົ່າ.

ໃນ​ໄລ​ຍະ​ມໍ່ໆ​ມາ​ນີ້, ມີ​ສື່ມວນ​ຊົນ​ຕາ​ເວັນ​ຕົກ​ຈຳ​ນວນ​ໜຶ່ງ​ກ່າວ​​ວິ​ພາກວິ​ຈານ​ຈີນ​ສ້າງ​ໂຄງ​ການ​ພື້ນ​ຖານ​ໂຄງ​ລ່າງ​ຂະ​ໜາດ​ໃຫຍ່​ຢູ່​ອາ​ຟ​ຣິ​ກາ​ແມ່ນ “ກັບ​ດັກ​ໜີ້​ສິນ​ຂອງ​ຈີນ”. ທ່ານ​ອາ​ເບ​ເບ​ກ່າວ​ວ່າ, ປັດ​ຈຸ​ບັນ, ມີ 6 ຫາ 7 ປະ​ເທດ​ອາ​ຟ​ຣິ​ກາ​ຈະ​ເກີດ​ວິ​ກິດ​ການ​ໜີ້​ສິນ ຫຼື ມີ​ຄວາມ​ສ່ຽງ​ສູງທີ່ຈະ​ເກີດ​ວິ​ກິດ​ການ​ໜີ້​ສິນ, ເຈົ້າ​ໜີ້​ປ່ອຍ​ເງິນ​ກູ້​​ສາ​ກົນຂອງ​ປະ​ເທດ​ເຫຼົ່າ​ນີ້​ບໍ່​ແມ່ນ​ຈີນ​ປະ​ເທດ​ດຽວ​ເທົ່າ​ນັ້ນ, ຈີນລະ​ດົມ​ທຶນໃຫ້​ໂຄງ​ການ​ອາ​ຟ​ຣິ​ກາ​ນັ້ນ​ລ້ວນ​ແຕ່​ເປັນ​ໂຄງ​ການ​ທີ່​ປະ​ເທດ​ເຫຼົ່າ​ນັ້ນ​ຕ້ອງ​ການ​ດ່ວນ.

ທ່ານ​ອາ​ເບ​ເບ​ກ່າວ​ຕື່ມ​ວ່າ, ​ໂຄງ​ການ​ລະ​ດົມ​ທຶນ​ໃຫ້​ອາ​ຟ​ຣິ​ກາ​ຂອງ​ຈີນ​ບໍ່​ພຽງ​ແຕ່​ເປັນ​ໂຄງ​ການ​ຕ້ອງ​ການ​ດ່ວນ​ຂອງ​ປະ​ເທດ​ເຫຼົ່າ​ນັ້ນ, ໂຄງ​ການ​ເຫຼົ່າ​ນີ້​ຍັງ​ມີ​ຜົນ​ກຳ​ໄ​ລ​ທີ່​ດີ​ອີກ​ດ້ວຍ. ຄຽງ​ຄູ່​ກັບ​ຈີນ​​ເປັນ​ຜູ້​ລະ​ດົມ​ທຶນ​ໃຫ້ ແລະ ປະ​ເທດອ​າ​ຟ​ຣິ​ກາ​ທີ່​ຢູ່​ທາງ​ພາກ​ໃຕ້​​ທະ​ເລ​ຊາຍຊາ​ຮາ​ລາ​ສົ່ງ​ອອກ​ສິນ​ຄ້າ​ໃຫ້ຈີນຫຼາຍກວ່​າ​ເກົ່າ, ເຊື່ອ​ວ່າ, ປະ​ເທດ​ອາ​ຟ​ຣິ​ກາ​ສາ​ມາດ​ຊອກ​ເຫັນ​ຄວາມ​ສົມ​ບູນລະ​ຫວ່າງ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ​ກັບການຫຼຸດ​ຄວາມ​ສ່ຽງ​ດ້ານ​ໜີ້​ສິນ.

ຄຳ​ເຫັນ

0